ກອງປະຊຸມສຸດຍອດສະພາການທ່ອງທ່ຽວໂລກ ຈັດຂຶ້ນຢູ່ຟີລິບປິນ

39

ຂ່າວ CRI ລາຍງານວ່າ ກອງປະຊຸມສຸດຍອດສະພາການທ່ອງທ່ຽວໂລກ ໄດ້ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟີລິບປິນ ເມື່ອບໍ່ດົນມານີ້ ພາຍໃຕ້ຫົວຂໍ້: “ ການຄົ້ນຄວ້າ ກ່ຽວກັບວິທີການທ່ອງທ່ຽວແບບໃໝ່ ”, ເປົ້າໝາຍກໍເພື່ອສະໜັບສະໜູນຂະແໜງການທ່ອງທ່ຽວໃຫ້ສາມາດຟື້ນຄືນໂດຍໄວ ແລະ ສາມາດເປີດການທ່ອງທ່ຽວໃນອະນາຄົດທີ່ປອດໄພກວ່າເກົ່າ, ມີລັກສະນະເໝາະກັບສະຖານະການກວ່າເກົ່າ, ມີລັກສະນະກວມລວມ ແລະ ແບບຍືນຍົງຫຼາຍຂຶ້ນ.

May be an image of nature, body of water and mountain

ສຳລັບສະພາການທ່ອງທ່ຽວໂລກ ໄດ້ສ້າງຕັ້ງຂຶ້ນເມື່ອປີ 1990 ແມ່ນເວທີປຶກສາຫາລືຂອງຜູ້ນຳໃນຂະແໜງການທ່ອງທ່ຽວຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງລອນດອນ ຂອງອັງກິດ.