ລົດແກ້ວ ຄວ້າແຊັມແລ່ນມາຣາທອນທີ່ ສາມຫຼ່ຽມຄໍາ ຄວ້າເງິນລາງວັນຫຼາຍທີ່ສຸດເຖິງ 100 ກວ່າລ້ານກີບ

69

ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນຍິງມື 1 ຂອງ ສປປ ລາວ ຄວ້າເງິນລາງວັນເຂົ້າກະເປົ໋າຫຼາຍທີ່ສຸດທີ່ເຄີຍມີມາ ຫຼັງຈາກເຂົ້າເສັ້ນໄຊເປັນຄົນທໍາອິດໃນການແຂ່ງຂັນແລ່ນ ມາຣາທອນ ສາມຫຼ່ຽມຄໍາ ຄັ້ງທີ 2 ໃນຕອນເຊົ້າວັນທີ 26 ມິຖຸນາ 2022 ຄວ້າແຊັມ ແລະ ຄວ້າເງິນລາງວັນໄປເຖິງ 106.000.000 ກີບ.

ໂດຍ ລົດແກ້ວ ລົງແຂ່ງຂັນລຸ້ນ ຮາຟມາຣາທອນຍິງ ( 21,5 ກິໂລແມັດ ) ສາມາດເຂົ້າເສັ້ນໄຊເປັນຄົນທໍາອິດດ້ວຍເວລາ 1 ຊົ່ວໂມງ 25 ນາທີໆ ກັບ 5 ວິນາທີຄວ້າແຊັມໄປຄອງ ເອົາຊະນະອັນດັບ 2 ນັດຕະຍາ ທະນະລົນນະວັດ ຈາກໄທ ເຂົ້າເສົ້ນໄຊ 1 ຊົ່ວໂມງ 29 ນາທີ 12 ວິນາທີ ແລະ ອັນດັບ 3 ກັນຍາລັກ ເສລີວຸດທິໄຊ ຈາກໄທ ທີ່ເຂົ້າເສັ້ນໄຊ 1 ຊົ່ວໂມງ 38 ວິນາທີ 40 ວິນາທີ.

ເບິ່ງປະຫວັດຂອງ ລົດແກ້ວ ເພີ່ມຕື່ມໄດ້ທີ່ຄລິບລຸ່ມນີ້:

ຂ່າວ: Larh Creators; ຮູບຈາກ: Lodkeo Inthakoumman