ແປ້ງນົວປອມກຳລັງລະບາດ ກວດ 22 ຮ້ານພົບຢູ່ 7 ຮ້ານ

317

ແປ້ງນົວເປັນສ່ວນປະກອບອາຫານທີ່ຄົນລາວເກືອບວ່າສ່ວນໃຫຍ່ ນິຍົມກັນກິນບໍຂາດໃນແຕ່ລະວັນ ແຕ່ກໍ່ເປັນເລື່ອງໜ້າຄິດທີ່ຕະຫຼອດໄລຍະຜ່ານມາມັກມີຂອງປອມແອບແຝງຢູ່ ຫຼ້າສຸດນີ້ພົບຢູ່ແຂວງຜົ້ງສາລີ 7 ຮ້ານຈາກທັງໝົດ 22 ຮ້ານທີ່ໄດ້ລົງກວດຕົວຈີງ.

ເພື່ອເປັນການຕິດຕາມກວດກາສິນຄ້າປອມແປງ, ສິນຄ້າລອກຮຽນແບບ ແລະ ເປັນການປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ຮັບສິນຄ້າທີ່ມີຄຸນນະພາບ ແລະ ຍຸດຕິທຳນັ້ນ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີໄດ້ຈັດໃຫ້ມີກອງປະຊຸມປຶກສາຫາລືກ່ຽວກັບການລົງກວດກາແປ້ງນົວປອມ ກາຈອງ ຣາຊາຊູຣົດ ໂດຍການເປັນປະທານ ຂອງທ່ານ ອຸດອນ ມະນີຈັນ ຮອງຫົວໜ້າພະະແນກອຸດສາຫະກຳ ແລະ ການຄ້າ, ມີທ່ານ ອຳນວຍການບໍລິສັດ ພູວຽງ ທີ່ປຶກສາການຄ້າ ແລະ ການລົງທຶນ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຈຸດປະສົງແມ່ນ ເພື່ອຮ່ວມກັນລົງກວດກາສິນຄ້າປອມແປງ ເປັນຕົ້ນແມ່ນ ແປ້ງນົວກາຈອງ ຣາຊາຊູຣົດ.


ຈາກນັ້ນ ທີມງານໄດ້ລົງເຄື່ອນໄຫວກວດກາ ແປ້ງນົວປອມ ກາຈອງ ຢູ່ ສອງເມືອງຄື: ຕະຫຼາດເທດສະບານເມືອງຜົ້ງສາລີ ແລະ ຕະຫຼາດ ເມືອງບຸນເໜືອ, ຜົນການກວດກາ ໃນ 22 ຮ້ານ, ກວດກາພົບເຫັນມີແປ້ງນົວປອມ 07 ຮ້ານ, ມີ 210 ຖົງ ລວມເປັນມູນຄ່າ 1.868.000 ກີບ, (ສິນຄ້າທີ່ຍຶດໄດ້ມາຈະຈັດພິທີທຳລາຍໃນເວລາອັນຄວນ).


ການເລືອກຊື້ສິນຄ້າ ຂໍໃຫ້ທຸກທ່ານກວດກາສິນຄ້າລະອຽດ, ຫຼີກລຽງສິນຄ້າປອມແປງ ແລະ ຄວນກວດກາ ວັນເດືອນປີຜະລິດ ແລະ ວັນໝົດອາຍຸ ກ່ອນຊື້ຈະດີທີ່ສຸດ.