ກະຊວງ ອຄ ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ແລະວັນສຳຄັນຂອງພັກຂອງຊາດ

76

ວັນທີ 9 ສິງຫາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ປະຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ (13/7/1909-13/7/2022) ແລະ ປະຖະກະຖາມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ (16/2/1982-16/2/2022)  ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງ ອຄ, ມີບັນດາກຳມະການໃນຄະນະປະຈຳພັກກະຊວງ, ກຳມະການໃນຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ, ຮອງຫົວໜ້າກົມ, ພ້ອມດ້ວຍພະນັກງານລັດຖະກອນຫຼັກແຫຼ່ງທົ່ວກະຊວງ ອຄ ເຂົ້າຮ່ວມ.


ທ່ານ ນາງ ຈັນສຸກ ແສງພະຈັນ ກ່າວວ່າ: ການຈັດຕັ້ງພິທີປາຖະກະຖາເຜີຍແຜ່ເອກະສານຕ່າງໆ ຂອງສູນກາງພັກໃນຄັ້ງນີ້ ຈຸດປະສົງເພື່ອໂຄສະນາອົບຮົມໃຫ້ແກ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງອ້ອມຂ້າງອົງຄະນະພັກ ກະຊວງ ອຄ ເຫັນໄດ້ຜົນສຳເລັດ, ຜົນງານອັນຍິ່ງໃຫຍ່ຂອງ ປະທານ ສຸພານຸວົງ ໃນການຮໍ່າຮຽນເອົາຄຸນສົມບັດ, ສິນທຳປະຕິວັດ, ຄວາມເປັນແບບຢ່າງທີ່ເຫຼື້ອມໃສສັດທາຂອງເພີ່ນເປັນພື້ນຖານໃນການສ້າງຄຸນທາດການເມືອງ, ເພື່ອເຮັດໃຫ້ຄະນະພັກ-ຄະນະນໍາ ສະມາຊິກພັກ-ພະນັກງານ ໄດ້ເຂົ້າໃຈເລິກເຊິ່ງ, ເຊື່ອມຊຶມ ແລະ ກຳແໜ້ນ ເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ, ເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງໃນການປະຕິບັດມະຕິດັ່ງກ່າວ ໃຫ້ປະກົດຜົນເປັນຈິງ, ທັນກັບເວລາທີ່ກໍານົດໄວ້ ແລະ ເປັນບ່ອນອີງໃນການຜັນຂະຫຍາຍມະຕິດັ່ງກ່າວໃຫ້ເປັນແຜນງານ, ໂຄງການລະອຽດ ໂດຍຕິດພັນກັບວຽກງານຕົວຈິງຂອງຂະແໜງ ອຄ, ສ້າງການຫັນປ່ຽນທາງດ້ານຄວາມຮູ້, ທັດສະນະ, ແນວຄິດ ແລະ ການກະທຳ ແນໃສ່ສົ່ງເສີມດ້ານດີ, ແກ້ໄຂຄວາມບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະຜ່ານມາ.

ທັງເປັນການສ້າງຄວາມເຊື້ອໝັ້ນ ໃຫ້ພະນັກງານ ແລະ ປະຊາຊົນຕໍ່ການນຳພາຂອງພັກ ແລະ ການບໍລິຫານຄຸ້ມຄອງລັດ. ນອກຈາກນີ້, ການປະຖະກະຖາມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ແມ່ນເພື່ອໃຫ້ເຫັນໄດ້ຜົນສຳເລັດ ແລະ ຜົນງານທີ່ພົ້ນເດັ່ນ ຂອງການເຄື່ອນໄຫວວຽກງານກວດກາ ໃນໄລຍະ 40 ປີ ຜ່ານມາ ແລະ ເປັນການໂຄສະນາສຶກສາອົບຮົມສະມາຊິກພັກ-ພະນັກງານ ໃຫ້ຮັບຮູ້ກ່ຽວກັບພາລະບົດບາດສຳຄັນ, ຄວາມຈໍາເປັນ, ການເຕີບໃຫຍ່ຂະຫຍາຍຕົວ ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ແກ່ສະມາຊິກພັກ-ພະນັກງານ ທີ່ເຮັດວຽກກວດກາ ມີຄວາມຮັກອາຊີບ ຂອງຕົນດ້ວຍຄວາມບໍລິສຸດໃຈ.


ໂອກາດດັ່ງກ່າວ, ທ່ານ ພຸດທະວັນ ນັນທະວົງ ຄະນະປະຈຳພັກກະຊວງ, ປະທານຄະນະກວດກາ, ຫົວໜ້າກົມກວດກາ ໄດ້ຂຶ້ນປະຖະກະຖາມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ໂດຍໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ, ຜົນສຳເລັດ ແລະ ຜົນງານທີ່ພົ້ນເດັ່ນ ຂອງການເຄື່ອນໄຫວວຽກງານກວດກາ ໃນໄລຍະ 40 ປີ ຜ່ານມາ