ວາງສະແດງອາຫານນາໆຊາດ ລ້ານຊ້າງ-ແມ່ຂອງ ມີ 145 ບໍລິສັດ ຈາກ 5 ປະເທດເຂົ້າຮ່ວມ

97

ງານສະແດງອາຫານນາໆຊາດ ລ້ານຊ້າງ-ແມ່ຂອງ ເລີ່ມແຕ່ມື້ນີ້ຮອດວັນທີ 19 ມິຖຸນາ 2022 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ມີສິນຄ້າຮ່ວມວາງສະແດງ 200 ກວ່າຫ້ອງ ຈາກ 5 ປະເທດລວມ 145 ບໍລິສັດ ໃຫ້ທ່ານໄດ້ເລືອກຊື້ເລືອກຫາ ບໍ່ວ່າຈິຊື້ມາໃຊ້ຫຼືເປັນຕົວແທນຈຳໜ່າຍລ້ວນແມ່ນໂອກາດດີທັງໝົດ.


ພິທີເປີດງານວາງສະແດງອາຫານນາໆຊາດ ລ້ານຊ້າງ-ແມ່ຂອງ ປີ 2022 ມີຂຶ້ນໃນວັນທີ 10 ມິຖຸນາ 2022 ທີ່ສູນງການຄ້າລາວ-ໄອເຕັກ (ຫຼັງເກົ່າ) ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານເປີດງານໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ, ປະທານຄະນະທີ່ປຶກສາສະມາຄົມ ຫັດຖະກຳລາວ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ເອກອັກຄະລັດຖະທູດ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້ກົມສົ່ງເສີມການຄ້າ, ກະຊວງ ອຄ ກ່າວວ່າ: ງານວາງສະແດງອາຫານນານາຊາດ ລ້ານຊ້າງ-ແມ່ຂອງ ປີ 2022 (Lancang-Mekong International Food Exposition) ຄັ້ງນີ້ ແມ່ນໄດ້ຈັດຂຶ້ນພາຍໃຕ້ແນວຄິດທີ່ວ່າ “ສົ່ງເສີມສີລະປະຫັດຖະກໍາ ແລະ ອາຫານ ສູ່ສາກົນ“ ແລະ ການຈັດງານໃນຄັ້ງນີ້ ເປັນກິດຈະກໍາໜຶ່ງທີ່ນອນຢູ່ໃນຫຼາຍກິດຈະກໍາ ທີ່ຈັດຂຶ້ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງ ຄົບຮອບ 25 ປີ ຂອງການສ້າງຕັ້ງສະມາຄົມຫັດຖະກຳລາວ ແລະ ພ້ອມທັງສົ່ງເສີມສິນຄ້າເຂົ້າເຖິງຕະຫຼາດ, ການຊຸກຍູ້ທຸລະກິດໃຫ້ຜ່ານຜ່າອຸປະສັກ ການແຜ່ລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນ, ກະຊວງ ອຄ ກໍຄືກົມສົ່ງເສີມການຄ້າ ພ້ອມດ້ວຍຜູ້ສະໜັບສະໜູນ ຈຶ່ງໄດ້ຈັດງານວາງສະແດງດັ່ງກ່າວນີ້ຮ່ວມກັນຂຶ້ນ ເພື່ອຊຸກຍູ້ສົ່ງເສີມໃຫ້ສິນຄ້າລາວ ກໍຄືອາຫານໃຫ້ເຂົ້າເຖິງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.


ງານວາງສະແດງອາຫານນາໆຊາດຄັ້ງນີ້ ຈະໄດ້ນໍາສະເໜີສິນຄ້າກະສິກຳປຸງແຕ່ງ, ອາຫານ, ສິນລະປະຫັດຖະກຳ ສົ່ງເສີມອາຫານ, ສິນຄ້າຫັດຖະກຳ ແລະ ບັນດາເຄື່ອງດື່ມຕ່າງໆ ຂອງຫົວໜ່ວຍທຸລະກິດລາວ ໂດຍມີຫ້ອງວາງສະແດງແຫ່ງຊາດລວມເອົາສິນຄ້າກະສິກຳທີ່ໂດດເດັ່ນຂອງລາວ ແລະ ຂອງ 4 ປະເທດລຸ່ມແມ່ນໍ້າຂອງ ແລະ ບັນດາປະເທດ ອາຊຽນ ແລະ ອາຊີປາຊີຟິກ ມາສັງລວມໄວ້ໂຄສະນາເຜີຍແຜ່ໃຫ້ແຂກໄດ້ຊົມ ເປັນຕົ້ນສິນຄ້າໃນຂອບໂຄງການ ລ້ານຊ້າງ-ແມ່ຂອງ ປະກອບມີ: ປະເທດກຳປູເຈຍ, ມຽນມາ, ໄທ ແລະ ສສ ຫວຽດນາມ. ນອກຈາກນີ້, ຍັງໄດ້ມີການຈັດເວທີ ການເຈລະຈາການຊື້ຂາຍສິນຄ້າລາວກັບທຸລະກິດຕ່າງປະເທດ, ການແລກປ່ຽນບົດຮຽນກັບບັນດາປະເທດເຂົ້າຮ່ວມງານວາງສະແດງ, ການສົ່ງເສີມຍີ່ຫໍ້ສິນຄ້າຫັດຖະກໍາ ແລະ ອາຫານ. ນອກນີ້, ຍັງມີຫຼາຍກິດຈະກຳທີ່ຈະຈັດຂຶ້ນຕະຫຼອດໄລຍະຂອງງານ.


ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ຂ້າພະເຈົ້າຕ່າງໜ້າ ສະມາຄົມ ແລະ ບັນດາຊາວຊ່າງຫັດຖະກໍາທຸກຂະແໜງໃນທົ່ວປະເທດ ສະແດງຄວາມຂອບໃຈ ຕໍ່ອົງການຈັດຕັ້ງພາກລັດ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ການສົ່ງເສີມວຽກງານຫັດຖະກຳໃນຂອບເຂດທົ່ວປະເທດ. ພ້ອມນີ້, ກໍຍັງເຫັນໄດ້ບົດບາດການປະກອບສ່ວນຂອງສະມາຄົມຫັດຖະກຳລາວ ໃນການຊຸກຍູ້ສົ່ງເສີມວຽກງານຫັດຖະກຳຊຸມຊົນ ກໍຄືຊາວຊ່າງຫັດຖະກໍາລາວພວກເຮົາ ຕະຫຼອດໄລຍະຜ່ານມາ ແລະ ການທີ່ພັກລັດໄດ້ນຳພາຈັດຕັ້ງງານ “ວາງສະແດງອາຫານນາໆຊາດ ລ້ານຊ້າງແມ່ຂອງປີນີ້ຂຶ້ນ ກໍເພື່ອເປັນການສົ່ງເສີມສິລະປະຫັດຖະກຳ ແລະ ອາຫານສູ່ເວທີສາກກົນ ພ້ອມທັງຮ່ວມກັນສະເຫຼີມສະຫຼອງ “ວັນສ້າງຕັ້ງ ສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ.


ງານວາງສະແດງອາຫານນາໆຊາດ ລ້ານຊ້າງ-ແມ່ຂອງ 2022 ໄດ້ມີຈໍານວນ ຜູ້ເຂົ້າຮ່ວມວາງສະແດງສິນຄ້າ ທັງໝົດ 210 ຫ້ອງ, 145 ບໍລິສັດ. ໃນນີ້, ມີ 6 ສະຖານທູດ ແລະ ຫົວໜ້າທຸລະກິດຈາກ 5 ປະເທດ ລຸ່ມແມ່ນໍ້າຂອງລ້ານຊ້າງ ແລະ ປະເທດໃກ້ຄຽງອື່ນໆ ຂໍເຊີນຊວນບັນດາທ່ານເຂົ້າຮ່ວມທ່ຽວຊົມ ແລະ ຊື້ຜະລິດພັນສິນຄ້າພາຍໃນງານ ເຊິ່ງຈັດຂຶ້ນແຕ່ມື້ນີ້ຮອດວັນທີ 19 ມິຖຸນາ 2022 ທີ່ສູນການຄ້າລາວ-ໄອເຕັກ (ຫຼັງເກົ່າ) ນະຄອນຫຼວງວຽງຈັນ.