ສປຊ ປະກາດລະດົມທຶນຊ່ວຍຜູ້ປະສົບໄພໃນປາກິດສະຖານ

16

ສຳນັກຂ່າວ ເອເອັຟພີ ລາຍງານວ່າ ອົງການສະຫະປະຊາຊາດ ( ສປຊ ) ຮ່ວມກັບລັດຖະບານປາກິດສະຖານ ໄດ້ປະກາດຂໍຮັບເງິນບໍລິຈາກສຸກເສີນ ຈຳນວນ 160 ລ້ານໂດລາສະຫະລັດ ເພື່ອນຳໄປຊ່ວຍເຫຼືອປາກິດສະຖານທີ່ປະເຊີນກັບໄພພິບັດຄັ້ງຮຸນແຮງທີ່ສຸດໃນປະຫວັດສາດ ເຮັດໃຫ້ເນື້ອທີ່ 1/3 ຂອງປະເທດຖືກນ້ຳຖ້ວມ.

May be an image of tree and sky

ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ອົງການ ສປຊ ກ່າວວ່າ: ເງິນທີ່ໄດ້ຈາກການລະດົມທຶນຄັ້ງນີ້ ຈະນຳໄປຈັດຊື້ເຄື່ອງຂອງທີ່ຈຳເປັນ ເປັນຕົ້ນແມ່ນເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ, ສຸຂາພິບານ ແລະ ການປ້ອງກັນພະຍາດທີ່ອາດຈະເກີດຂຶ້ນຫຼັງນ້ຳຖ້ວມ ໃຫ້ແກ່ປະຊາຊົນປະມານ 5,2 ລ້ານຄົນ, ນອກຈາກນີ້ຍັງນຳໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ອົບພະຍົບ, ຜູ້ອາຍຸສູງ ຕະຫຼອດຮອດຜູ້ທີ່ພັດພາກ ຫຼື ຫຼົງກັບຄອບຄົວຈາກເຫດການນ້ຳຖ້ວມໃຫ້ໄດ້ພົບກັບຄອບຄົວອີກຄັ້ງ.

May be an image of body of water

ທັງນີ້, ປາກິດສະຖານ ມີ ຄວາມສ່ຽງຕໍ່ການປ່ຽນແປງສະພາບດິນຟ້າອາກາດສູງທີ່ສຸດໃນໂລກ ໂດຍສູງກວ່າປະເທດ, ເຂດແຄວ້ນອື່ນໆເຖິງ 15 ເທົ່າ, ໃນຂະນະທີ່ການປ່ຽນແປງດິນຟ້າອາກາດ ຫຼື ພາວະໂລກຮ້ອນຍິ່ງຮຸນແຮງຂຶ້ນນັບມື້, ທ່ານ ກູເຕີເຣສ ກ່າວ.