ອາຍຸໜ້ອຍກວ່າ 50 ປີ ມີຄວາມສ່ຽງ ທີ່ຈະເປັນມະເຮັງລຳໄສ້ສູງຂຶ້ນແທ້ບໍ?

39

ຜົນວິໄຈຊີ້ບົ່ງວ່າຄົນເຈັບພະຍາດມະເຮັງລຳໄສ້ 1 ໃນ 7 ມີອາຍຸຕ່ຳກວ່າ 50 ປີ ເຊິ່ງຫຼາຍກວ່າທີ່ຄາດເອົາໄວ້ ແລະ ຜົນການສຶກສານີ້ໄດ້ຕີພິມໃນວາລະສານ Cancer ໂດຍພົບວ່າຄົນເຈັບພະຍາດມະເຮັງລຳໄສ້ທຸກ 7 ຄົນ ຢ່າງໜ້ອຍ 1 ຄົນ ອາຍຸໜ້ອຍກວ່າ 50 ປີ. ນອກຈາກນີ້, ຄົນເຈັບທີ່ອາຍຸໜ້ອຍກວ່າ 50 ປີ ຍັງເປັນມະເຮັງໃນໄລຍະຮ້າຍແຮງກວ່າຄົນເຈັບທີ່ອາຍຸສູງກວ່າອີກດ້ວຍ.
ໃນການສຶກສາຄັ້ງນີ້ທີມນັກວິໄຈໄດ້ສຶກສາຄົນເຈັບ 260.000 ຄົນ ທີ່ກວດພົບວ່າເປັນມະເຮັງລຳໄສ້ ໃນລະ ຫວ່າງປີ 1998 ຫາ 2001 ການສຶກສາພົບວ່າ 15% ຂອງຈຳນວນຄົນເຈັບໃນການສຶກສາເປັນຄົນທີ່ມີອາຍຸໜ້ອຍກວ່າ 50 ປີ.

ຢ່າງໃດກໍຕາມ, ການສຶກສາໄດ້ພົບວ່າ: ຄົນເຈັບທີ່ອາຍຸໜ້ອຍກວ່າ 50 ປີ ຈະມີອາຍຸຢູ່ໄດ້ດົນກວ່າຄົນເຈັບທີ່ອາຍຸຫຼາຍກວ່າ ແລະ ມີໂອກາດໜ້ອຍທີ່ມະເຮັງຈະກັບຄືນເນື່ອງຈາກໄດ້ຮັບການບຳບັດ, ທ່ານ Samantha Hendern ຮອງສາດສະດາຈານດ້ານການຜ່າຕັດ ທີ່ມະຫາວິທະຍາໄລ University of Michigan ໃນ Ann Arbor ທີ່ເປັນສະມາຊິກທີມວິໄຈໄດ້ໃຫ້ສຳພາດກັບໜັງສືພິມ Tampa Bay Times ວ່າ: ຂ້ອນຂ້າງແປກໃຈທີ່ພົບວ່າມີຄົນເຈັບພະຍາດມະເຮັງລຳໄສ້ອາຍຸໜ້ອຍຈຳນວນຫຼາຍຂຶ້ນ.
ທ່ານ Hendern ກ່າວຕື່ມອີກວ່າ: ມີຄົນເຈັບໃນໄລຍະອາຍຸ 30 – 40 ປີ ເພີ່ມຂຶ້ນຫຼາຍ ກວ່າເກົ່າ ແລະ ບັນດາແພດໄດ້ແນະນຳໃຫ້ປະຊາຊົນທົ່ວໄປກວດມະເຮັງລຳໄສ້ເປັນປະຈຳຫຼັງຈາກອາຍຸຄົບ 50 ປີ, ສຳລັບຜູ້ທີ່ມີປະຫວັດໃນຄອບຄົວເປັນມະເຮັງລຳໄສ້ ແມ່ນຈະໄດ້ຮັບຄຳແນະນຳໃຫ້ເຂົ້າໄປກວດມະເຮັງລຳໄສ້ເປັນປະຈຳ ຕັ້ງແຕ່ອາຍຸຄົບ 40 ປີ.

ໃນການໃຫ້ສຳພາດກັບ CBS News ທ່ານ Hendren ກ່າວວ່າ: ຜົນການສຶກສານີ້ຄວນເປັນຄຳເຕືອນທາງສຸຂະພາບແກ່ຄົນທົ່ວໄປ ແຕ່ບໍ່ໄດ້ໝາຍຄວາມວ່າຈະຕ້ອງມີການແນະນຳໃນການກວດຫາມະເຮັງລຳໄສ້ແຕ່ຢ່າງໃດ, ສະມາຄົມມະເຮັງອາເມຣິກາ ( American Cancer Society ) ຊີ້ວ່າ: ມະເຮັງລຳໄສ້ເປັນສາເຫດໃຫ້ຄົນໃນສະຫະລັດອາເມຣິກາ ຕາຍຫຼາຍທີ່ສຸດເປັນອັນດັບ 3 ເມື່ອທຽບກັບມະເຮັງຊະນິດອື່ນໆ ແລະ ຄາດວ່າຈະເປັນສາເຫດໃຫ້ຄົນເສຍຊີວິດຫຼາຍກວ່າ 49 ພັນຄົນຕໍ່ປີ.

ອາການທີ່ເຫັນຫຼາຍທີ່ສຸດຂອງມະເຮັງລຳໄສ້ ຄືພົບເລືອດສີດຳໃນອາຈົມ ເຊິ່ງ ທ່ານ Hendren ກ່າວວ່າ: ລັກສະນະຂອງອາຈົມທີ່ມີຂະໜາດນ້ອຍ, ບາງ ຫຼື ຮູບຮ່າງຄືໄສ້ສໍ ມັກຈະມີມູນວ່າເປັນມະເຮັງລຳໄສ້ ແລະ ຖ້າວ່າມີອາການນ້ຳໜັກຕົວຫຼຸດຮ່ວມນຳ ກໍອາດຈະເວົ້າໄດ້ວ່າກຳລັງຈະເປັນມະເຮັງລຳໄສ້.
ທ່ານ Andrew Chan ຮອງສາດສະດາຈານດ້ານການແພດ ທີ່ມະຫາວິທະຍາໄລ Harvard ໃນ ບອສຕັນ ກ່າວວ່າ: ຍັງບໍ່ເປັນທີ່ເຂົ້າໃຈກັນວ່າເປັນຫຍັງມະເຮັງລຳໄສ້ຈຶ່ງເລີ່ມເກີດຫຼາຍຂຶ້ນໃນຄົນທີ່ອາຍຸໜ້ອຍກວ່າ 50 ປີ ແລະ ອະທິບາຍສາເຫດບໍ່ໄດ້ ໂດຍບໍ່ໄດ້ເກີດຂຶ້ນຍ້ອນການວິໄຈທີ່ພັດທະນາຂຶ້ນ ແຕ່ເປັນຕົວເລກຄົນເຈັບທີ່ສູງຂຶ້ນເລື້ອຍໆ ຫຼື ອາດຈະມີປັດໄຈທາງສິ່ງແວດລ້ອມ ທີ່ສົ່ງຜົນໃຫ້ຄົນອາຍຸໜ້ອຍເປັນມະເຮັງລຳໄສ້ຫຼາຍຂຶ້ນກໍເປັນໄດ້ ເນື່ອງຈາກມະເຮັງລຳໄສ້ກໍຄືກັບມະເຮັງຊະນິດອື່ນໆທີ່ມີປັດໄຈສ່ຽງຈາກການສູບຢາ, ຄວາມຕຸ້ຍ, ຈາກນິດໄສການຮັບປະທານອາຫານທີ່ບໍ່ມີປະໂຫຍດ ແລະ ຂາດການອອກກຳລັງກາຍ.
( ຂໍ້ມູນຈາກ: www.laopost.com )