ບໍ່ຕ້ອງຄິດຫຼາຍ ປູກສາລີຂາຍກໍມີເງິນໄດ້ບັນຫາຄືລົງມືແລ້ວບໍ

72

ມື້ນີ້ແອັດພາມາເບິ່ງຕົວຢ່າງຄົນຂະຫຍັນ ເພິ່ນກໍ່ຄືກັນກັບໄທເຮົາເຈົ້າຂ້ອຍ ຊີວີດມີຄວາມຫຍຸ້ງຍາກ ລາຍໄດ້ບໍ່ກຸ້ມລາຍຈ່າຍ ຈົນສຸດທ້າຍຕັດສິນໃຈມາປູກສາລີຢ່າງຈີງຈັງ ເອົາວິຊາເກົ່າແກ່ທີ່ພໍ່ແມ່ໃຫ້ມາສ້າງໃຫ້ເປັນປະໂຫຍດ ອາໄສດິນສວນແຄມທາງຂາຍລາຍວັນ ບໍ່ໄດ້ມີແມ່ຄ້າໄປເກັບຊື້ ແຕ່ກໍ່ມີລາຍຮັບເປັນປຶກໃນແຕ່ລະປີໄດ້ຄືກັນ.


ສາລີ ເປັນພືດຊະນິດໜຶ່ງ ທີ່ສັງຄົມໃຫ້ຄວາມຍອມຮັບ ແລະ ນິຍົມກັນບໍລິໂພກຢ່າງແຜ່ຫຼາຍ, ຂະນະດຽວກັນ ຕະຫຼາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ ຊຶ່ງປັດຈຸບັນ ພັກ-ລັດຖະບານ ໄດ້ເນັ້ນໜັກໃຫ້ອົງການປົກຄອງທ້ອງຖິ່ນ ໃນທົ່ວປະເທດ ເວົ້າສະເພາະ ກໍຄືຂົງເຂດກະສິກຳ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ການຊຸກຍູ້ສົ່ງເສີມປະຊາຊົນບັນດາເຜົ່າ ຫັນມາປູກສາລີເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ ແລະເຫັນວ່າດ້ວຍການເຮັດກະສິກຳໄດ້ ເຮັດໃຫ້ເສດຖະກິດຄອບຄົວຂອງເຂົາເຈົ້າ ໄດ້ມີທ່າອຽງດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.


ດັ່ງຄອບຄົວ ຂອງ ທ້າວ ສຸລິນ ວິໄລພອນ ປະຊາຊົນບ້ານນາຊົງ ເມືອງທ່າໂທມ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກສາລີ ເປັນສິນຄ້າ ສາມາດນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍແທ້ຈີງ ທ້າວ ສຸລິນ ວິໄລພອນ ໃຫ້ຮູ້ວ່າ: ກ່ອນມາຢຶດຖືການປູກສາລີເປັນສິນຄ້າ ສະພາບຄອບຄົວຂອງເພິ່ນໃນເວລານັ້ນ ໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ພໍສົມຄວນ ແລະ ລາຍຮັບເຂົ້າຄອບຄົວກໍມີໜ້ອຍ ຊຶ່ງບໍ່ສາມາດຈຸນເຈືອໃຫ້ແກ່ການໃຊ້ຈ່າຍ ເຂົ້າໃນວຽກງານຈຳເປັນໃນຊີວິດປະຈຳວັນ ເທົ່າທີ່ຄວນ ດັ່ງນັ້ນ ເພື່ອຊອກຫາວິທີທາງອອກທີ່ກ້າວໜ້າ ເພິ່ນຈິ່ງໄດ້ມີການປຶກສາຫາລື ກັບ ຜູ້ເປັນເມຍ ຫຼາຍຫຼົົບຫຼາຍຕ່າວ ແລະ ໃນທີ່ສຸດກໍມີຄວາມເປັນເອກະພາບຕົງກັນວ່າ: ການປູກສາລີ ເປັນສິນຄ້າ ຄືແນວທາງທີ່ດີໃນການພັດທະນາເສດຖະກິດຄອບຄົວ ໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.

ຈາກນັ້ນ ຈິ່ງໄດ້ຕັດສິນໃຈນຳໃຊ້ພື້ນທີ່ດິນນາ 5.000 ຕາເເມັດ ເປັນບ່ອນບຸກເບີກປູກສາລີ ນັບແຕ່ປີ 2016 ຈົນເຖິງປັດຈຸບັນ. ຜ່ານການເພີ່ມພູນຜະລິດຜົນໃນການປູກສາລີ ເປັນສິນຄ້າ ສັງເກດເຫັນວ່າ ຊີວິດການເປັນຢູ່ພາຍໃນຄອບຄົວ ໄດ້ມີທ່າກ້າວດີຂຶ້ນຢ່າງຕໍ່ເນື່ອງ ແບບໜ້າມືເປັນຫຼັງມື ແລະ ລາຍຮັບຈາກການຂາຍຕົວຈິງ ແມ່ນຕົກຢູ່ໃນຈຳນວນເງິນ 30,000,000 ລ້ານ ຫາ 40,000,000 ລ້ານກີບ ຕໍ່ປີ ອາດເວົ້າໄດ້ວ່າ ເປັນລາຍຮັບທີ່ເປັນກອບເປັນກຳ ແລະ ຫຼວງຫຼາຍພໍສົມຄວນ ສົມກັບຄ່າແຮງທີ່ເພິ່ນໄດ້ທຸ່ມເທ ແລະ ຄຸກຄີ ຢູ່ກັບການບົວລະບັດຮັກສາສວນສາລີ ແຫ່ງນີ້ ຕະຫຼອດມາ.


ສຳລັບແນວພັນສາລີ ທີ່ນຳມາປູກປະກອບມີ 2 ແນວພັນ ຄື: ແນວພັນຫວານ ແລະ ແນວພັນໜຽວ ເປັນແນວພັນຕົ້ນຕໍ ທີ່ມີຢູ່ໃນປັດຈຸບັນ. ນອກນີ້ ການບົວລະບັດຮັກສາ ກໍພົບຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກວ່າ ສາລີ ມີຈຳພວກສັດຕູພືດ ມັກເຂົ້າມາທຳລາຍຢູ່ເລື້ອຍໆ ເປັນຕົ້ນ ບົ້ງ, ໜູ ແລະ ສັດປະເພດອື່ນໆ ດັ່ງນັ້ນ ຈຳເປັນຕ້ອງເຝົ້າຮັກສາ ແລະ ໃຫ້ຄວາມໃກ້ຊິດຕິດແທດ ໃນແຕ່ລະວັນ ເພື່ອປາບສັດຕູພືດ ບໍ່ໃຫ້ມາທຳລາຍລຳຕົ້ນ ທີ່ພວມເຕີບໃຫຍ່ຂະຫຍາຍໂຕ ຮັບປະກັນໃຫ້ສາລີ ງອກງາມ, ອອກຝັກ ແລະ ຂາຍໄດ້ຕາມຄວາມຕ້ອງການ.


ສຳລັບການຂາຍ ແມ່ນວາງຂາຍຕາມແຄມທາງ ເນື່ອງຈາກວ່າ ເຮືອນ ແລະ ສວນສາລີ ຂອງເພິ່ນ ຢູ່ຕິດກັບເສັ້ນທາງຜ່ານ ລະຫວ່າງ ແຂວງຊຽງຂວາງ ກັບ ເມືອງທ່າໂທມ ອອກໃສ່ແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ໂດຍສ່ວນຫຼາຍແມ່ນຜູ້ຄົນໂດຍສານ ທີ່ສັນຈອນໄປມາ ຈາກແຂວງສູ່ແຂວງ ແລະ ຈາກເມືອງສູ່ເມືອງ ເປັນລູກຄ້າຂາປະຈຳ ທີ່ຊື້ສາລີ ໃນແຕ່ລະວັນ. ຊຶ່ງການຂາຍແມ່ນຝັກໜຶ່ງ ຕໍ່ 2.000 ກີບ ຫຼື ຈະຊື້ເປັນຖົງກໍໜຶ່ງຖົງ ຕໍ່ 10.000 ກີບ ໂດຍເປັນລາຄາທີ່ສົມເຫດສົມຜົນທັງຜູ້ຊື້ ແລະຜູ້ຂາຍ.


ຜ່ານຈາກການຢຶດຖືການປູກສາລີ ຜະລິດເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວ ຂອງ ສຸລິນ ວິໄລພອນ ປະຊາຊົນ ບ້ານນາຊົງ ເມືອງທ່າໂທມ ແຂວງໄຊສົມບູນ ມີບາດກ້າວຂະຫຍາຍຕົວດີຂຶ້ນ ຢ່າງຕໍ່ເນື່ອງ, ຖານະການເງິນພາຍໃນຄອບຄົວ ມີຄວາມໝັ້ນທ່ຽງ, ຊີວິດການເປັນຢູ່ນັບມື້ນັບມີທ່າອຽງພົ້ນເດັ່ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເປັນກ້າວໆ. ສຳລັບລາຍຮັບທີ່ໄດ້ຈາກການຂາຍສາລີ ໄດ້ກາຍເປັນທຶນຮອນອັນພື້ນຖານ ແລະ ສະດວກສະບາຍ ໃນການພັດທະນາຊີວິດການເປັນຢູ່ຂອງຄອບຄົວ ໃຫ້ມັ່ງຄັ່ງເຂັ້ມແຂງ ໃນອະນາຄົດ ຕື່ມອີກ.