ລະນຶກ 23 ສິງຫາ ວັນມະຫາໄຊຊະນະຂອງການປະຕິວັດລາວ

407

ໃນປະຫວັດສາດຍຸກໃໝ່ແຫ່ງການຕໍ່ສູ້ຂອງປະຊາຊົນລາວເຮົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ມີການປະຍຶດອຳນາດຈາກພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືຂອງພວກເຂົາເຖິງ 2 ຄັ້ງຄື: ຄັ້ງທີໜຶ່ງວັນທີ 23 ສິງຫາ 1945 ແລະ ຄັ້ງທີສອງວັນທີ 23 ສິງຫາ 1975. ວັນທີ 23 ສິງຫາ ປີ 1945 ແລະ ປີ 1975 ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດລາວເຮົາທີ່ສະແດງໃຫ້ເຫັນມານະຈິດ ແລະ ມູນເຊື້ອແຫ່ງການຕໍ່ສູ້ຂອງຄົນລາວທຸກເຜົ່າ, ທຸກຊັ້ນຄົນທີ່ຮັກຊາດພາຍໃຕ້ການນຳພາຂອງພັກເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງຕົນດ້ວຍຈິດໃຈ ” ຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ ”

ວັນທີ 23 ສິງຫາແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງການຕໍ່ສູ້ທີ່ອາດຫານຊານໄຊຂອງປະຊາຊົນລາວ. ການຍຶດອຳນາດໃນວັນທີ 23 ສິງຫາ 1945 ແມ່ນເຫດການສຳຄົນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດ ທິລ່າເມືອງຂື້ນແບບເກົ່າ, ພ້ອມກັນນັ້ນກໍ່ແມ່ນການກຳແໜ້ນກາລະໂອກາດອັນອຳນວຍທີ່ເກີດຂື້ນຈາກສະພາບແວດ ລ້ອມສາກົນເພື່ອຍາດເອົາໄຊຊະນະ ແລະ ຍຶດອຳນາດມາມືປະຊາຊົນກໍ່ຄືກຳລັງປະຕິວັດ ເຊິ່ງທ່ານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: ” ນີ້ເປັນເພື່ອທຳອິດທີ່ປະຊາຊົນເຮົາໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ຊາຕາກຳຂອງຕົນເອງພາຍຫຼັງ 100 ກວ່າປີທີ່ມີຊີວິດຢູ່ພາຍໃຕ້ແອກແຫ່ງການເປັນຂ້ອຍຂ້າ ແລະ ປະເທດຊາດຖືກຕັດແບ່ງ “.
ໄຊຊະນະດັ່ງກ່າວນັ້ນໄດ້ເປີດສາກໃຫ້ແກ່ສັງກາດໃໝ່ສັງກາດທີ່ປະຊາຊົນເຮົາໄດ້ຮັບການປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມການຕໍ່ຕ້ານເອົາເປັນເອົາຕາຍກັບສັດຕູເພື່ອກອບກູ້ປະເທດຊາດບ້ານເມືອງ. ເຖິງວ່າການ ຍຶດອຳນາດໃນວັນທີ 23 ສິງຫາ 1945 ບໍ່ໄດ້ນຳໄປສູ່ການສ້າງຕັ້ງອຳນາດການປົກຄອງໃໝ່ຂອງປະຊາຊົນກໍ່ຕາມ, ແຕ່ກໍ່ໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດອັນສະຫງ່າລາສີຂອງຊາດລາວເຮົາຕະຫຼອດໄປ.

ພາຍຫຼັງການຍຶດອຳນາດໃນວັນທີ 23 ສິງຫາ 1945 ໄດ້ບໍ່ພໍເທົ່າໃດມື້ພວກລ່າເມືອງຂື້ນຝຣັ່ງກໍ່ໄດ້ເພີ່ມກຳລັງຕ່າວໂຈມຕີ ແລະ ກັບຄືນມາຍຶດຄອງປະເທດເຮົາເປັນຫົວເມືອງຂື້ນອີກເທື່ອໃໝ່. ຈາກນັ້ນມາປະຊາຊົນລາວຈຳຕ້ອງໄດ້ດຳເນີນການຕໍ່ສູ້ຢ່າງພິລະອາດຫານ, ລະອິດລະອ້ຽວຂ້ຽວຂາດ, ຍືດເຍື້ອຍາວນານ ແລະ ມີໄຊຍິ່ງໃຫຍ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ, ແບບໃໝ່ ແລະ ອິດທິກຳລັງປະຕິການ ທີ່ເປັນລູກແຫລ້ງຕີນມືຂອງພວກເຂົາ.
ພາຍຫລັງທີ່ພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍ, ປະເທດຫວຽດນາມໄດ້ທ້ອນໂຮມເປັນເອກະພາບກ້າວສູ່ສັງກາດໃໝ່ແຫ່ງການສ້າງສາສັງຄົມນິຍົມໃນລະດູບານໃໝ່ ປີ ຄ.ສ 1975, ໂດຍກຳແໜ້ນກາລະໂອກາດພັນປີມີເທື່ອໜຶ່ງ ພັກເຮົາໄດ້ປະຕິບັດຍຸດທະສາດ 3 ບາດຄ້ອນ ດຳເນີນການຍຶດອຳນາດໂດຍສັນຕິວິທີ ແບບ ” ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ, ແຕ່ຈັບປາໄດ້ທັງໝົດ “, ພາຍຫຼັງທີ່ປະຊາຊົນຢູ່ແຂວງຕ່າງໆໃນຂອບເຂດທົ່ວປະເທດໄດ້ລຸກຮື້ຂຶ້ນຍຶດອຳນາດ ແລະ ໄດ້ປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນຢ່າງເປັນທາງການ ເປັນລະບອບໃໝ່ ເປັນ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ເມື່ອວັນທີ 2 ທັນວາ 1975 ທີ່ ນະຄອນຫຼວງວຽງຈັນ.

ການຍຶດອຳນາດຢູ່ນະຄອນຫຼວງວຽງຈັນ ແລະ ໃນທົ່ວປະເທດລາວ ແມ່ນການຍຶດເອົາສູນກາງການປົກຄອງ ແລະ ສູນກາງບັນຊາຂອງອຳນາດການປົກຄອງລາຊະອານາຈັກ, ເຮັດໃຫ້ກົນໄກ ແລະ ກົງຈັກແຫ່ງສິດອຳນາດຂອງລະບອບສັກດີນາ – ເຄີ່ງຫົວເມືອງຂຶ້ນຖືກທັບມ້າງ ແລະ ສິ້ນສຸດລົງຢ່າງສິ້ນເຊີງ.
ວັນທີ 23 ສິງຫາ 1975 ໄດ້ເປັນເຫດການສຳຄັນທາງປະຫວັດສາດແຫ່ງການຕໍ່ສູ້ມີໄຊຂອງປະຊາຊົນລາວພາຍໃຕ້ການນຳພາຂອງພັກ, ມັນແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງມານະຈິດປະຕິວັດຂອງຊາວນະຄອນຫຼວງວຽງຈັນ ແລະ ຊາວລາວທົ່ວປະເທດ ທີ່ໄດ້ກາຍເປັນກຳລັງແຮງຊະນະເລີດເໜືອອິດທິກຳລັງປະຕິການ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນ.

ວັນຍຶດອຳນາດ 23 ສິງຫາ 1975 ໄດ້ສ້າງເງື່ອນໄຂອຳນວຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດປະກາດລົບລ້າງລະບອບສັກດີນາ – ລ່າເມືອງຂຶ້ນ, ສະຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ 1975. ສະນັ້ນ, ຈຶ່ງເວົ້າໄດ້ວ່າວັນຍຶດອຳນາດ 23 ສິງຫາ 1975 ແມ່ນວັນແຫ່ງການເສີມຂະຫຍາຍມູນເຊື້ອສາມັກຕີຕໍ່ສູ້ພິລະອາດຫານຂອງຊາດລາວ – ຄົນລາວວິລະຊົນ, ແມ່ນວັນແຫ່ງການເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງຂອງຄົນລາວເພື່ອສ້າງຜົນງານ ແລະ ຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.