ໄອເອັມເອັຟ ຊີ້ ເງິນເຢນອ່ອນຄ່າ ອາດກະທົບຕໍ່ການຟື້ນຕົວຂອງເສດຖະກິດຍີ່ປຸ່ນ

89

ສຳນັກຂ່າວກຽວໂດ ລາຍງານວ່າ ກອງທຶນການເງິນລະຫວ່າງປະເທດ ( IMF ) ເຕືອນວ່າ ການທີ່ເງິນເຢນຂອງຍີ່ປຸ່ນອ່ອນຄ່າລົງຢ່າງໄວວາ ເມື່ອທຽບກັບໂດລາສະຫະລັດ ອາດເປັນອຸປະສັກຕໍ່ການຟື້ນຕົວຂອງເສດຖະກິດຍີ່ປຸ່ນ.

May be an image of 2 people and money

ທ່ານ ຣານີລ ຊັລກາໂດ ເຈົ້າໜ້າທີ່ຂອງ ໄອເອັມເອັຟ ກ່າວວ່າ: ເມື່ອທ້າຍອາທິດຜ່ານມາ ສະກຸນເງິນເຢນ ຂອງຍີ່ປຸ່ນໄດ້ອ່ອນຄ່າລົງຕ່ຳສຸດໃນຮອບ 20 ປີ ເມື່ອທຽບກັບເງິນໂດລາສະຫະລັດ ສະທ້ອນໃຫ້ເຫັນວ່າ ທະນາຄານກາງຍີ່ປຸ່ນ ( BOJ ) ທີ່ຍັງຮັກສານະໂຍບາຍການເງິນແບບຜ່ອນຄາຍ ເຊິ່ງກົງກັນຂ້າມກັບທະນາຄານກາງຂອງບັນດາປະເທດເສດຖະກິດໃໝ່ ທີ່ພ້ອມກັນດຳເນີນນະໂຍບາຍການເງິນຢ່າງເຂັ້ມງວດ. ແຕ່ໄອເອັມເອັຟ ຄິດວ່າ BOJ ຈະຍັງຮັກສານະໂຍບາຍດ້ານການເງິນແບບນີ້ຕໍ່ໄປ ຈົນກວ່າອັດຕາເງິນເຟີ້ຈະບັນລຸຕາມເປົ້າໝາຍທີ່ລະດັບ 2% ເພາະອັດຕາເງິນເຟີ້ຈະຫຼຸດລົງທັນທີທີ່ລາຄາສິນຄ້ານຳເຂົ້າເລີ່ມຫຼຸດລົງ.

May be an image of 1 person and money

ທັງນີ້, ອັດຕາເງິນເຟີ້ຂອງຍີ່ປຸ່ນ ໃນເດືອນມີນາເພີ່ມຂຶ້ນ 0,8% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ແນວໃດກໍຕາມການທີ່ເງິນເຢນອ່ອນຄ່າລົງຢ່າງໄວວາ ອາດຈະເຮັດໃຫ້ຄວາມຕ້ອງການພາຍໃນປະເທດຫຼຸດລົງ, ໃນຂະນະດຽວກັນຈະເຮັດໃຫ້ສິນຄ້ານຳເຂົ້າມີລາຄາສູງຂຶ້ນ ເຊິ່ງອາດຈະສົ່ງຜົນຕໍ່ການຟື້ນຕົວດ້ານເສດຖະກິດ.