ໂວວິນາມລາວ ພ້ອມສົ່ງ 12 ນັກກີລາຮ່ວມຊີງໄຊ 13 ລາຍການ ໃນຊີເກມ ອອກເດີນທາງມື້ອື່ນ

114

ພິທີຖະແຫຼງຂ່າວ ທັບນັກກີລາ ໂວວິນາມລາວ ພ້ອມສົ່ງນັກກີລາຮ່ວມຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຈັດຂຶ້ນໃນຕອນແລງຂອງວັນທີ 14 ພຶດສະພາ 2022 ທີ່ພັດຕະຄານ ອາຊຽນ ພາເລດສ໌ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີໄຊ ນະວຽງຈັນ ປະທານສະຫະພັນກີລາໂວວິນາມແຫ່ງຊາດລາວ ພ້ອມດ້ວຍຄະນະສະຫະພັນ, ຄູຝຶກ ແລະ ນັກກີລາ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ພັທ ສາຍພອນ ໜອມມີໄຊ ຮອງຄະນະນໍາ ທັງເປັນຄູຝຶກ ກ່າວວ່າ: ສໍາລັບການກະກຽມຝຶກແອບຂອງນັກກິລາ ແມ່ນເລີ່ມມາແຕ່ກາງ ປີ 2021 ເຖິງ ຕົ້ນປີ 2022 ຜ່ານມາຖືວ່າ ຄະນະຄູຝຶກ ແລະ ນັກກິລາ ໄດ້ເປັນເຈົ້າການຈັດຕັ້ງຝຶກແອບໂດຍໃຊ້ທຶນຂອງຕົນເອງເພື່ອທໍາການຝຶກແອບຢູ່ສູນຝຶກ ຂອງຄອບຄົວນັກກິລາຢູ່ທີ່ບ້ານໜອງທາເໜືອ, ພາຍຫຼັງທີ່ປະເທດເຈົ້າພາບຈັດງານກິລາຊີເກມຄັ້ງທີ 31 ໄດ້ມີການຖະແຫຼງການຢ່າງເປັນທາງການກ່ຽວກັບວັນເວລາ ສໍາລັບການ ແຂ່ງຂັນໃນງານມະຫາກໍາກິລາ ຊີເກມຄັ້ງທີ 31 ທີ່ຫວຽດນາມເປັນເຈົ້າພາບ ເຊີ່ງກໍໄດ້ກໍານົດ ເວລາສໍາລັບການຈັດການແຂ່ງຂັນກິລາ ໂວວີນາມ ແມ່ນກໍານົດລະຫວ່າງວັນທີ 18-22 ພຶດສະພາ 2022 ເຊີ່ງທິມກິລາໂວວີນາທິມຊາດລາວ ຈະສົ່ງຄະນະນໍາ 1 ທ່ານ, ຄູຝຶກ 2 ທ່ານ ແລະ ນັກກິລາ 12 ທ່ານ ໃນນັ້ນ ມີເພດຍິງ 3 ທ່ານ ເພື່ອເຂົ້າຮ່ວມຈະຊີງໄຊ ທັງໝົດ 13 ລາຍການ, ມີປະເພດສະແດງ 9 ລາຍການ( ຖືວ່າທິມລາວສົ່ງເຂົ້າຮ່ວມແຂ່ງຂັນທຸກລາຍການ), ປະເພດຕໍ່ສູ້ສົ່ງເຂົ້າແຂ່ງຂັນມີ 4 ລາຍການ ໃນນັ້ນມີເພດຊາຍ 3 ລຸ້ນນໍ້າໜັກຄື: ລຸ້ນນໍ້າໜັກ 55ກິໂລ, 60 ກິໂລ, 65 ກິໂລ, ເພດຍິງມີ 1 ລາຍການລຸ້ນນໍ້າໜັກ 55 ກິໂລ.

ທ່ານ ກ່າວອີກວ່າ: ໃນໄລຍະທີ່ພວກເຮົາກະກຽມຝຶກແອບເຂົ້າຮ່ວມແຂ່ງຂັນ ນອກນອກຈາກ ທ່ານປະທານສະຫະພັນໄດ້ໃຫ້ການສະໜັບສະໜຸນງົບປະມານໃຊ້ຈ່າຍຈໍານວນໜື່ງແລ້ວ, ຄອບຄົວທ່ານ ນາງມາລາ ຈັນທະລັກສາ ທີ່ເປັນນັກກິລາໄດ້ອໍານວຍຄວາມສະດວກສະຖານທີ່ຝຶກຊ້ອມ ແລະ ພັກເຊົາໃຫ້ແກ່ນັກກິລາ, ນອກນັ້ນ ກໍຍັງມີບໍລິສັດ, ຮ້າງຮ້ານຈໍານວນໜື່ງໄດ້ໃຫ້ການອຸປະຖໍາດັ່ງນີ້.
1. ລັດວິສາຫະກິດກໍ່ສ້າງ ສະໜອງນໍ້າປະປາ ແລະ ສຸຂະພິບານ ອຸປະຖໍາເງິນເພື່ອຊື້ເສື້ອໃຫ້ແກ່ນັກກິລາ ຄິດເປັນເງິນ ມູນຄ່າ 3.000.000 ກີບ;
2. ບໍລິສັດ AI-SPORT ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອເສື້ອຍືດແຂນສັ້ນຈໍານວນ 15 ໂຕ ແລະ ແຂນຍາວຈໍານວນ 15ໂຕ.
3. ຮ້ານນະພາພຣະເຄື່ອງ ສະໜັບບສະໜູນ ເສື້ອ 20 ໂຕ.

4. ບໍລິສັດຊັບທະວີກໍ່ສ້າງຄົບວົງຈອນຈໍາກັດສະໜັບສະໜູນເສື້ອຄິດເປັນມູນຄ່າ 2.000.000 ກີບ.
5. ໂຮງງານນໍ້າກ້ອນພອນມະນີ ຂອງທ້າວ ໂພຄໍາ ພົມມະຈັນ ນັກກິລາ ຊ່ວຍ ເສື້ອ 12 ໂຕ.
ອີກເທື່ອໜື່ງຂ້າພະເຈົ້າຂໍຖືໂອກາດນີ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາທ່ານ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້.

ມາເຖິງປັດຈຸບັນບັນທິມກິລາຂອງພວກເຮົາແມ່ນມີການກະກຽມຄວາມພ້ອມທຸກຢ່າງບໍ່ວ່າທາງດ້ານ ຮ່າງກາຍ ແລະ ຈິດໃຈ, ພວກເຮົາຂໍຢືນຢັນພ້ອມແລ້ວທີ່ຈະເຮັດດີທີ່ສຸດເພື່ອສ້າງກຽດຊື່ສຽງມາໃຫ້ປະເທດຊາດຈົນສຸດຄວາມສາມາດ.
ທ້າຍພິທີ ທ່ານ ວີໄຊ ນະວຽງຈັນ ປະທານສະຫະພັນກີລາໂວວິນາມແຫ່ງຊາດລາວ ກໍໄດ້ໃຫ້ກຽດໂອລົມນັກກິລາ ໂດຍຂໍຊົມເຊີຍນັກກີລາທຸ້ມເທ ແລະ ເອົາໃຈໃສ່ໃນການຝຶກຊ້ອມຕະຫຼອດໄລຍະທີ່ຜ່ານມາ ລວມເຖິງສ້າງຜົນງານຢ່າງໂດດເດັ່ນໃນໄລຍະທີ່ຜ່ານມາ ແລະ ໃຫ້ເອົາໃຈໃສ່ການແຂ່ງຂັນຢ່າງສຸດກົກສຸດປາຍມີຈິດໃຈທີ່ເດັດດ່ຽວ ເພື່ອສ້າງຜົນງານອອກມາໃຫ້ດີທີ່ສຸດ ແລະ ຫຼິ້ນດ້ວຍນໍ້າໃຈນັກກີລາ.

ສໍາລັບ ທັບນັກກີລາ ໂວວິນາມລາວ ຈະອອກເດີນທາງໄປ ສສ ຫວຽດນາມ ໃນຕອນແລງຂອງວັນທີ 15 ພຶດສະພາ 2022 ເຊິ່ງກີລານີ້ເລີ່ມແຂ່ງຂັນມື້ທໍາອິດໃນວັນທີ 18 ພຶດສະພາ 2022 ເຊິ່ງປະກອບມີ:
-ຄູຝຶກ: ທ່ານ ວຽງສຸກ ຮັງເງິນ ແລະ ທ່ານ ພັທ ສາຍພອນ ໜອມມີໄຊ

-ນັກກີລາມີ 12 ຄົນຄື:
1.ນາງ ພິກສະໄໝ ອິນສຸມັງ
2.ນາງ ມາລາ ຈັນທະລັກສາ
3.ທ້າວ ພິລາວັນ ຈັນທະກາລີ
4.ທ້າວ ໄພລັດ ທຳມະວົງສາ

5.ນາງ ກຸ້ງກິ່ງ ບູດດາໄຊ
6.ທ້າວ ພຸດທະສິນ ປ່ຽງປັນຍາ
7.ທ້າວ ໂພຄຳ ພົມມະຈັນ
8.ທ້າວ ໄຊຊະນະ ຮວ່າງຄຳ

9.ທ້າວ ສົມໝາຍ ຜາງນີວົງ
10.ທ້າວ ຄຳຫຼ້າ ແກ້ວມະນີ
11.ທ້າວ ພັນ ເຈືອງວັນເຮືອງ
12.ທ້າວ ແສງສຸລີ ຈັນທະປັນຍາ