7 ເຄັດລັບຫຼຸດນໍ້າໜັກແບບງ່າຍໆຫຼັງຕື່ນນອນຕອນເຊົ້າ

45

ຫຼັງຕື່ນນອນເປັນຕອນທີ່ສຳຄັນທີ່ເຮົາຈະລິເລີ່ມໃນການເຮັດສິ່ງຕ່າງໆ ໂດຍສະເພາະແມ່ນການເລີ່ມຕົ້ນມື້ໃໝ່ທີ່ດີ.
ເຄັດລັບທີ່ຈະຫຼຸດນໍ້າໜັກໄດ້ໄວ ແລະ ສຸຂະພາບດີນຳ ບໍ່ໄດ້ຂຶ້ນກັບການອອກກຳລັງກາຍພຽງຢ່າງດຽວ, ແຕ່ມັນຍັງມີຫຼາຍໆຢ່າງ ຫຼາຍໆພຶດຕິກຳທີ່ເຮົາຄວນເຮັດ ແລະ ສ້າງວິໄນໄປນຳ ເຊັ່ນ: ການກິນອາຫານ, ການອາບແສງແດດ, ການຕື່ນນອນກົງເວລາ ດັ່ງນີ້ເປັນຕົ້ນ.
ມື້ນີ້ຈະມາແນະນໍາ 7 ເຄັດລັບຫຼຸດນໍ້າໜັກແບບງ່າຍໆຫຼັງຕື່ນນອນຕອນເຊົ້າມາບອກໃຫ້ທຸກຄົນໄດ້ຮູ້ ເຊິ່ງວ່າຈະມີຫຍັງແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ:
1. ຕື່ນນອນກົງເວລາ
ການຕື່ນນອນກົງເວລາໃນທຸກໆມື້ ເປັນການສ້າງວິໄນ ແລະ ສ້າງຄວາມລຶ້ງເຄີຍໃຫ້ແກ່ເຮົາ, ທີ່ສຳຄັນຖ້າເຮົາຕື່ນຕອນ 05:30 ຫຼື 06:00 ໂມງ ໃນທຸກໆມື້ມັນຈະຊ່ວຍເຮັດໃຫ້ເຮົາມີເວລາໃນການເຮັດຫຼາຍສິ່ງຫຼາຍຢ່າງກ່ອນທີ່ຈະໄປວຽກໄປງານປະ ຈຳ.

2. ດື່ມນໍ້າທັນທີ
ການດື່ມນໍ້າທັນທີຫຼັງຕື່ນນອນຈະຊ່ວຍໃຫ້ລະບົບຍ່ອຍອາຫານເຮົາເຮັດວຽກໄດ້ດີຂຶ້ນ.

3. ອາບແສງແດດຍາມເຊົ້າ
ການອາບແສງແດດຍາມເຊົ້າເປັນການສ້າງພູມຕ້ານທານໃຫ້ຮ່າງກາຍທີ່ດີອີກຢ່າງໜຶ່ງ ແລະ ເປັນວິຕາມິນທີ່ຮ່າງກາຍຕ້ອງການ.
4. ອອກກຳລັງກາຍ
ແນ່ນອນວ່າການອອກກຳລັງເປັນສິ່ງທີ່ສຳຄັນອັນດັບຕົ້ນໆຂອງການທີ່ຈະມີສຸຂະພາບທີ່ດີ ແລະ ຊ່ວຍໃນການຫຼຸດນໍ້າໜັກ.

5. ກິນອາຫານໝັກດອງ
ການກິນອາຫານໝັກດອງໃນທີ່ນີ້ບໍ່ໝາຍຄວາມວ່າຈະໃຫ້ກິນສົ້ມ ກິນໝາກໄມ້ສົ້ມໃນຕອນເຊົ້າ, ແຕ່ເລືອກກິນອາຫານທີ່ມີກາກໃຍສູງ ເຊັ່ນ: ຜັກກາດດອງ, ໂຢເກິດ.
6. ຫຼີກລ່ຽງການກິນນໍ້າຕານ
ຂໍ້ນີ້ກໍເປັນສິ່ງທີ່ສຳຄັນບໍ່ໜ້ອຍໄປກວ່າການອອກກຳລັງກາຍເລີຍ ເພາະສາເຫດຫຼັກໆທີ່ເຮັດໃຫ້ນໍ້າໜັກຂຶ້ນກໍມາຈາກໄຂມັນ ແລະ ນໍ້າຕານ.
7. ກິນໝາກໄມ້
ແນ່ນອນວ່າການກິນໝາກໄມ້ເປັນສິ່ງທີ່ສຳຄັນຕໍ່ຮ່າງກາຍບໍ່ໜ້ອຍກວ່າສິ່ງອື່ນໃດ ເພາະວ່ານອກຈາກໝາກໄມ້ຈະໃຫ້ໂປຣ ຕິນໃກ້ຄຽງກັບຊີ້ນແລ້ວ ມັນຍັງມີວິຕາມິນທີ່ຈະຊ່ວຍເສີມສ້າງໃຫ້ຮ່າງກາຍແຂງແຮງນຳ ແລະ ເປັນສ່ວນໜຶ່ງຂອງເຄັດລັບການຫຼຸດນໍ້າໜັກນຳອີກ.
ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແບ່ງປັນໃຫ້ຄົນທີ່ເຈົ້າຮັກນໍາເດີ.
(ຂໍ້ມູນຈາກ: ຫມໍອຸ Wealthylife)
[ ຮູບ: Google; ຮຽບຮຽງ: ເມລີ ]