ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແນະນໍາ 9 ຂໍ້ໃຫ້ນັກກີລາ ກ່ອນລຸຍຊີເກມ

344

ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແນະນໍາ 9 ຂໍ້ສໍາຄັນໃຫ້ກັບ ທັບນັກກີລາລາວ ກ່ອນເຂົ້າຮ່ວມແຂ່ງຂັນກີລາ ຊີເກມ ຄັ້ງທີ 31 ທີ່ປະເທດ ສສ ຫວຽດນາມ ແຕ່ວັນທີ 12-23 ພຶດສະພາ 2022 ກໍານົດສົ່ງຄະນະນໍາ, ຄູຝຶກ, ກໍາມະການ ແລະ ນັກກີລາເກືອບ 500 ຄົນຈາກ 29 ປະເພດກີລາຮ່ວມຊີເກມ ທີ່ຫວຽດນາມ

ພິທີຖະແຫຼງຂ່າວ ຄະນະທັບນັກກີລາລາວ ເຂົ້າຮ່ວມແຂ່ງຂັນກີລາ ຊີເກມ ຄັ້ງທີ 31 ທີ່ປະເທດ ສສ ຫວຽດນາມ ຈັດຂຶ້ນຢ່າງເປັນທາງການໃນວັນທີ 4 ພຶດສະພາ 2022 ທີ່ຫ້ອງປະຊຸມຂອງຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໃຫ້ກຽດໂອລົມນັກກີລາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄູຝຶກ ແລະ ນັກກີລາເຂົ້າຮ່ວມ.

ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກ່າວໃນພິທີດັງກ່າວວ່າ: ຊີເກມ ຄັ້ງທີ 31 ທີ່ຈະໄດ້ຈັດຂຶ້ນຢູ່ ສ.ສ ຫວຽດນາມ ລະຫວ່າງ 12-23 ພຶດສະພາ 2022 ປະເທດເຈົ້າພາບໄດ້ບັນຈຸ 40 ປະເພດກີລາເຂົ້າແຂ່ງຂັນ ແລະ ສປປ ລາວ ຈະໄດ້ສົ່ງເຂົ້າຮ່ວມ 29 ປະເພດກີລາ ລວມມີຄະນະນຳ, ຄູ່ຝຶກ, ກຳມະການຕັດສິນ ແລະ ນັກກີລາ ເຂົ້າຮ່ວມທັງໝົດ 435 ຄົນ.

ໃນໂອກາດທີ່ມີຄວາມໝາຍນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີ 9 ຄໍາເຫັນຄໍາແນະນໍາໃຫ້ກັບ ທັບນັກກີລາລາວ ກ່ອນອອກເດີນທາງດັ່ງນີ້
1. ຄະນະນໍາ ແລະ ຄູຝຶກ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມການຝຶກແອບຂອງ ນັກກີລາຢ່າງໃກ້ຊິດ, ຍົກສູງສະຕິການຈັດລະບຽບວິໄນເຂັ້ມງວດ ຂອງຄະນະກີລາແຕ່ລະປະເພດ ສ້າງ ທຸກເງື່ອນໄຂໃຫ້ການຝຶກຊ້ອມກ່ອນການແຂ່ງຂັນໃຫ້ມີປະສິດທິຜົນ.


2. ຄູຝຶກຂອງແຕ່ລະປະເພດກີລາ ຊອກຮູ້ຂໍ້ມູນຕ່າງໆທາງດ້ານເຕັກນິກ ແລະ ສະຖານທີ່ພັກ ແລະ ສະຖານທີ່ແຂ່ງຂັນ ຈາກເຈົ້າພາບ ເພື່ອແຈ້ງໃຫ້ນັກກີລາຂອງຕົນໄດ້ຮັບຊາບລ່ວງໜ້າ ຊຶ່ງຈະເປັນ ປະໂຫຍດໃນການກະກຽມ ແລະ ເຂົ້າຮ່ວມໄດ້ຢ່າງໝັ້ນໃຈ.
3. ຄະນະນໍາກີລາແຕ່ລະປະເພດຕ້ອງເອົາໃຈໃສ່ປຸກລະດົມເຊີດຊູນໍ້າໃຈຊາດ, ເອກະລາດ, ຄວາມເສຍສະຫຼະເພື່ອຊາດ, ຄວາມຫ້າວຫັນກະຕືລືລົ້ນ ແລະ ຄວາມເປັນເຈົ້າການໃຫ້ສູງຂຶ້ນຕື່ມ.
ສ່ວນຂໍ້ອື່ນໆເບິ່ງໄດ້ທີ່ ຄລິບລຸ່ມນີ້: