5 ສາເຫດທີ່ເຮັດໃຫ້ຜົມຫຼົ່ນ

39

ບັນຫາຜົມຫຼົ່ນ ຜົມບາງ ກໍເປັນບັນຫາໜຶ່ງທີ່ສ້າງຄວາມກັງວົນໃຫ້ກັບທັງແມ່ຍິງ ແລະ ຜູ້ຊາຍ.
ສາເຫດ ຫຼື ປັດໄຈທີ່ກໍ່ໃຫ້ເກີດບັນຫາຜົມຫຼົ່ນ ກໍມີຫຼາຍປັດໄຈ ບໍ່ວ່າຈະເປັນການປ່ຽນແປງຂອງລະດັບຮໍໂມນເພດ, ການຂາດ ໂປຣຕິນ, ບັນຫາດ້ານສຸຂະພາບ, ຄວາມຄຽດ, ການກິນຢາບາງຊະນິດ, ການໃຊ້ຢາສະຜົມທີ່ໜັກຕໍ່ຜົມ, ການຍ້ອມສີຜົມ, ດັດຜົມ ແລະ ຍັງມີອີກຫຼາກຫຼາຍປັດໄຈນຳຕື່ມອີກ.

ມື້ນີ້ມີ 5 ສາເຫດ ທີ່ເຮັດໃຫ້ຜົມຫຼົ່ນ ມາບອກໃຫ້ທຸກຄົນໄດ້ຮູ້ ເຊິ່ງວ່າຈະມີຫຍັງແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ:
1. ການປ່ຽນແປງຂອງລະດັບຮໍໂມນ ເຊັ່ນ: ຮໍໂມນແອນໂດຣເຈັນ ( Androgens ) ເຊິ່ງເປັນຮໍໂມນເພດທີ່ຜະລິດຂຶ້ນທັງຮ່າງກາຍແມ່ຍິງ ແລະ ຜູ້ຊາຍ ໃນລະດັບຜິດປົກກະຕິ.

2. ການຂາດໂປຣຕິນ ຖ້າຫາກຮ່າງກາຍໄດ້ຮັບໂປຣຕິນຈາກອາຫານບໍ່ພຽງພໍ ຮ່າງກາຍກໍຈະເກັບໂປຣຕິນໄວ້ໃຊ້ຕາມອະໄວຍະວະທີ່ສຳຄັນ ຈຶ່ງນຳໂປຣຕິນໄປໃຊ້ລ້ຽງເສັ້ນຜົມໄດ້ໜ້ອຍລົງ ເຮັດໃຫ້ຂະບວນການຂອງເສັ້ນຜົມຜິດປົກກະຕິ ແລະ ຫຼົ່ນງ່າຍຂຶ້ນ.
3. ການໃຊ້ຢາບາງຊະນິດ ແລະ ໃຊ້ຢາສະຜົມທີ່ໜັກຕໍ່ຜົມ ເພາະຢາບາງຊະນິດອາດມີຜົນຂ້າງຄຽງ ເຮັດໃຫ້ຜົມຫຼົ່ນຊົ່ວຄາວ ເຊັ່ນ: ຢາເຄມີບຳບັດທີ່ໃຊ້ຮັກສາມະເຮັງ, ຢາຕ້ານການແຂງຕົວຂອງເລືອດ ແລະ ຍັງລວມໄປເຖິງຢາຄຸມບາງຊະນິດ.
4. ບັນຫາດ້ານສຸຂະພາບ ແລະ ມີຄວາມຄຽດຫຼາຍ ເຊັ່ນ: ພູມແພ້, ພູມຄຸ້ມກັນຕໍ່າ, ເບົາຫວານ, ໄທລອຍ, ເລືອດຈາງເນື່ອງຈາກຂາດທາດເຫຼັກ ດັ່ງນີ້ເປັນຕົ້ນ.

5. ການຍ້ອມສີຜົມ ແນ່ນອນວ່າການຍ້ອມສີຜົມ, ການດັດຜົມ, ການເປຍຜົມ, ການມັດຜົມແໜ້ນໆ, ການໃຊ້ຄວາມຮ້ອນກັບຜົມ ກໍລ້ວນແລ້ວແຕ່ເປັນປັດໄຈທີ່ທຳຮ້າຍເສັ້ນຜົມ ເຮັດໃຫ້ເສັ້ນຜົມອ່ອນແອລົງ ແລະ ຫຼົ່ນງ່າຍຂຶ້ນ.
ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແບ່ງປັນໃຫ້ຄົນທີ່ເຈົ້າຮັກນໍາເດີ.
( ຂໍ້ມູນຈາກ: ຫມໍອຸ Wealthylife )
[ ຮູບ: Google; ຮຽບຮຽງ: ເມລີ ]