ຫຼວງນໍ້າທາ ປະກາດການນໍາໃຊ້ກາໜາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ

153

ກຸ່ມຫັດຖະກຳຕໍ່າຫູກ ບ້ານສິນອຸດົມ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຊິ່ງປະກອບມີ: ຜ້າໄໜ, ສິ້ນ, ຜ້າປູໂຕະ, ແພບ່ຽງ, ເສື້ອ. ໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອຂອງ ສປປ ລາວໄດ້ໄດ້ປະກາດການນໍາໃຊ້ກາໜາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ໃນວັນທີ 15 ມີນາ 2022ຜ່ານມາ.

ເປັນປະທານໃນພິທີອັນມີຄວາມໝາຍນີ້ຄື ທ່ານ ທອງໄຊ ອາດຜາສຸກ ຮອງເຈົ້າເມືອງໆຫຼວງນໍ້າທາ, ເຂົ້າຮ່ວມຂອງທ່ານ ວັນທາ ພົມວິໄລ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມ ສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ອໍານາດການປົກຄອງບ້ານ ຕະຫຼອດຮອດສະມາຊີກກຸ່ມຫັດຖະກຳຕໍ່າຫູກພາຍໃນບ້ານເຂົ້າຮ່ວມ.


ທ່ານ ໜານ ອິນຄໍາ ນາຍບ້ານໆສີນອຸດົມ ໄດ້ເລົ່າວ່າ: ກຸ່ມຕໍ່າຫູກບ້ານສີນອຸດົມ, ບ້ານ ສີນອຸດົມ ໄດ້ສ້າງຕັ້ງຂື້ນໃນປີ 1986 , ມີ 56 ຫຼັງຄາເຮືອນ ປະກອບມີ 69 ຄອບຄົວ, 315 ຄົນ, ຍິງ 163 ຄົນ ພາຍໃນບ້ານປະກອບດ້ວຍ 2 ຊົນເຜົ່າຄຶ: ຊົນເຜົ່າລື້ ແລະ ເຜົ່າກືມມຸ ອາຊີບສ່ວນໃຫຍ່ແມ່ນເຮັດໄຮ່ ເຮັດສວນ ໃນເມຶ່ອກ່ອນປະຊາຊົນພາຍໃນບ້ານສີນອຸດົມດໍາລົງຊິວິດແບບທໍາມະຊາດ ອາໄສການຕໍ່າຫູກທໍ່ໄໝແບບປະຖົມປະຖານເຮັດພໍຮັບໃຊ້ຄອບຄົວ ແລະ ຈໍາໜ່າຍຈໍານວນໜຶ່ງ.

ໃນເມຶ່ອກ່ອນປະກອບມີ 10 ກີ່ ປີ 2016 ການຜະລິດຫັດຖະກໍາຕໍ່າຫູກໄດ້ມາດຕະຖານ ແລະ ຄຸນນະພາບທີ່ດີ ເປັນຕົ້ນແມ່ນ ການຕໍ່າສີ້ນ, ຜ້າປູໂຕະ, ແພບ່ຽງ,ແພອາບນໍ້າ ແລະ ຖົງ ເພຶ່ອຜະລິດເປັນສິນຄ້າ ແລະ ສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ເຊິ່ງເລີ່ມຈາກ 10ກີ່ ມາເປັນ 169 ກີ່ ສ່ວນວັດຖຸທີນໍາມາຜະລິດແມ່ນແມ່ຄ້າເປັນຜູ້ສະໜອງໃຫ້, ການຜະລິດແມ່ນຜະຕາມແມ່ຄ້າສັງ 1 ກີ່ ສາມາດຕໍ່າໄດ້ 50 ຜຶນຕໍ່ປີ ສ້າງລາຍຮັບໄດ້ 30 ລ້ານກີບ ຕໍ່ປີ, ປີ 2020 ມາເຖິງປັດຈຸບັນ ທາງສູນຫັດຖະກຳອອກພົບຕົກ ຕັ້ງຢູ່ແຂວງຫຼວງພະບາງໄດ້ມາຊຸກຍູ້ ແລະ ສົ່ງເສີມ.


ນີ້ກໍ່ເພື່ອເຮັດໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາ ທັງເປັນການສົ່ງເສີມການຜະລິດຕະພັນເປັນສິນຄ້າພາຍໃນ, ຕິດພັນກັບວຽກງານພັດທະນາສີນຄ້າທີເປັນທ່າແຮງຂອງປະຊາຊົນບັນດາເຜົ່າໃຫ້ຂະຫຍາຍຕົວ ເພຶ່ອຍົກລະດັບຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນເທຶ່ອລະກ້າວ, ການນໍາໃຊ້ກາໜາຍໂອດອບແຫ່ງຊາດ ກໍ່ແມ່ນວຽກງານໜຶ່ງທີ່ສໍາຄັນ ເພຶ່ອຍົກລະດັບສິນຄ້າ ທ້ອງຖີ່ນໃຫ້ມີຄຸນນະພາບ ແລະ ທັງເປັນການປົກປັກຮັກສາວັດທະນະທໍາຂອງປະຊາ ຊົນບັນດາເຜົ່າ ໃຫ້ມີຄວາມຍຶນຍົງ. ໂອກາດດັງກ່າວກໍ່ໄດ້ມອບ ໃບອະນຸຍາດນໍາໃຊ້ກາໜາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ທ່ຽວຊົມເບີ່ງຜະລິດຕະພັນຕື່ມອີກ.


ຂ່າວ: ມຸນຕີ ໄຊຍະສິດທິວົງ