ແຊັມເກົ່າ ເອສະຣາ ເອັຟຊີ ຢູ 18 ໂດດເດັ່ນຊະນະ 4 ນັດລວດຢຶດທີມນໍາບານເຕະຊີງຂັນ ສຕລ 2022

38

ສົມລາຄາສໍາລັບ ເອສະຣາ ເອັຟຊີ ໃນຊຸດຮຸ່ນອາຍຸບໍ່ເກີນ 18 ປີ ທັງເປັນແຊັມເກົ່າ ລົງສະໜາມ 4 ນັດເອົາຊະນະໄປທັງ 4 ນັດມີ 12 ຄະແນນຂຶ້ນນໍາຕາຕະລາງຄະແນນລວມການແຂ່ງຂັນບານເຕະຊາຍຊີງຂັນ ສຕລ ໃນຮຸ່ນອາຍຸບໍ່ເກີນ 18 ປີ ແບບດ່ຽວໆ ຫຼັງນັດຫຼ້າສຸດບຽດເອົາຊະນະ ຈໍາປາສັກ ເອັຟຊີ 3-2 ເມື່ອວັນທີ 21 ສິງຫາ 2022.

ການແຂ່ງຂັນບານເຕະບານເຕະຊີງຂັນ ສຕລ ປະຈໍາປີ 2022 ໃນຮຸ່ນອາຍຸບໍ່ເກີນ 18 ປີ ເມື່ອວັນທີ 21 ສິງຫາ 2022 ເປັນການແຂ່ງຂັນນັດທີ 4 ທີ່ສະໜາມກີລາບານເຕະ ຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເອສະຣາ ເອັຟຊີ ແຊັມເກົ່າ ລົງສະໜາມພົບກັບ ຈໍາປາສັກ ເອັຟຊີ ລຸ້ນຂຶ້ນຢຶດທີມນໍາ ຫຼັງຈາກທີ 3 ນັດທີ່ຜ່ານ ທັງສອງທີມເກັບໄຊຊະນະລວດມີ 9 ຄະແນນເທົ່າກັນ.

ຜ່ານການແຂ່ງຂັນປາກົດວ່າ: ເອສະຣາ ເອັຟຊີ ມາແຮງບຽດເອົາຊະນະ ຈໍາປາສັກ ເອັຟຊີ 3-2 ເຮັດໃຫ້ ເອສະຣາ ເອັຟຊີ ເກັບເພີ່ມເປັນ 12 ຄະແນນຈາກ 4 ນັດຢຶດທີມນໍາຕາຕະລາງຄະແນນລວມ ແບບດ່ຽວໆ, ສ່ວນ ຈໍາປາສັກ ເອັຟຊີ ແລະ ທີມອື່ນໆເບິ່ງຕາມຮູບລຸ່ມນີ້

ຮູບແບບການແຂ່ງຂັນເຕະ ເຍົາວະຊົນຊາຍ ຊີງຂັນ ສຕລ ໃນຮຸ່ນອາຍຸບໍ່ເກີນ 18 ປີ ແມ່ນນຳໃຊ້ຮູບແບບການແຂ່ງຂັນແບບພົບກັນໝົດ (ROUND ROBIN ) ໂດຍແຂ່ງຂັນ 1 ຮອບ ແລະ ສະໂມສອນທີ່ໄດ້ອັນດັບທີ 1-4 ເຂົ້າຮອບຕໍ່ໄປ ເພື່ອແຂ່ງຂັນເອົາສະໂມສອນທີ່ໄດ້ຊະນະເລີດຕາມລຳດັບ ໂດຍມື້ຕໍ່ໄປຈະແຂ່ງຂັນກັນຕໍ່ໃນວັນທີ 23 ສິງຫາ 2022 ຄື:
-ເວລາ 15:00 ໂມງ ມາສເຕີ 7 ເອັຟຊີ ພົບ ເອສະຣາ ເອັຟຊີ ແຂ່ງຂັນທີ່ສະໜາມ ສຕລ 1
-ເວລາ 15:00 ໂມງ ຈໍາປາສັກ ເອັຟຊີ ພົບ ຫຼວງພະບາງ ເອັຟຊີ ແຂ່ງຂັນທີ່ສະໜາມ ສຕລ 2
-ເວລາ 18:00 ໂມງ ຊ້າງນ້ອຍ ເອັຟຊີ ພົບ ກອງທັບ ເອັຟຊີ ແຂ່ງຂັນທີ່ສະໜາມ ສຕລ 1