ລາວ ແລະ ສປປ ເກົາຫຼີ ຫາລືເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ

148

ໃນໂອກາດທີ່ ທ່ານ ມະ​ໄລ​ທອງ ກົມມະ​ສິດ ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ໄດ້​ໃຫ້ກຽດຕ້ອນຮັບ​ການເຂົ້າຢ້ຽມພົບປະ ຂອງ ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳລາວ ໃນວັນທີ 22 ສິງຫາ ນີ້ ທີ່ຫ້ອງຮັບແຂກກະຊວງ ອຄ, ເນື່ອງ​ໃນ​ໂອກາດທີ່ ​ທ່ານ ມະ​ໄລ​ທອງ ກົມມະ​ສິດ ໄດ້ຮັບຕຳແໜ່ງເປັນລັດຖະມົນຕີກະຊວງ ອຄ ຄົນໃໝ່. ສອງຝ່າຍ ໄດ້ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງ ແລະ ໂອກາດໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ເນື່ອງຈາກຜ່ານມາການຮ່ວມມືໃນຂົງເຂດນີ້ຍັງບໍ່ເຂັ້ມແຂງເທົ່າທີີ່ຄວນ.

ທ່ານລັດຖະມົນຕີກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ລີ ຢົງ ຊົນ ທີ່ໄດ້ມາພົບປະຢ້ຽມຢາມ ແລະ ສະແດງຄວາມຍິນດີ ໃນຄັ້ງນີ້. ສຳລັບດ້ານການຄ້າສອງຝ່າຍ ໃນໄລຍະຜ່ານມາແມ່ນມີມູນຄ່າໜ້ອຍຫຼາຍ ເມື່ອທຽບກັບຫຼາຍປະເທດ ຊຶ່ງໃນ 7 ເດືອນ ຕົ້ນປີ 2022 ມູນຄ່າການຄ້າລະຫວ່າງສອງປະເທດ ສາມາດປະຕິບັດໄດ້ພຽງ 28.467 ໂດລາ ໃນນັ້ນ, ມູນຄ່ານໍາເຂົ້າປະຕິບັດໄດ້ 21.667 ໂດລາ ແລະ ມູນຄ່າສົ່ງອອກ 6.800 ໂດລາ. ດ້ານການລົງທຶນ, ເລີ່ມແຕ່ປີ 2008 ມາຮອດປັດຈຸບັນ ການລົງທຶນຂອງ ສປປ ເກົາຫຼີ ໃນ ສປປ ລາວ ມີພຽງ 1 ຫົວໜ່ວຍວິສາຫະກິດ ແລະ ມູນຄ່າການລົງທຶນ 800 ລ້ານກີບ ໂດຍລົງທຶນໃນຂະແໜງບໍລິການ ສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ.

ເພື່ອເປັນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ຫຼາຍຂຶ້ນ; ສອງຝ່າຍ ໄດ້ປຶກສາຫາລືເຖິງຄວາມເປັນໄປໄດ້ ກ່ຽວກັບການກໍານົດວັນ ແລະ ເວລາ ເພື່ອສືບຕໍ່ຈັດກອງປະຊຸມຄະນະກຳມາທິການຮ່ວມ ເພື່ອການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ-ເຕັກໂນໂລຊີ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ຄັ້ງທີ 4 ທີ່ມີແຜນຈະຈັດຂຶ້ນໃນປີ 2016 ທີ່ ພຽງຢາງ ສປປ ເກົາຫຼີ ແຕ່ໄດ້ເລື່ອນມາຮອດປັດຈຸບັນ ເນື່ອງຈາກໄລຍະນັ້ນ ສະພາບການຍັງບໍ່ເໝາະສົມ ເພາະຫຼາຍຂະແໜງຂອງສອງຝ່າຍບໍ່ທັນກຽມພ້ອມ ຊຶ່ງປັດຈຸບັນ ສອງຝ່າຍຕ້ອງໄດ້ຄົ້ນຄວ້າພິຈາລະນາກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອກໍານົດເນື້ອໃນ ແລະ ວຽກງານທີ່ຈະຮ່ວມມືກັນໃຫ້ລະອຽດຕື່ມ. ນອກນີ້, ກໍໄດ້ປຶກສາຫາລື ເພື່ອຊອກຫາຊ່ອງທາງ ແລະ ໂອກາດໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ອີກດ້ວຍ.

ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມວ່າ: ລັດຖະບານ ສປປ ລາວ ກໍຄື ຂະແໜງ ອຄ ມີຄວາມມຸ່ງໝັ້ນ ທີ່ຈະສະໜັບສະໜູນ ແລະ ສົ່ງເສີມໃຫ້ມີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດໃຫ້ມີຄວາມເຂັ້ມແຂງ. ເຖິງແມ່ນວ່າໃນໄລຍະຜ່ານມາ ຈະມີຄວາມພະຍາຍາມຊຸກຍູ້ສົ່ງເສີມວຽກງານດັ່ງກ່າວ ແຕ່ກໍຍັງມີຫຼາຍປັດໄຈທີ່ເປັນບັນຫາ ແລະ ອຸປະສັກ ເຊັ່ນ: ໄລຍະທາງ, ບັນຫາດ້ານການຂົນສົ່ງສິນຄ້າ ລວມທັງບັນຫາສາກົນອື່ນໆ ຊຶ່ງແນ່ນອນໃນອະນາຄົດ ສອງຝ່າຍຈະໄດ້ເຮັດວຽກຮ່ວມກັນຫຼາຍຂຶ້ນ ເພື່ອສົ່ງເສີມວຽກງານດັ່ງກ່າວ.

ໃນ​ໂອ​ກາດ​ດຽວ​ກັນ​, ທ່ານ ລີ ຢົງ ຊົນ ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານ​ລັດ​ຖະ​ມົນ​ຕີ ທີ່​ໄດ້​​ໃຫ້ການຕ້ອນ​ຮັບຢ່າ​ງ​ອົບ​ອຸ່ນໃນ​ຄັ້ງ​ນີ້, ພ້ອມທັງ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຜົນສຳເລັດໃນການປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ເກົາຫຼີ ໃຫ້ທ່ານລັດຖະມົນຕີຊາບ, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ ທ່ານ ມະໄລທອງ ກົມມະສິດ ທີ່​ໄດ້ດຳລົງຕໍາແໜ່ງ ເປັນລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຄົນໃໝ່. ພ້ອມນັ້ນ, ທ່ານ ລີ ຢົງ ຊົນ ຍັງໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະພະ​ຍາຍາມ​ຢ່າງສຸດ​ຄວາມ​ສາ​ມາດ ເພື່ອຊຸກ​ຍູ້​ການພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ລາວ – ສປປ ເກົາຫຼີ ໃຫ້ສືບ​ຕໍ່​ໄດ້​ຂະ​ຫຍາຍ​ຕົວ​ຍິ່ງ​ໆຂຶ້ນໃນ​ຕໍ່​ໜ້າ ແລະ ຈະສືບຕໍ່​ສະໜັບສະໜູນຊ່ວຍ​​ເຫຼືອ ສປປ ລາວ ​​ໃນ​ບັນດາ​ໂຄງການ​ຕ່າງໆ ​ແລະ ກິດຈະກຳ​ການ​ຮ່ວມ​ມື​ໃຫ້​ຫຼາຍ​ຂຶ້ນ ​ເພື່ອ​ສົ່ງ​ເສີມ​ການຮ່ວມມືດ້ານເສດຖະກິດ​, ການ​ຄ້າ ແລະ ການລົງທຶນ ​ໃຫ້​ມີ​ບ້າ​ດກ້າວ​ຂະຫຍາຍຕົວ.