ບານເຕະ COPA Coca-Cola 2021 ແຊັມທັງຍິງ-ຊາຍ ຕົກເປັນຂອງທີມຈາກນະຄອນຫຼວງ

74

ການແຂ່ງຂັນກິລາບານເຕະ COPA Coca-Cola 2021 ນັກຮຽນມັດທະຍົມສຶກສາທົ່ວປະເທດ U17 ຊິງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປິດສາກຢ່າງເປັນທາງການ ເມື່ອວັນທີ 21 ພຶດສະພາ 2022 ທີ່ສະໜາມລ້ານຊ້າງສະເຕດ້ຽມ ນະຄອນຫຼວງວຽງຈັນ ປາກົດວ່າ: ແຊັມທັງຍິງ ແລະ ຊາຍເປັນຂອງທີມຕົວແທນຈາກນະຄອນຫຼວງວຽງຈັນ.

ໂດຍນັດຊີງຊະນະເລີດບານເຕະຊາຍເປັນການພົບກັນລະຫວ່າງ ມສ ນາຊາຍທອງ ຕົວແທນຈາກເມືອງໄຊທານີ ນະຄອນຫຼວງວຽງຈັນ ພົບກັບ ແຂວງຈໍາປາສັກ ຕົວແທນຈາກພາກໃຕ້ ຜ່ານການແຂ່ງຂັນປາກົດວ່າ: ສະເໝີກັນ ໃນເວລາປົກກະຕິ 0-0 ຈົນຕ້ອງໄປຕັດສິນໃນການດວນຈຸດໂທດ ແລະ ເປັນ ມສ ນາຊາຍທອງ ແຊັມເກົ່າ ເອົາຊະນະໄປ 4-3 ຄວ້າແຊັມໄປຄອງ ພ້ອມຂັນແຊັມ ແລະ ເງິນລາງວັນເຖິງ 70 ລ້ານກີບ.

ສ່ວນແຊັມບານເຕະຍິງເປັນຂອງ ມສ ໂຄກສີວິໄລ ຕົວແທນຈາກເມືອງໄຊທານີ ນະຄອນຫຼວງວຽງຈັນ ເອົາຊະນະ ແຂວງວຽງຈັນ 1-0 ຄວ້າແຊ້ມໄປຄອງ ພ້ອມກັບຂັນແຊັມ ແລະ ເງິນລາງວັນ 70 ລ້ານກີບເຊັ່ນດຽວກັນ.
ສໍາລັບ ບົດສະຫຼຸບລາຍການນີ້ມີຄື:

-ບານເຕະຊາຍ: ແຊັມ ມສ ນາຊາຍທອງ, ຮອງແຊັມ ແຂວງຈໍາປາສັກ ແລະ ອັນດັບ 3 ມສ ຫງວຽນຢູ ທີ່ດວນຈຸດໂທດຊະນະ ແຂວງບໍ່ແກ້ວ 6-5 ໃນນັດຊີງອັນດັບ 3.
-ບານເຕະຍິງ: ແຊັມ ມສ ໂຄກສີວິໄລ, ອັນດັບ 2 ແຂວວຽງຈັນ ແລະ ອັນດັບ 3 ເປັນຂອງແຂວງຫຼວງພະບາງ ທີ່ຊະນະ ມສ ໂພນທັນ 6-0 ໃນນັດຊີງອັນດັບ 3.

ສ່ວນເງິນລາງວັນແມ່ນເທົ່າກັນທັງຍິງ ແລະ ຊາຍ: ອັນດັບ 1 ໄດ້ 70 ລ້ານກີບ, ອັນດັບ 2 ໄດ້ 40 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ.
ຂ່າວ: ຫຼ້າ MKP; ຮູບ: ສຸນັນໄຊ