ກຸ່ມບໍລິສັດໃນເຄືອຂອງ ເຄພີ ມອບເງິນສະໜັບສະໜູນ ທີມຊາດລາວ ຊຸດຊີເກມ ມູນຄ່າ 100 ລ້ານກີບ

123

ກຸມບໍລິສັດໃນເຄືອຂອງ ເຄພີ ມອບເງິນສະໜັບສະໜູນໃຫ້ກັບທີມບານເຕະທີມຊາດລາວ ຫຼັງສໍາເລັດພາລະກິດໃນການເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ໃນງານມະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນໄລຍະເດືອນພຶດສະພາ ທີ່ຜ່ານມາ.

ພິທີດັ່ງກ່າວຈັດຂຶ້ນໃນຕອນແລງຂອງວັນທີ 31 ພຶດສະພາ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ກຽດມອບໂດຍ ທ່ານ ເຂັມຊາດ ພິລາພັນເດຊ ປະທານບໍລິສັດໃນເຄືອ ບໍລິສັດເຄພີ ກຣຸບ ໂດຍກ່າວຮັບໂດຍ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຫົວຄະນະນໍາທີມຊຸດນີ້ນໍາກໍຄື ທ່ານ ປະສາດໄຊ ພິລາພັນເດຊ, ຄະນະຄູຝຶກ ແລະ ນັກເຕະທີມຊາດລາວ ຊຸດຊີເກມ ລວມເຖິງສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍການມອບເງິນສະໜັບສະໜູນຄັ້ງນີ້ລວມມີ 100 ລ້ານກີບໄດ້ມາຈາກການລະດົມດັ່ງນີ້:
1.ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ 25 ລ້ານກີບ
2.ບໍລິສັດ ລາວໂຕໂຢຕ້າ ພາກໃຕ້ ຈໍາກັດ 25 ລ້ານກີບ
3.ບໍລິສັດ ເຄພີ ຈໍາກັດ 20 ລ້ານກີບ
4.ບໍລິສັດ ລາວສະແຕນເລ ຈໍາກັດ 20 ລ້ານກີບ

5.ບໍລິສັດ ເຄພີ ໂລຈິສຕິກ ຈໍາກັດ 3 ລ້ານກີບ
6.ບໍລິສັດ ເຄພີີແອ ຈໍາກັດ 3 ລ້ານກີບ
7.ບໍລິສັດ ເຄພີ 3 ຈີ ແລະ ໂນມຸລະ ເທຣດດິ້ງ ຈໍາກັດ 3 ລ້ານກີບ
8.ບໍລິສັດ ພີພີ ຈໍາກັດ 2 ລ້ານກີບ

ສໍາລັບ ຜົນງານຂອງທີມຊາດລາວ ໃນຊີເກມ ຄັ້ງທີ 31 ມີດັ່ງນີ້:
-ນັດທໍາອິດ ລາວ ສະເໝີ ສິງກະໂປ 2-2
-ນັດທີ 2 ລາວ ເສຍໃຫ້ກັບ ກໍາປູເຈຍ 1-4
-ນັດທີ 3 ລາວ ເສຍໃຫ້ກັບ ມາເລເຊຍ 1-3
-ນັດທີ 4 ລາວ ເສຍໃຫ້ກັບ ໄທ 0-1

ທ້າຍພິທີ ທ່ານ ໄມເຄິລ ໄວທ໌ ຫົວໜ້າຄູຝຶກທີມຊາດາວ ກ່າວວ່າ: ຖືວ່າໜ້າເສຍທີ່ນັດທໍາອິດພວກເຮົາພາກທ່າສະເໝີ ສິງກະໂປ 2-2 ໃນທ້າຍເກມ ເພາະຖ້າເກັບໄຊຊະນະນັດນັ້ນໄດ້ ອາດຈະມີຫວັງເຂົ້າຮອບ. ຢ່າງໃດກໍຕາມ ນັ້ນເປັນຜົນງານຂອງທີມຊາດລາວ ກ່ອນຈະຕົກຮອບໄປ ແຕ່ຜົນງານຄັ້ງນີ້ກໍເຫັນໄດ້ເຖິງການພັດທະນາ ແລະ ຈຸດທີ່ຕ້ອງປັບປຸງຕໍ່ໄປ ເພື່ອພັດທະນາ ກ່ອນລຸຍໃນຊີເກມ ຄັ້ງຕໍ່ໄປກໍຄືຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນປີ 2023