ການນຳຂັ້ນສູງຂອງລາວເຊັນປຶ້ມໄຫວ້ອາໄລ ຕໍ່ການເສຍຊີວິດຂອງ ອະດີດນາຍົກຍີ່ປຸ່ນ

53

ໃນວັນທີ 12 ກໍລະກົດ 2022, ທີ່ ສະຖານທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ບັນດາການນຳຂັ້ນສູງຂອງ ສປປ ລາວ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ພະນະທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ; ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາມລຳດັບ.

ສຳລັບເນື້ອໃນການເຊັນປຶ້ມໄຫວ້ອາໄລ ຂອງພະນະທ່ານ ນ. ປານີ ຢາທໍ່ຕູ້ ລະບຸວ່າ: ຕາງໜ້າປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ,  ຂໍສະແດງຄວາມເສົ້າສະຫລົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນຂອງ ພະນະທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ.


ພະນະທ່ານ ຊິນໂຊ ອາເບະ ເປັນນັກການເມືອງທີ່ເຕັມໄປດ້ວຍປະສົບການ ການເຄື່ອນໄຫວວຽກງານທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນອະດີດການນໍາທີ່ປະກອບສ່ວນຢ່າງໃຫຍ່ຫລວງໃນການສ້າງ ແລະ ຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ ຕະຫລອດຊີວິດການ ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ລວມທັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ໂດຍສະເພາະການຍົກລະດັບສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫລອດມາ.

ການສູນເສຍອະດີດການນໍາ ທີ່ສໍາຄັນຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້ ຖືເປັນການສູນເສຍບຸກຄະລາກອນ ແລະ ການນໍາທີ່ສໍາຄັນຂອງຍີ່ປຸ່ນ, ທັງເປັນການສູນເສຍເພື່ອນມິດທີ່ສໍາຄັນ ຂອງ ສປປ ລາວ. ໃນຊ່ວງເວລາໂສກເສົ້າອາໄລຢ່າງສຸດຊຶ້ງນີ້, ຕາງໜ້າປະຊາຊົນລາວທຸກຖ້ວນໜ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອນມິດ ໂດຍສະເພາະ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ຊິນໂຊ ອາເບະ ມານະໂອກາດນີ້ດ້ວຍ.

ສ່ວນພະນະທ່ານ ພັນຄໍາ ວິພາວັນ ມີຄື: ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ການຈາກໄປຂອງ ພະນະທ່ານ ຊິນໂຊ ອາເບະ ບໍ່ພຽງແຕ່ເປັນການສູນເສຍອະດີດການນຳທີ່ເຄົາລົບຮັກຂອງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ແຕ່ຍັງເປັນການສູນເສຍເພື່ອນມິດທີ່ໃກ້ຊິດ ແລະ ສະໜິດສະໜົມຂອງ ລັດຖະບານ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.

ຕະຫລອດຊີວິດການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ພະນະທ່ານ ຊິນໂຊ ອາເບະ ໄດ້ປະ ກອບສ່ວນຢ່າງໃຫຍ່ຫລວງ ໃນພາລະກິດຮັບໃຊ້ຊາດ ກໍຄືການຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ລວມທັງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ໂດຍສະເພາະການຍົກລະດັບສາຍພົວພັນ ແລະ ເສີມຂະ ຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.


ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ ປຸ່ນ ເພື່ອນມິດ ໂດຍສະເພາະ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ຊິນໂຊ ອາເບະ ມານະໂອກາດນີ້ດ້ວຍ.


ເຊັ່ນດຽວກັບພະນະທ່ານ ສະເຫລີມໄຊ ກົມມະສິດ ລະບຸວ່າ: ຕາງໜ້າຄະນະນໍາ ແລະ ພະນັກ ງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ.

ພະນະທ່ານ ຊິນໂຊ ອາເບະ ເປັນຜູ້ນໍາທີ່ມີວິໄສທັດກວ້າງໄກ ແລະ ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການຍົກບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມນັ້ນ ພາຍໃຕ້ການຊີ້ນໍາຂອງ ພະນະທ່ານ ຊິນໂຊ ອາເບະ, ການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ຍີ່ປຸ່ນ ໄດ້ຮັບການຮັດແໜ້ນ ແລະ ຍົກລະດັບຂຶ້ນໃຫ້ເປັນຄູ່ຮ່ວມຍຸດທະສາດ ທີ່ນໍາຜົນປະໂຫຍດຕົວຈິງ ມາສູ່ ປະຊາ ຊົນສອງຊາດ ລາວ-ຍີ່ປຸ່ນ.

ໃນບັນຍາກາດອັນໂສກເສົ້າສະຫລົດໃຈນີ້, ຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດ ຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງລັດຖະບານຍີ່ປຸ່ນ, ຄະນະນໍາ ແລະ ພະນັກງານ ສະຖານເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ກໍຄືຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ຊິນໂຊ ອາເບະ ມານະໂອກາດນີ້ດ້ວຍ.