ລາວຊໍາຊຸງຈັດກິດຈະກຳ Samsung Love & Care ໂຄງການປັບປຸງອາຄານ ແລະ ມອບອຸປະກອນການຮຽນໃຫ້ນ້ອງ

86

ຊົມເຊີຍບໍລິສັດຊໍາຊຸງທີ່ເປັນສ່ວນໜຶ່ງໃນການສ້າງສັນສັງຄົມແຫ່ງເຕັກໂນໂລຊີ ເພື່ອການຮຽນຮູ້ ແລະ ເປັນສ່ວນໜຶ່ງໃນຊີວິດປະຈໍາວັນດ້ວຍໂຄງການ Samsung Love & Care ເຊິ່ງຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ທີ່ໂຮງຮຽນປະຖົມສົມບູນຫົວນາທົ່ງ, ບ້ານຫົວນາທົ່ງ, ເມືອງປາກງື່ມ, ແຂວງນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ວໍລະວັນ ຕັງກະມົນສະຖາພອນ, ຫົວໜ້າພະແນກມືຖື, ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈໍາກັດ, ທ່ານ ຄໍາປານ ຂຸນທະວົງ, ຮອງຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງປາກງື່ມ ແລະ ທ່ານ ອໍາພອນ ພົມມະຈັນ, ຜູ້ອຳນວຍການໂຮງຮຽນປະຖົມສົມບູນຫົວນາທົ່ງ ໃຫ້ກຽດເຂົ້າຮ່ວມເປັນປະທານໃນງານ.

ທ່ານນາງ ວໍລະວັນ ໄດ້ໃຫ້ຮູ້ວ່າ “ບໍລິສັດ ລາວຊໍາຊຸງອີເລັກໂທຣນິກທີ່ມີສູນຈໍາໜ່າຍທົ່ວປະເທດທີ່ໄດ້ດໍາເນີນທຸລະກິດມາຫຼາຍກວ່າ 10 ປີ ແລະ ຈຸດປະສົງໃນການຈັດກິດຈະກຳຄັ້ງນີ້ ກໍເພື່ອບູລະນະຮັກສາໂຮງຮຽນ ລວມທັ້ງນຳພານັກຮຽນ ແລະ ເຍົາວະຊົນໃນໂຮງຮຽນໃຫ້ໄດ້ນໍາໃຊ້ເຕັກໂນໂລຊີເຂົ້າໃນການຮຽນ, ໂດຍປະກອບສ່ວນໂທລະພາບ ແລະ ແທັບເລັດເຂົ້າໃນການສຶກສາ ຕະຫຼອດຈົນການສົ່ງເສີມໃຫ້ນັກຮຽນຫຼິ້ນກິລາ, ກິດຈະກໍາໃນໂຄງການນີ້ ປະກອບດ້ວຍການປັບປຸງອາຄານຮຽນ, ສ້າງຫ້ອງສະໝຸດ, ມອບອຸປະກອນການຮຽນ ແລະ ອຸປະກອນອິເລັກໂທນິກທີ່ຈຳເປັນເພິ່ມເຕີມເຊັ່ນ: ໂທລະພາບຊໍາຊຸງຂະໜາດ 6,5 ນິ້ວ 1 ເຄື່ອງ ແລະແທັບເລັດຊໍາຊຸງອີກ 3 ເຄື່ອງ ລວມມູນຄ່າຫຼາຍກວ່າ 241,000,000 ກີບ ເຊິ່ງເຮົາເຊື່ອວ່າ ທັງໝົດນີ້ຈະເປັນສ່ວນໜຶ່ງໃນການສ້າງພື້ນຖານເພື່ອການພັດທະນາຢ່າງຍືນຍົງຕໍ່ໄປໃຫ້ກັບສັງຄົມ”.

ທັ້ງນີ້ ທ່ານ ອໍາພອນໄດ້ກ່າວວ່າ “ທັ້ງໝົດນີ້ນັບໄດ້ວ່າເປັນຈຳນວນທີ່ຫຼາຍ, ຂ້າພະເຈົ້າຕ້ອງຂໍຂອບໃຈທີ່ຊຳຊຸງທີ່ໃຫ້ການສະໜັບສະໜູນໂຮງຮຽນປະຖົມສົມບູນຫົວນາທົ່ງ ແລະ ພວກເຮົາຈະນຳເອົາສິ່ງຂອງທີ່ໄດ້ຮັບການຊ່ວຍເຫຼືອນີ້ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ນັກຮຽນ”

ກິດຈະກໍາ Samsung Love & Care ຂອງຊໍາຊຸງລາວ ນັບວ່າເປັນໜຶ່ງໃນກິດຈະກໍາທີ່ຈັດຂຶ້ນຕາມວິໄສທັດຂອງຊໍາຊຸງ ທີ່ມຸ່ງໝັ້ນໃນການໃຊ້ຄວາມຊ່ຽວຊານ ແລະ ເຕັກໂນໂລຊີໃຫ້ເປັນສ່ວນໜຶ່ງໃນການຊຸກຍູ້ສັງຄົມໃຫ້ກ້າວໄປສູ່ອານາຄົດທີ່ດີກວ່າເກົ່າໂດຍຍຶດຫຼັກການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມຢູ່ສະເໝີ ພາຍໃຕ້ແນວຄິດ Together for Tomorrow ເຊິ່ງມຸ່ງເນັ້ນການສ້າງອານາຄົດທີ່ດີຮ່ວມກັນກັບສັງຄົມ ທັງດ້ານການສຶກສາ, ສັກກາຍະພາບມະນຸດ ແລະ ສິ່ງແວດລ້ອມເຊິ່ງເປັນແນວທາງທີ່ຊໍາຊຸງໃຊ້ໃນທຸກກປະເທດທົ່ວໂລກ.