ເປີດສາກບານເຕະນັກຮຽນ COPA Coca-Cola Laos ຮອບຕັດສິນຕ່າງແຂວງຮ່ວມຊີງໄຊທີ່ ນວ

224

ຖືວ່າເປີດສາກຂຶ້ນຢ່າງເປັນທາງການສໍາລັບ ການການແຂ່ງຂັນກີລາບານເຕະນັກຮຽນມັດທະຍົມທົ່ວປະເທດ U17 ລາຍການ COPA Coca-Cola Laos 2021 ຮອບສຸດທ້າຍ ຊິງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໃນວັນທີ 14/05/2022 ທີ່ສະໜາມລ້ານຊ້າງສະເຕດ້ຽມ ທີ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ( ນວ )

ພິມີເປີດການແຂ່ງຂັນຢ່າງເປັນທາງການ ຈັດຂຶ້ນໃນວັນທີ 14/05/2022 ທີ່ສະໜາມລ້ານຊ້າງສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ພະແນກສຶກສາທິການ ແລະ ກີລາ, ບໍລິສັດ ໂຄຄາ-ໂຄລາ ບອ໊ຕຕລິງ ຈຳກັດ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກີລາຈາກທີມຕົວແທນພາກເໜືອ, ພາກກາງ ແລະ ພາກໃຕ້ ເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງໃນວັນທີ 14 ພຶດສະພາ 2022 ທີ່ສະໜາມລ້ານຊ້າງສະເຕດ້ຽມ ແລະ ສູນຝຶກກິລາແຫ່ງຊາດສີເກີດ ກໍໄດ້ມີການແຂ່ງຂັນຮອບນ໊ອກເອົ້ານັດທໍາອິດ 4 ຄູ່ທໍາອິດເສຍຕົກຮອບທັນທີປາກົດວ່າ:

1.ມຕ ບໍ່ໂອ 1 – 0 ມສ ນາຝາຍ
2.ແຂວງສາລະວັນ ດວນຈຸດໂທດເສຍໃຫ້ກັບ ແຂວງຫຼວງພະບາງ 3-5 ຫຼັງສະເໝີກັນ 0-0

3.ແຂວງບໍລີຄຳໄຊ 0 – 2 ມສ ນາຊາຍທອງ
4.ມສ ຫວຽນຢູ 3 – 1 ແຂວງວຽງຈັນ