ມາຄຣົງ ຊະນະການເລືອກຕັ້ງເປັນ ປະທານາທິບໍດີຝຣັ່ງ ສະໄໝທີ 2

38

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນການນັບຄະແນນເລືອກຕັ້ງປະທານາທິບໍດີຝຣັ່ງ ຍັງບໍ່ເປັນທາງການ ປາກົດວ່າປະທານາທິບໍດີ ມານູເອວ ມາຄຣົງ ໄດ້ຮັບສຽງສະໜັບສະໜູນ 58,6%, ໃນຂະນະທີ່ຄູ່ແຂ່ງຄົນສຳຄັນຢ່າງ ທ່ານ ນາງ ມາຣີນ ເລີແປງ ຈາກພັກແນວຮ່ວມແຫ່ງຊາດ (FN) ໄດ້ຮັບສຽງສະໜັບສະໜູນ 41,4% ໃນການເລືອກຕັ້ງປະທານາທິບໍດີຝຣັ່ງ ເມື່ອວັນທີ 24 ເມສາຜ່ານມາ.

May be an image of 2 people and people standing

ທັງນີ້, ທ່ານ ມາຄຣົງ ສ້າງປະຫວັດສາດໜ້າໃໝ່ເປັນຜູ້ນຳຝຣັ່ງຄົນທຳອິດ ໃນຮອບ 20 ປີ ທີ່ຊະນະການເລືອກຕັ້ງ 2 ສະໄໝຕິດຕໍ່ກັນ.

May be an image of 3 people, people standing and suit

ໂດຍ ທ່ານ ມາຄຣົງ ເປີດເຜີຍວ່າຈະພະຍາຍາມສ້າງຄວາມເຂົ້າໃຈ ແລະ ແກ້ໄຂບັນຫາຄຸນນະພາບຊີວິດຂອງຊາວຝຣັ່ງ ໃຫ້ດີຂຶ້ນກວ່າທີ່ເປັນຢູ່ໃນຂະນະນີ້.