ປະທານກຳມາທິການ ການຄົມມະນາຄົມ ວຸດທິສະພາ ຣາຊະອານາຈັກໄທ ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

161

ວັນທີ 21 ກໍລະກົດ 2022 ທີ່ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ທ່ານ ພົນເອກ ຍອດຍຸດ ບຸນຍາທິການ ປະທານກຳມາທິການ ການຄົມມະນາຄົມ ວຸດທິສະພາ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບໂດຍ ທ່ານ ຕີ ຈີ ເຊັງ ຮອງປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ທ່ານ ພອນສະຫວັນ ທຳມະສິດ ຄະນະບໍລິຫານທ່າບົກທ່ານາແລ້ງ ດ້ານວຽກງານນິຕິກຳ, ຜູ້ຕາງໜ້າກົມທາງລົດໄຟ, ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະ, ພະນັກງານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 8 people and people standing

ໂອກາດດັ່ງກ່າວ, ທ່ານ ຕີ ຈີ ເຊັງ ໄດ້ກ່າວຕ້ອນຮັບທ່ານຮອງປະທານກຳມາທິການ ການຄົມມະນາຄົມວຸດທິສະພາ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຢ້ຽມຢາມໃນຄັ້ງນີ້ ພ້ອມທັງໄດ້ລາຍງານຄວາມເປັນມາຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ວ່າເປັນໜຶ່ງໃນໂຄງການພັດທະນາ Laos Logistics Link ( LLL ) ລວມມີ 4 ໂຄງການໃຫຍ່ ຄື:

May be an image of ‎map and ‎text that says '‎15072022 VLP PresentaionLao-Er ر Vientiane Logistics Park Norway Finland เสั้มทาๆลัดไฟ ទើវិប- ឌมจ၅ ឪ၅ឌ၅ EUROPE RAILWAY XINJIANG CHONGQING Estonia Latvia Lithuania Germany Russia Germany Rybnoye Belarus Poland Kurgan Ukraine llek Petropavi Kazakhstan Bulgaria Astana Georgia Azerbaijan Turkey Uzbekistan AI Dostykou Mongolia Urumqi Turkmenistan Algeria Tajikistan rk Libya Afghanistan Egypt Lanzhou Pakistan XiAn Kunming S.E.A Chongqing‎'‎‎

1). ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

2). ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ.

3). ເສັ້ນທາງລົດໄຟ ລາວ – ຫວຽດນາມ.

4). ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 ເມກາວັດ ທີ່ແຂວງຄຳມ່ວນ.

May be an image of 13 people and indoor

ໂຄງການພັດທະນາທ່າບົກທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວຈາກ Land Lock ສູ່ປະເທດ Land Link ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງ, ເຊື່ອມຈອດອະນຸພາກພື້ນ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຂອງໂຄງການຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ ໄປ ສປ ຈີນ ແລະ ສປ ຈີນ ໄປສູ່ ເອີຮົບ ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ – ຈີນ ເຮັດໃຫ້ຫຼຸດເວລາໃນການຂົນສົ່ງ ແລະ ຈະຊ່ວຍຫຼຸດຂັ້ນຂອດຕ່າງໆ ພ້ອມທັງເຮັດໃຫ້ຄ່າບໍລິການດ້ານໂລຈິສຕິກຖືກລົງ. ປັດຈຸບັນ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ຈຸດຄ່ຽນຖ່າຍສິນຄ້າລະຫວ່າງລົດໄຟ ລາວ – ໄທ ແລະ ລາວ – ຈີນ ແມ່ນໄດ້ເຊື່ອມຈອດກັນສຳເລັດ ແລະ ເປີດບໍລິການຢ່າງເປັນທາງການແລ້ວ ໃນວັນທີ 1 ກໍລະກົດ 2022 ຜ່ານມາ ເຊິ່ງເອີ້ນໄດ້ວ່າສາມາດ Link ກັນໄດ້ແລ້ວ ແລະ ຖືເປັນເສັ້ນທາງແຫ່ງປະຫວັດສາດ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນພາກພື້ນນີ້.

No photo description available.

ນອກຈາກນີ້, ທ່ານ ຕີ ຈີ ເຊັງ ຍັງໃຫ້ຮູ້ຕື່ມວ່າ: ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແມ່ນຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງ 382 ເຮັກຕາ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກ ມີໂຄງຮ່າງພື້ນຖານດ້ານການຄົມມະນາຄົມ ມີທ່າບົກ, ເສັ້ນທາງລົດໄຟ ລາວ – ໄທ, ລົດໄຟ ລາວ – ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ຈະເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ໃນອະນາຄົດ. ນອກນີ້, ໃນໂຄງການຍັງເປັນເຂດໂລຈິສຕິກ ຄົບວົງຈອນ ເຊິ່ງຈະປະກອບມີ: 1. ສາງເກັບນໍ້າມັນ; 2. ເຂດໂລຈິສ ຕິກ ບໍລິການຫຼັກ ເຊັ່ນ: ບໍລິການສາງເກັບຮັກສາສິນຄ້າ, ສູນແຈກຢາຍສິນຄ້າຜ່ານສິ່ງອຳນວຍຄວາມສະດວກຕ່າງໆ; 3. ເຂດການຄ້າເສລີ ຈະມີເຂດຜະລິດຕະພັນອຸດສາຫະກຳ, ເຕັກໂນໂລຊີ, ສຳນັກງານຫ້ອງການ ພື້ນທີ່ຕຶກອາຄານສຳລັບທຸລະກິດ, ເຂດການຄ້າ; 4. ທ່າບົກທ່ານາແລ້ງ ເປັນສູນກາງຄ່ຽນຖ່າຍສິນຄ້າ ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ – ອອກຜ່ານແດນ ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ ແລະ 5. ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ.

May be an image of 1 person, sitting and text that says 'ational Border Checkpoint (Cargo Terminal) and Vier 21 July 2022'

ພ້ອມນັ້ນ, ຜູ້ເຂົ້າຮ່ວມຝ່າຍຣາຊະອານາຈັກໄທ ຍັງໄດ້ປຶກສາຫາລື, ສອບຖາມບັນຫາຕ່າງໆຕໍ່ໂຄງການ ເພື່ອໃຫ້ມີ ຄວາມເຂົ້າໃຈ ແລະ ໃນຕອນທ້າຍ ທ່ານປະທານກຳມາທິການ ການຄົມມະນາຄົມ ວຸດທິສະພາ ຣາຊະອານາຈັກໄທ ຕາງໜ້າຄະນະໄດ້ສະແດງຄວາມຂອບໃຈຕໍ່ຄະນະບໍລິຫານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ທີ່ໄດ້ໃຫ້ການຕອບຮັບ ແລະ ອະທິບາຍໃຫ້ຂໍ້ມູນລາຍລະອຽດ ກ່ຽວກັບການພັດທະນາໂຄງການດັ່ງກ່າວ ເພື່ອຈະເອົາຂໍ້ມູນ ແລະ ການໄດ້ລົງມາຢ້ຽມຢາມຕົວຈິງຄັ້ງນີ້ ສົ່ງຕໍ່, ບອກຕໍ່ຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງຕ່າງໆຂອງໄທໃຫ້ຮູ້ ເພື່ອຫາລືການຮ່ວມມືກັນໃນຕໍ່ໜ້າ.

ນອກຈາກນີ້, ຄະນະຢ້ຽມຢາມ ຍັງໄດ້ເບິ່ງສະພາບຕົວຈິງຂອງການພັດທະນາໂຄງການ ເຊັ່ນ: ຢ້ຽມຢາມລານຕູ້ສິນຄ້າ CY, ສາງຄ່ຽນຖ່າຍສິນຄ້າ, ຈຸດເຊື່ອມຕໍ່ຄ່ຽນຖ່າຍສິນຄ້າລະ ຫວ່າງ ລົດໄຟ ລາວ – ໄທ ແລະ ລາວ – ຈີນ.