6 ວິທີການບໍລິຫານເວລາທີ່ມີປະສິດທິຜົນ

74

ເວລາຂອງທຸກຄົນເທົ່າກັນ 24 ຊົ່ວໂມງຕໍ່ມື້, ແຕ່ວ່າຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ເຫດຜົນກໍຍ້ອນວ່າການບໍລິຫານເວລາທີ່ບໍ່ຖືກຕ້ອງບາງຢ່າງ ເຮັດໃຫ້ຊີວິດຫຍຸ້ງຍາກ ແລະ ເຮັດວຽກບໍ່ມີປະສິດທິຜົນເທົ່າທີ່ຄວນ ມາເບິ່ງ 6 ວິທີ ທີ່ທ່ານສາມາດຈັດການກັບເວລາໃຫ້ຖືກຕ້ອງຈະໄດ້ມີເວລາໃນຊີວິດຫຼາຍຂຶ້ນ ແລະ ເຮັດໃຫ້ຊີວິດງ່າຍຂຶ້ນ ດັ່ງນີ້:
1. ຕື່ນເຊົ້າ: ແນ່ນອນເມື່ອຕື່ນແຕ່ເຊົ້າເຮົາຈະມີເວລາເຮັດວຽກຫຼາຍກວ່າຄົນອື່ນ ມີເວລາຫຼາຍໃນການວາງແຜນຊີວິດ ແຕ່ວ່າຄວນຈະຕື່ນແຕ່ເຊົ້າຫຼາຍປານໃດນັ້ນ ມັນຂຶ້ນກັບການບໍລິຫານຂອງແຕ່ລະຄົນ ແຕ່ຕ້ອງພິຈາລະນາຕິດພັນກັບວຽກງານຂອງຕົນເອງ.
ນອກຈາກນີ້, ການຕື່ນແຕ່ເຊົ້າຍັງຊ່ວຍໃຫ້ເຮົາສາມາດຈັດການຊີວິດສ່ວນຕົວທີ່ມີຄຸນນະພາບ ບໍ່ວ່າຈະກິນອາຫານເຊົ້າ, ການເດີນທາງໄປເຮັດວຽກຢ່າງສະບາຍ ຫຼື ອອກກຳລັງກາຍ ແລະ ອື່ນໆ.
2. ຈັດຕາຕະລາງເວລາ: ລອງຄິດເບິ່ງວ່າແຕ່ລະວັນເຮົາສາມາດເຮັດຫຍັງໄດ້ແດ່ແລ້ວຂຽນກິດຈະກຳຕ່າງໆ ເຂົ້າໄປໃນແຕ່ລະໄລຍະ ໂດຍຈັດແບ່ງວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນເຮັດໃນຕອນເຊົ້າ, ຈາກນັ້ນກໍເອົາວຽກອື່ນມາໃນຕອນບ່າຍຈະຊ່ວຍໃຫ້ທ່ານສາມາດຈັດການເລື່ອງຕ່າງໆໄດ້ງ່າຍຂຶ້ນ ແລະ ຍັງເຮັດໃຫ້ທ່ານບໍ່ພາດວຽກງານທີ່ສຳຄັນອື່ນຄືກັນກັບການຈັດຕາຕະລາງໃນສະໄໝຮຽນ.
3. ຈັດລຽງລຳດັບຄວາມສຳຄັນ: ເມື່ອມີວຽກງານທີ່ຈຳເປັນຕ້ອງເຮັດຢູ່ດີ ສິ່ງທຳອິດທີ່ຕ້ອງເຮັດຄືການນຳເອົາສິ່ງເຫຼົ່ານັ້ນມາຈັດຮຽງຕາມຄວາມສຳຄັນ ຕັ້ງແຕ່ໃຫຍ່ໄປຫານ້ອຍ ແລະ ເບິ່ງວ່າມີວຽກງານໃດທີ່ຈະຕ້ອງໄດ້ເຮັດຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ຮູ້ວ່າວຽກແຕ່ລະວຽກໃຊ້ເວລາເທົ່າໃດ ແລະ ຄວນຈະທຸ່ມເທແຕ່ລະວຽກງານແຕ່ລະຢ່າງຫຼາຍປານໃດ.


4. ແບ່ງເວລາເຮັດວຽກ ແລະ ເວລາສ່ວນຕົວ: ນີ້ແມ່ນເຄັດລັບທີ່ຈະຊ່ວຍໃຫ້ທ່ານສາມາດຈັດການທັງເລື່ອງຫ້ອງການ ແລະ ວຽກສ່ວນຕົວໃຫ້ດີຂຶ້ນ ໂດຍເວລາເຮັດວຽກຈະສຸມໃສ່ວຽກງານດຽວ ຕັດແນວຄິດອື່ນໆທັງໝົດ ແລະ ຄວນລົມໂທລະສັບສ່ວນຕົວພຽງແຕ່ໃນບັນຫາທີ່ຈຳເປັນເທົ່ານັ້ນ ໃນອີກດ້ານໜຶ່ງ ເມື່ອຢູ່ເຮືອນກໍບໍ່ຄວນນຳເອົາວຽກງານດັ່ງກ່າວກັບມາອີກ ຍົກເວັ້ນໃນກໍລະນີທີ່ມີຄວາມຈຳເປັນແທ້ໆ ເພື່ອໃຊ້ເວລາກັບຄອບຄົວໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.
5. ຈັດການກັບວຽກທີ່ຍາກກ່ອນ: ຄົນສ່ວນໃຫຍ່ມີທ່າອ່ຽງທີ່ຈະເຮັດວຽກງ່າຍໆ ເພື່ອໃຫ້ສຳເລັດກ່ອນ ກ່ອນທີ່ຈະເຮັດວຽກທີ່ຍາກ ເພາະວ່າວຽກນັ້ນງ່າຍກວ່າ, ມັນຈະໃຊ້ເວລານ້ອຍ ແລະ ບໍ່ຈຳເປັນຕ້ອງໃຊ້ແນວຄວາມຄິດໃດໆຫຼາຍຈົນເກີນໄປ ແຕ່ໃນຄວາມເປັນຈິງແລ້ວທ່ານຄວນເຮັດວຽກທີ່ຍາກກ່ອນ ເພາະວ່າຫຼັງຈາກນັ້ນ, ທ່ານຈະຮູ້ສຶກຜ່ອນຄາຍ, ສະບາຍໃຈເຮັດໃຫ້ມີແຮງສືບຕໍ່ວຽກອື່ນໆໄດ້.
6. ຫາເວລາພັກຜ່ອນ: ສ່ວນທີ່ເຫຼືອແມ່ນໜຶ່ງໃນບັນດາຄຳແນະນຳໃນການບໍລິຫານເວລາທີ່ມີປະສິດທິຜົນ ເພາະເຮັດວຽກເປັນເວລາດົນຈະເຮັດໃຫ້ສະໝອງ ແລະ ສາຍຕາເບື່ອໜ່າຍ. ສະນັ້ນ, ຄວນຫາເວລາໃຫ້ຮ່າງກາຍ ແລະ ສະໝອງ ສາມາດພັກຜ່ອນໄດ້ ຫຼື ເອົາສາຍຕາອອກຈາກໜ້າຈໍຄອມພິວເຕີ ປະມານ 5 – 10 ນາທີຕໍ່ຄັ້ງ ເພື່ອກະຕຸ້ນຄວາມຄິດ ແລະ ແຮງກາຍແຮງໃຈໃຫ້ຮູ້ສຶກສົດຊື່ນ ພ້ອມທີ່ຈະຮັບມືກັບວຽກໃໝ່ ແລະ ໃນທີ່ນີ້ສະເໜີບໍ່ຄວນເຮັດເລື້ອຍໆ ຫຼື ຢູ່ດົນເກີນໄປ ເພາະມັນອາດຈະເຮັດໃຫ້ເສຍເວລາເຮັດວຽກ.