ຮູ້ຈັກ Rafael ນັກເຕະຄົນທໍາອິດທີ່ເຮັດແຮັດທຣິກ ໃນລາວລີກ 1 ປີນີ້

54

ຣາຟາເອລ ຫຼື RAFAEL Rodrigues ກອງໜ້າເປີດຕົວນັດທໍາອິດຂອງ ມາສເຕີ 7 ເອັຟຊີ ໄດ້ຢ່າງໂດດເດັ່ນດ້ວຍ ເຮັດແຮັດທຣິກ ຫຼື ຍິງ 3 ປະຕູໃນນັດດຽວໄດ້ ແລະ ກາຍເປັນຄົນທໍາອິດທີ່ເຮັດໄດ້ ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022.

ກ່ອນໜ້ານີ້ຖືເປັນເລື່ອງທີ່ໜ້າເສຍດາຍ ເມື່ອກ່ອນແຂ່ງຂັນພຽງ 15 ນາທີ RAFAEL ກວດພົບວ່າ: ຕິດໂຄວິດ-19 ຈິ່ງບໍ່ສາມາດລົງສະໜາມນັດທໍາອິດໃຫ້ກັບ ມາສເຕີ 7 ເອັຟຊີ ໄດ້ໃນນັດທີ່ບຸກໄປເສຍໃຫ້ກັບກອງທັບ ເອັຟຊີ 0-1 ໃນນັດເປີດລະດູການ ເປບຊີ ລາວລີກ 1 ປີ 2022.

ຈົນຫຼ້າສຸດເມື່ອວັນທີ 19 ມີນາ 2022 ຫາຍດີກັບມາລົງສະໜາມນັດທໍາອິດໃຫ້ກັບ ມາສເຕີ 7 ເອັຟຊີ ບຸກໄປເອົາຊະນະ ຫຼວງພະບາງ 3-2 ທີ່ສະໜາມບານເຕະແຂວງຫຼວງພະບາງ ເຊິ່ງ Rafael ກໍບໍ່ເຮັດໃຫ້ແຟນບານຜິດຫວັງສາມາດຍິງຄົນດຽວ 3 ປະຕູໃນເຄິ່ງເວລາທີ 2 ເຊິ່ງກໍກາຍເປັນແຮັກທຣິກທໍາອິດໃນເປບຊີ ລາວລີກ 1 ລະດູການນີ້ ພ້ອມເຮັດໃຫ້ ມາສເຕີ 7 ເອັຟຊີ ເກັບ 3 ຄະແນນທໍາອິດໄດ້ສໍາເລັດ (ເບິ່ງຄລິບໄດ້ລຸ່ມນີ້)

RAFAEL ໃຫ້ສໍາພາດຫຼັງຈົບການແຂ່ງຂັນວ່າ: ຖືເປັນນັດທໍາອິດທີ່ຂ້ອຍໄດ້ຫຼິ້ນໃນ ເປບຊີ ລາວລີກ 1 ໃນຮອບ 1 ປີ ເນື່ອງຈາກປີ 2021 ແມ່ນໄດ້ລົງແຂ່ງຂັນພຽງ 2 ນັດແຕ່ໄດ້ຮັບຜົນກະທົບຈາກໂຄວິດ-19 ຈິ່ງຕ້ອງຍົກເລີກການແຂ່ງຂັນໄປ ເຊິ່ງຂ້ອຍຮູ້ສຶກພູມໃຈທີ່ສຸດທີ່ຂ້ອຍສາມາດແຮັດທຣິກ ແລະ ພາທີມຄວ້າ 3 ຄະແນນໄດ້ສໍາເລັດ ແລະ ແນ່ນອນເປົ້າໝາຍຂອງຂ້ອຍແມ່ນເຮັດແຮັດທຣິກຕະຫຼອດ, ສ່ວນທີມຫຼວງພະບາງ ເປັນທີມທໍາອິດທີ່ໄດ້ພົບກັນເປັນຄັ້ງທໍາອິດ ເຊິ່ງເປັນທີມທີ່ມີນັກເຕະໜຸ່ມນ້ອຍ, ຫຼິ້ນດີ ແລະ ຫຼິ້ນໄດ້ໄວ ເຊື່ອໝັ້ນວ່າອະນາຄົດຂ້າງໜ້າທີມນີ້ຈະເປັນທີມທີ່ແຂງແກ່ນ.

ສໍາລັບ RAFAEL ປັດຈຸບັນອາຍຸ 29 ປີເຄີຍຫຼິ້ນໃຫ້ກັບສະໂມສອນໃນປະເທດບຣາຊິລ ມາຫຼາຍສະໂມສອນ ໂດຍສະເພາະປີ 2017-2018 ຫຼິ້ນໃຫ້ກັບ ເມສກີຕ້າ ( Mesquita ) ໄດ້ຮັບໂອກາດລົງສະໜາມ 23 ນັດສາມາດຍິງໄດ້ 11 ປະຕູ ກ່ອນທີ່ຈະຍ້າຍມາຫຼິ້ນໃນລີກສູງສຸດຂອງ ສປປ ລາວ ໃນປີ 2019.

ເຊິ່ງໃນລີກສູງສຸດຂອງ RAFAEL ເຄີຍມາຫຼິິ້ນໃຫ້ກັບ ເອັຟຊີ ຈັນທະບູລີ ໃນປີ 2019 ໃນໄລຍະໜຶ່ງກ່ອນຈະຍ້າຍໄປຫຼິ້ນໃຫ້ກັບສະໂມສອນໃນປະເທດໄທ ຫຼິ້ນໃຫ້ກັບສະໂມສອນ Wat Bot City ລົງສະໜາມ 14 ນັດຍິງໄປ 12 ປະຕູ ແລະ ປີ 2021 ເອັຟຊີ ຈັນທະບູລີ ຕັດສິນໃຈດຶງຕົວກັບມາຫຼິ້ນໃຫ້ກັບທີມ ແລະ ຜົນງານນັດທໍາອິດໃນປີກໍເຮັດໃຫ້ທີມບໍ່ຜິດຫວັງ ເມື່ອຍິງປະຕູໃຫ້ກັບທີມຕັ້ງແຕ່ນັດທໍາອິດໃນປີນີ້ ແຕ່ໜ້າເສຍດາຍລາວລີກ 1 ປີ 2021 ກັບຖືກຍົກເລີກ.
ຂ່າວ: ຫຼ້າ MKP; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ