ພາມາຮູ້ຈັກເຈົ້າຂອງໃບປະກາດແດງແກະກ່ອງ ຈາກຂະແໜງປູກຝັງ

156

ຄົນໜຸ່ມນ້ອຍສ່ວນໃຫຍ່ຈະຮຽນໄປຕາມການແນະນຳຂອງຄົນອື່ນ, ມັກຮຽນໄປຕາມມີຕາມເກີດຜົນອອກມາກໍ່ທຳມະດາ ແຕ່ລູກຫຼານພໍ່ກະດວດຄົນນີ້ ແມ່ນມີຄວາມຝັນ ແລະ ມີການວາງແຜນ ຕັ້ງເປົ້າໝາຍຂອງຕົນເອງໄວ້ເປັນຢ່າງດີ ເມື່ອຕອນຮຽນຈົບຕ້ອງໄດ້ໃບປະກາດສະນີຍະບັດແດງ ແລະກໍ່ສົມປາຖະໜາ ນ້ອງຈົບຈາກຄະນະກະເສດສາດ, ສາຂາ ປູກຝັງ.


ສໍາລັບນ້ອງຄົນເກັ່ງເຈົ້າຂອງໃບປະກາດສະນີຍະບັດແດງຄົນນີ້ແມ່ນ ນາງ ຕາວັນທອງ ກອງສີຫາລາດ ປັດຈຸບັນອາຍຸ 22ປີ ມີຖິ່ນຖານທີ່ຢູ່ອາໄສທີ່ບ້ານ ໂພນຄູນ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ຈົບມັດທະຍົມຈາກ ໂຮງຮຽນ ມັດທະຍົມສົມບູນ ໂພນຄູນ ແລະ ເປັນຜູ້ທີ່ຄວ້າໄດ້ໃບປະກາດສະນີຍະບັດແດງຈາກ ຄະນະກະເສດສາດ ສາຂາ ປູກຝັງ ມະຫາວິທະຍາໄລແຫ່ງຊາດ ສົກສຶກສາ 2020-2021.


ໂດຍນ້ອງກໍໄດ້ມີເທັກນິກດີໆມາແນະນໍາ ໃນຮຽນທີ່ທຸກຄົນສາມາດເອົາໄປເປັນແບບຢ່າງໄດ້ກໍຄື ເມື່ອເວລາອາຈານອະທິບາຍເນື້ອໃນບົດຮຽນທີ່ສຳຄັນແມ່ນເຮົາຈະຕັ້ງໃຈຟັງ, ເກັບກຳເນື້ອໃນບົດຮຽນ ໃຈຄວາມສຳຄັນ, ສິ່ງທີ່ເຮັດໃຫ້ໄດ້ຄະແນນດີແມ່ນໃນຂະນະ ທີ່ກຽມເສັງນັ້ນແມ່ນຈະໄດ້ມີການຕິວບົດຮຽນກັບໝູ່ ແລະ ມີການເເບ່ງປັນບົດຮຽນຕ່າງໆເຊິ່ງກັນ ແລະ ກັນ ຈິ່ງສາມາດເສັງໄດ້ຄະແນນດີໃນທຸກວິຊາທີ່ຜ່ານມາ.


ເຫດຜົນທີ່ເລືອກຮຽນກະເສດ ຍ້ອນວ່າມີຄວາມມັກຮັກ ໃນການໃຊ້ຊີວິດຕິດພັນກັບທຳມະຊາດ, ຢາກມີຄວາມຮູ້ ແລະ ເຕັກນິກການເຮັດກະສິກຳປູກຕົ້ນໄມ້, ພືດຜັກຫຼາກຫຼາຍຊະນິດ ແລະ ແນ່ນອນວ່າທຸກໆຢ່າງ ແມ່ນຕ້ອງພົບກັບອຸປະສັກ ເຊິ່ງຕົນເອງກໍໄດ້ຮັບຄວາມກົດດັນຈາກຄົນອ້ອມຂ້າງ ທີ່ບໍ່ເຂົ້າໃຈໃນໂຕເຮົາ ໂດຍສະເພາະແມ່ນຄຳເວົ້າເຢີ້ຍສຽດສີ ເຮັດໃຫ້ມີຊ່ວງໜຶ່ງທີ່ໝົດກຳລັງໃຈໃນການຮຽນ ແຕ່ກໍມີຄອບຄົວທີ່ເຂົ້າໃຈ ແລະ ໃຫ້ກຳລັງໃຈເລື້ອຍໆມາ ຈຶ່ງສາມາດກ້າວຜ່ານອຸປະສັກໃນຊ່ວງເວລານັ້ນມາໄດ້ ແລະ ມັນໄດ້ເຮັດໃຫ້ເຮົາມີຄວາມເຂັ້ມແຂງຂຶ້ນຫລາຍ.


ພ້ອມນີ້, ໃນດ້ານຂອງການຈັດສັນເວລາ ເຮົາຈະລຽງລຳດັບຄວາມສຳຄັນຂອງວຽກຕ່າງໆ ໂດຍທີ່ເຮົາຈະໃຫ້ເວລາກັບສິ່ງທີ່ສຳຄັນກວ່າ ຕາມລຳດັບ ສ່ວນເວລາວ່າງໆ ແມ່ນໄດ້ເຮັດກິດຈະກຳທີ່ໂຕເອງມັກ ນັ້ນກໍຄືການສະແຫວງຫາຄວາມຮູ້ຫາລາຍໄດ້ເສີມເພື່ອມາໃຊ້ຈ່າຍ ແລະ ແບ່ງເບົາພາລະຄອບຄົວຕື່ມອີກ.


ສໍາລັບ ຄວາມຮູ້ສຶກທີ່ໄດ້ຮັບໃບປະກາດສະນີຍະບັດ ແດງຄັ້ງນີ້ ແມ່ນມີຄວາມດີໃຈຫຼາຍ ແນ່ນອນວ່າບໍ່ມີສິ່ງໃດໄດ້ມາງ່າຍດາຍ ທຸກຢ່າງຕ້ອງໃຊ້ເວລາ ແລະ ພະລັງແຫ່ງການທຸ່ມເທ ເຊິ່ງເປັນເວລາ 5 ປີ ຈົນເຮັດໃຫ້ຍາດໃບປະກາດແດງມາໄດ້ຕາມເປົ້າໝາຍທີ່ໂຕເອງຕັ້ງເປົ້າໝາຍໄວ້ຈົນສຳເລັດ.
ຄວາມຝັນ ໃນຊີວິດ ແມ່ນຢາກເປັນນັກທຸລະກິດທາງດ້ານການກະເສດໃນລາວ ທີ່ສາມາດຜະລິດພືດທີ່ໄດ້ມາດຕະຖານສົ່ງອອກໄປຕ່າງປະເທດໄດ້ ເຊິ່ງຜູ້ທີ່ເປັນຕົວແບບຂອງນ້ອງເອງກໍຄື ທ່ານ ນາງ ອານິສາ ໄຊຍະກຸມມານ ເຊິ່ງເປັນເຈົ້າຂອງບໍລິສັດ ລາວວຽງຈັນໂຊກດີ ການຄ້າສາກົນ ແລະ ພັດທະນາ ທັງເປັນປະທານບໍລິສັດ ອາລິສາ ລາວຈະເລີນຊັບ ບໍລິການເອກະສານຂາອອກ-ຂາເຂົ້າ ຄົບວົງຈອນຈໍາກັດຜູ້ດຽວ ເຊິ່ງກິດຈະການຫຼັກ ຂອງເພິ່ນກໍແມ່ນການລ້ຽງງົວ ແລະ ແບ້ ປະເພດພັນຊີ້ນເພື່ອຈໍາໜ່າຍໃຫ້ຕະຫຼາດພາຍໃນ ສປປ ລາວ ແລະ ສົ່ງອອກຕ່າງປະເທດ ໃນຕໍ່ໜ້າ ນອກຈາກນັ້ນກໍຍັງມີອີກຫຼາຍໆກິດຈະການທີ່ເພິ່ນເຮັດ ສະນັ້ນ, ນ້ອງຈຶ່ງຊື່ນຊົມໃນຜົນງານຂອງເພິ່ນແລະ ຍົກໃຫ້ເປັນຕົວແບບໃນການທີ່ຈະດໍາເນີນທຸລະກິດໃນຕໍ່ໜ້າ.


ເຊິ່ງກ່ອນອື່ນຫຼັງຈາກທີ່ຮຽນຈົບນ້ອງເອງກໍຈະຫາເຮັດວຽກ ເພື່ອຫາທຶນຮອນ ແລະ ຫາປະສົບການໃນດ້ານທຸລະກິດຕ່າງໆ ທີ່ສາມາດຕອບໂຈດໃນເປົ້າໝາຍຂອງຕົນເອງເຊັ່ນ: ແນວຄວາມຄິດຂອງນັກທຸລະກິດ ສຶກສາວິທີການທາງດ້ານທຸລະກິດ ແລະ ຂັ້ນຕອນຕ່າງໆ ທີ່ນັກທຸລະກິດເພິ່ນສົ່ງອອກສິນຄ້າໄປຕ່າງປະເທດ ເພາະຕອນນີ້ແມ່ນນ້ອງເຮັດວຽກເປັນຜູ້ຊ່ວຍຂອງ Yeal ກ່ຽວກັບນັກທຸລະກິດໜຸ່ມລາວນີ້ ເລີຍມີໂອກາດໄດ້ພົບປະໂອ້ລົມ ແລະ ຮັບຟັງນັກທຸລະກິດຫຼາຍຄົນ.


ສິ່ງສໍາຄັນອີກຢ່າງໜຶ່ງເລີຍທີ່ນ້ອງຄິດວ່າ ໃນການດໍາເນີນທຸລະກິດທີ່ຈະສາມາດເຮັດໃຫ້ເຮົາປະສົບຜົນສໍາເລັດໄດ້ ນັ້ນກໍຄື: ຄວາມຮູ້, ແຫຼ່ງທຶນ, ທີມງານ ແລະ ເປົ້າໝາຍທີ່ຊັດເຈນ ເຊິ່ງເຊື່ອແນ່ວ່າຖ້າຫາກເຮົາສາມາດປະກອບມີສິ່ງນີ້ໄດ້ແມ່ນຈະສາມາດເຮັດໃຫ້ເຮົາປະສົບຄວາມສໍາເລັດຢ່າງແນ່ນອນ.


ສໍາລັບຄວາມຄິດເຫັນຂອງນ້ອງ ກ່ຽວກັບເລື່ອງທີ່ວ່າຮຽນຈົບໃໝ່ແລ້ວບໍ່ມີວຽກເຮັດແມ່ນ ເນື່ອງຈາກນ້ອງເອງກໍເປັນນັກສຶກສາທີ່ຈົບໃໝ່ເຖິງແມ່ນຈະໄດ້ໃບປະກາດສະນີຍະບັດແດງກໍຕາມ ກໍຄືນ້ອງໄປສຳພາດຢູ່ຫຼາຍບ່ອນເພິ່ນກໍມັກຈະຖາມວ່າມີປະສົບການໃນການເຮັດວຽກບໍ ເຊິ່ງນັກສຶກສາທີ່ຈົບໃໝ່ ກໍຍັງບໍ່ທັນມີປະສົບການເທື່ອ ສະນັ້ນເຮົາຕ້ອງເຮັດທຸກວຽກທີ່ສາມາດເຮັດໄດ້ເພື່ອເກັບກ່ຽວປະສົບການໃນການເຮັດວຽກ ເຖິງວຽກນັ້ນມັນຈະບໍ່ຕົງຕາມສາຍທີ່ເຮົາຈົບມາກໍຕາມ.


ສຸດທ້າຍກໍຂໍຝາກເຖິງຮຸ່ນນ້ອງໆ ທີ່ກຳລັງສຶກສາຮໍ່າຮຽນ ຂໍພຽງແຕ່ເຮົາມີຄວາມພະຍາຍາມຕັ້ງໃຈຈິງ ບໍ່ມີສິ່ງໃດທີ່ເຮົາເຮັດບໍ່ໄດ້ ຖ້າເຮົາມີຄວາມອົດທົນ, ມີວິໄນ ແລະ ພະຍາຍາມທຸ່ມເທກັບມັນຫຼາຍພໍ ເສັ້ນໄຊກໍຫ່າງບໍໄກເກີນເອື້ອມ ຂໍໃຫ້ນ້ອງໆທຸກຄົນ ອົດທົນສຶກສາຮ່ຳຮຽນ ແລະ ຄວ້າໂອກາດຮຽນຮູ້ປະສົບການໃໝ່ໃຫ້ຫລາຍໆ.
ຂ່າວ:ຈັນນະພາ