ເບຍລາວ ສະໜັບສະໜູນ 176 ລ້ານກີບຈັດດອກປີກໄກ່ທົ່ວປະເທດ ຊີງຂັນປະທານສະພາ ຄັ້ງທີ 21

125

ບໍລິສັດ ເບຍລາວ ຈໍາກັດ ມອບເງິນສະໜັບສະໜູນ 176.000.000 ກີບໃຫ້ກັບ ສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ເຂົ້າໃນການຈັດການແຂ່ງຂັນກີລາດອກປີກໄກ່ ຊີງແຊັມປະເທດລາວ ຄັ້ງທີ 21 ຊີງຂັນທ່ານປະທານສະພາແຫ່ງຊາດ ( 21th BeerLao Badminton Championship ) ປະຈຳປີ 2022 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 1-4 ກັນຍາ 2022 ທີ່ສະໂມສອນດອກປີກໄກ່ເສດຖາ.

ເມື່ອວັນທີ 29 ສິງຫາ 2022 ທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວກຽມຈັດແຂ່ງຂັນລາຍການດັ່ງກ່າວໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໂອກາດດັ່ງກ່າວ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ໄດ້ມອບເງິນ 176.000.000 ກີບໃຫ້ກັບ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ໂດຍມີຄູຝຶກ ແລະ ນັກກີລາ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ປອ. ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ໄດ້ລາຍງານວ່າ: ການແຂ່ງຂັນລາຍການນີ້ແມ່ນ ລາຍການແຂ່ງຂັນໃຫຍ່ຂອງກີລາດອກປີກໄກ່ປະຈຳປີ, ເຊິ່ງຄັ້ງນີ້ຈະຈັດຂຶ້ນເປັນ ຄັ້ງທີ 21 ໂດຍໄດ້ຮັບການສືບຕໍ່ສະໜັບສະໜູນທີ່ດີຈາກ ບໍລິສັດ ເບຍລາວ ຈຳກັດ ຕັ້ງແຕ່ຄັ້ງທີ 1 ຕະຫຼອດມາຈົນເຖິງປະຈຸບັນ ເຊິ່ງທາງຄະນະຮັບຜິດຊອບທຸກຝ່າຍໄດ້ມີການປະຊຸມປຶກສາຫາລືຄົ້ນຄວ້າ ແລະ ກະກຽມຄວາມພ້ອມ ເປັນເວລາຍາວນານ ໂດຍສະເພາະ ທາງຜູ້ໃຫ້ການສະໜັບສະໜູນຫຼັກກໍ່ຄື ບໍລິສັດ ເບຍລາວ ຈຳກັດ ເພື່ອເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ມີຄວາມພ້ອມໃນທຸກດ້ານ ແລະ ສາມາດບັນລຸຕາມຄາດໝາຍທີ່ຕັ້ງໄວ້.

ຂະນະທີ່ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການຈັດງານຄັ້ງນີ້ຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງວັນລັດຖະທຳມະນູນ ຄົບຮອບ 31 ປີ, ເພື່ອສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ, ເພື່ອໃຫ້ນັກກິລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ສາມາດເລືອກໄດ້ນັກກິລາດີເດັ່ນ ປະກອບເຂົ້າເປັນນັກກິລາທີມຊາດໃນລຸ້ນເຍົາວະຊົນ ແລະ ລຸ້ນທົ່ວໄປ ລວມທັງຍັງເປັນການກະກຽມຄວາມພ້ອມໃຫ້ຄະນະກໍາມະການ ແລະ ການທົດສອບນັກກີລາຂອງແຕ່ລະແຂວງ ເພື່ອກຽມພ້ອມໃສ່ກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນທ້າຍປີນີ້ອີກດ້ວຍ.

ສໍາລັບ ການແຂ່ງຂັນໃນຄັ້ງນີ້ມີການຊີງໄຊ 13 ລາຍການ ປະກອບມີ: ລຸ້ນເຍົາວະຊົນ 8 ລາຍການ ໄດ້ແກ່ ດ່ຽວເຍົາວະຊົນຊາຍ – ຍິງ ອາຍຸບໍ່ເກີນ 12 ປີ, ດ່ຽວເຍົາວະຊົນຊາຍອາຍຸບໍ່ເກີນ 15 ປີ, ດ່ຽວເຍົາວະຊົນຍິງອາຍຸບໍ່ເກີນ 15 ປີ, ຄູ່ເຍົາວະຊົນຊາຍອາຍຸບໍ່ເກີນ 15 ປີ, ດ່ຽວເຍົາວະຊົນຊາຍອາຍຸບໍ່ເກີນ 18 ປີ, ດ່ຽວເຍົາວະຊົນຍິງອາຍຸບໍ່ເກີນ 18 ປີ,ຄູ່ເຍົາວະຊົນຊາຍອາຍຸບໍ່ເກີນ 18 ປີ ແລະ ຄູ່ເຍົາວະຊົນປະສົມອາຍຸບໍ່ເກີນ 18 ປີ. ນອກຈາກນັ້ນ ຍັງມີລຸ້ນຊາວໜຸ່ມ-ທົ່ວໄປອີກ 5 ລາຍການດ່ຽວຊາຍທົ່ວໄປ, ຄູ່ຍິງທົ່ວໄປ, ຄູ່ຊາຍທົ່ວໄປ, ຄູ່ປະສົມທົ່ວໄປ ແລະ ຄູ່ສະໝັກຫຼິ້ນຊາຍທົ່ວໄປ

ໂດຍມີຜູ້ສະໝັກເຂົ້າຮ່ວມທັງໝົດ 354 ຄົນ ຍິງ 25 ຄົນ ເພີ່ມຂຶ້ນຈາກຄັ້ງກ່ອນປະມານ 10% ເຊິ່ງມາຈາກ 33 ພາກສ່ວນ ທີ່ມາຈາກບັນດາແຂວງ ( ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ຫົວພັນ, ອຸດົມໄຊ, ຫຼວງພະບາງ, ບໍ່ແກ້ວ ), ພາກສ່ວນທີ່ມາຈາກບັນດາສະໂມສອນ ແລະ ທີມພາຍໃນນະຄອນຫຼວງວຽງຈັນ.
ຂ່າວ-ຮູບ: Larh Creators