ຄະນະນຳແຂວງຮ່າຕິ່ງ ລົງຢ້ຽມຢາມເຂດທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

54

ໃນວັນທີ 5 ກໍລະກົດ ທ່ານ ຫວໍ ຈ້ອງ ຫ້າຍ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງຮ່າຕິ່ງ ສສ ຫວຽດນາມ, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

May be an image of 2 people, people standing and text that says 'ẢI, PHÃ BÍ THƯ TỈNH ỦY, CHỦ TỊCH ỦY BAN NHÂN DÂN CAO THĂM CƯA KHẨU QUỐC TẾ HÀNG HÓA THA BỐC THANALENG RUNG TÂM LOGIGNIC TARIC THỦ ĐÔ VIÊNG CHĂN ĐÔ VIÊNG CHĂN AY 5 THÁNG 7 NĂM 2022 ThaHTnk FvVatg'

ໃຫ້ການຕ້ອນຮັບຂອງ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດຜູ້ດຽວ, ທັງເປັນຜູ້ອຳນວຍການ ໃຫຍ່ ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການບໍລິຫານຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວ ໂຮນດິ້ງ ຈໍາກັດ, ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານກຳມະການຜູ້ຊີ້ນຳວຽກງານພັດທະນາໂຄງການຕ່າງປະເທດ, ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ, ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 12 people and people standing
ທ່ານ ຈັນທອນ ສິດທິໄຊ ກ່າວບາງຕອນວ່າ: ໂຄງການທ່າບົກທ່ານາແລ້ງ ມີເນື້ອທີ່ທັງໝົດ 437 ເຮັກຕາ, ມູນຄ່າການລົງທຶນ 727 ລ້ານໂດລາ, ໃນນັ້ນສະເພາະເຂດທ່າບົກທ່ານາແລ້ງ ໄລຍະ 1 ມີມູນຄ່າການລົງທຶນ 180 ລ້ານໂດລາ, ໄລຍະທີ 2 ມີໃນພື້ນທີ່ 30 ເຮັກຕາ ຄາດການລົງທຶນປະມານ 200 ລ້ານໂດລາ, ສະເພາະເຂດໂລຊິດສະຕິກພາກມີເນື້ອທີ່ 327 ເຮັກຕາ ມູນຄ່າການລົງທຶນ 500 ລ້ານໂດລາ ເຊິ່ງຢູ່ໃນເຂດນີ້ແມ່ນຈະມີເຂດອຸດສາຫະກຳເບົາ, ເຂດສູນກາງການເງິນ, ເຂດສາງນໍ້າມັນ, ເຂດການຄ້າ, ເຂດປອດພາສີ ແລະ ເຂດໂລຊິດສະຕິກ.

May be an image of 8 people, people standing and indoor
ຄາດຄະເນວ່າສິນຄ້າຈະມາແປຮູບ 40% ຂອງຕົ້ນທຶນ ແລ້ວເຂົ້າໄປປະເທດອາຊຽນແມ່ນເສຍພາສີ 0%, ຄາດວ່າຈະມີຕູ້ຄອນເທັນເນີມາຜ່ານທ່າບົກທ່ານາແລ້ງ ອອກໄປຈີນ ສູ່ເອີຣົບ ຫຼື ຈາກເອີຣົບ ຫຼື ຈີນ ເຂົ້າບັນດາປະເທດອາຊຽນ ຈຳນວນ 2 ລ້ານຄອນເທັນເນີ. ດັ່ງນັ້ນ, ໂຄງການທ່າບົກທ່ານາແລ້ງ ຫຼື ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແມ່ນໜຶ່ງໃນໂຄງການລາວໂລຊິດສະຕິກລິ້ງ ໂດຍລວມມີການລົງທຶນພັດທະນາທ່າເຮືອຫວຸ້ງອ່າງ, ເສັ້ນທາງລົດໄຟ ລາວ – ຫວຽດ, ເຂດໂລຊິດສະຕິກແຂວງຄຳມ່ວນ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ແລະ ໂຄງງານໄຟຟ້າ 2.000 ເມກາວັດ ຢູ່ແຂວງຄຳມ່ວນ.
ເປົ້າໝາຍການກໍ່ສ້າງເສັ້ນທາງລົດໄຟແຂວງຄຳມ່ວນ ໄປຫາຊາຍແດນຫວຽດນາມ ຄາດວ່າຈະຈັດຕັ້ງປະຕິບັດໃນທ້າຍປີ 2022 ນີ້ ແລະ ຈະໃຊ້ເວລາ 2 ປີ 6 ເດືອນ ຈະສຳເລັດ ແລະ ລໍຖ້າການເຊື່ອມໂຍງຈາກຊາຍແດນຫວຽດນາມ ໄປຫາທ່າເຮືອຫວຸ້ງອ່າງ.
ສີ່ງທີ່ສຳຄັນສະເພາະການພັດທະນາເຂດທ່າບົກທ່ານາແລ້ງ ພວກເຮົາໃຊ້ເວລາພຽງ 11 ເດືອນໃນການກໍ່ສ້າງ ແລະ ສຳເລັດ 90% ພ້ອມສາມາດເປີດບໍລິການໄດ້ແລ້ວ ຄາດວ່າອີກ 3 ເດືອນຂ້າງໜ້າຈະສຳເລັດ 100% ແລະ ຄາດຄະເນການເກັບລາຍຮັບເຂົ້າງົບປະມານໃຫ້ລັດຖະບານ ປີລະປະມານ 400 ລ້ານໂດລາ ເຊິ່ງມັນຍັງຈະກ່ຽວກັບການພັດທະນາທ່າເຮືອຫວຸ້ງອ່າງ ຕາມຄວາມຄາດຫວັງຂອງ ສປປ ລາວ ທີ່ຢາກມີທາງອອກສູ່ທະເລ ທີ່ຈະຊ່ວຍກະຕຸ້ນເສດຖະກິດຂອງ 2 ປະເທດ ລາວ – ຫວຽດນາມ ຄາດວ່າສະເພາະຢູ່ທ່າເຮືອຫວຸ້ງອ່າງ ຈະມີການບໍລິການ 1,5 ລ້ານຕູ້ຄອນເທັນເນີ.

May be an image of outdoors
ປະຫວັດຫຍໍ້ຂອງບໍລິສັດພວກເຮົາແມ່ນໃນນາມກຸ່ມບໍລິສັດພົງສະຫວັນ ເຊິ່ງກຸ່ມບໍລິສັດພວກເຮົາແມ່ນມີທຸລະກິດພະລັງງານ, ທະນາຄານ, ສາຍການບິນ, ບໍລິສັດຂາອອກ – ຂາເຂົ້າ ແລະ ທຸລະກິດອື່ນໆ ຫຼາຍກວ່າ 20 ທຸລະກິດ.
ໃນໂອກາດນີ້, ທ່ານ ຫວໍ ຈ້ອງ ຫ້າຍ ກ່າວບາງຕອນວ່າ: ຜ່ານການຮັບຟັງການລາຍງານ ແລະ ຮັບຊົມວີດີໂອກ່ຽວກັບຂອງໂຄງການຕ່າງໆແມ່ນມີຄວາມເປັນໄດ້ ແລະ ຮັບຮອງທ່ານຈະມີຜົນສຳເລັດຕາມເປົ້າໝາຍເປັນຢ່າງສູງ, ຜ່ານການໄດ້ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີ ສປປ ລາວ ເຫັນໄດ້ວ່າບັນດາໂຄງການຂອງບັນດາສະຫາຍແມ່ນໄດ້ຮັບຄວາມສະໜັບສະໜູນຈາກພາກລັດທັງ 2 ຝ່າຍ ລາວ – ຫວຽດ ແລະ ເປັນ ຄວາມຄາດຫວັງໜຶ່ງທີ່ຈະເຂົ້າເປັນສັກຂີພິຍານຂອງນາຍົກ 2 ປະທານ ກ່ຽວກັບການເປີດນຳໃຊ້ ທ່າທຽບເຮືອ 1, 2, 3 ຂອງທ່າເຮືອຫວຸ້ງອ່າງໃນມໍ່ໆນີ້. ປະເທດລາວບໍ່ເຄີຍມີທະເລ ແຕ່ດຽວນີ້ປະເທດລາວມີທະເລແລ້ວ ກໍຢາກໃຫ້ຍູ້ການພັດທະນາໃນການນຳໃຊ້ທ່າເຮືອນັ້ນ.

No photo description available.
ສະເພາະ ລາວ – ຫວຽດນາມ ເປັນ 2 ຊາດ ທີ່ມີການພົວພັນແບບພິເສດມາແຕ່ດົນນານ, ພັກ – ລັດ ກໍຄືປະຊາຊົນ ຫວຽດນາມ ກໍໄດ້ມອບທ່າເຮືອໃຫ້ລາວມີທະເລ ພ້ອມເພີ່ມກຳມະສິດຖືຫຸ້ນໃຫ້ລັດຖະບານລາວ 60%. ສະເພາະທ້ອງຖິ່ນ ຂ້າພະເຈົ້າກໍໄດ້ໃຫ້ການສະໜັບສະໜູນຢູ່ໃນລະດັບສູງ ແລະ ພວກເຮົາກໍໄດ້ສະເໜີຊຸກຍູ້ລັດຖະບານ ລາວ – ຫວຽດນາມ ໃນການພັດທະນາທາງລົດໄຟຈາກທ່າເຮືອຫວຸ້ງອ່າງ ມາຫາ ທ່າແຂກ ແຂວງຄຳມ່ວນ. ດຽວນີ້ ສປປ ລາວ ມີທັງທະເລ ແລະ ທາງລົດໄຟຈາກຫວຸ້ງອ່າງ ມາລາວ ມັນຈະເປັນເສັ້ນທາງທີ່ອຳນວຍຄວາມສະດວກທີ່ສຸດໃຫ້ແກ່ການຂົນສົ່ງສິນຄ້າຂອງລາວ ພ້ອມ 10 ແຂວງພາກຕາເວັນອອກສ່ຽງເໜືອຂອງປະເທດໄທອີກດ້ວຍ ແລະ ຫວັງວ່າບໍລິສັດ ຫຼື ນັກທຸລະກິດຂອງລາວ ແລະ ຫວຽດນາມ ຈະເສຍສະຫຼະສ່ວນໜ້ອຍ ເພື່ອຜົນປະໂຫຍດສ່ວນລວມ ໃນອະນາຄົດຮ່ວມກັນ, ທ່ານ ຫວໍ ຈ້ອງ ຫ້າຍ ກ່າວ.