ໄປເບິ່ງເຫດຜົນທີ່ ມາດາມ ໂບ ມອບເງິນສະໜັບສະໜູນໃຫ້ ນັກເຕະ ຢູ 23 ລາວ

68

ທ່ານ ນາງ ພິຈິກາ ບຸນກວ້າງ ຫຼື ມາດາມ ໂບ ອະດີດປະທານສະໂມສອນບານເຕະ ວຽງຈັນ ຢູໄນເຕັດ ແລະ ປັດຈຸບັນເປັນທັງຮອງປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ຮ່ວມກັບຜູ້ສະໜັບສະໜູນອື່ນໆໄດ້ມອບເງິນສະໜັບສະໜູນຈໍານວນ 100 ລ້ານກີບ ໃຫ້ກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີຢ່າງເປັນທາງການເມື່ອວັນທີ 14 ມີນາ 2022 ທີ່ໂຮງແຮມແລນມາກ.

ການມອບເງິນຄັ້ງນີ້ກໍເນື່ອງມາຈາກ ກ່ອນໜ້ານີ້ ທີມຊາດລາວ ຢູຸ 23 ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ ກ່ອນຄວ້າອັນດັບ 3 ຮ່ວມກັບ ທີມຊາດຕີມໍ ເລສເຕ ໃນການແຂ່ງຂັນບານເຕະ ຊີງແຊັມອາຊຽນ 2022 ໃນເດືອນກຸມພາທີ່ຜ່ານມາ ແລະ ທ່ານ ນາງ ພິຈິກາ ບຸນກວ້າງ ( ມາດາມ ໂບ ) ກໍປະກາດອັດສີດໃຫ້ 40 ລ້ານກີບ ກ່ອນແຂ່ງຂັນຮອບ 4 ທີມສຸດທ້າຍ ແລະ ກໍສືບຕໍ່ລະດົມທຶນຈາກຫຼາຍພາກສ່ວນຈົນລະດົມໄດ້ເຖິງ 100 ລ້ານກີບ.

ຫຼ້າສຸດເມື່ອວັນທີ 14 ມີນາ 2022 ໄດ້ມີພິທີມອບເງິນສະໜັບສະໜູນດັ່ງກ່າວຂຶ້ນທີ່ໂຮງແຮມ ແລນມາກ ໃຫ້ກຽດມອບເງິນໂດຍ ທ່ານ ນາງ ພິຈິກາ ບຸນກວ້າງ ພ້ອມດ້ວຍຜູ້ສະໜັບສະໜູນພາກສ່ວນອື່ນໆ, ສ່ວນຕາງໜ້າຝ່າຍຮັບແມ່ນ ທ້າວ ບຸນພະຈັນ ບຸນກອງ ກອງໜ້າທີມຊາດລາວ ຢູ 23 ຕາງໜ້ານັກເຕະທີມຊາດລາວຮັບເງິນຈໍານວນດັ່ງກ່າວ ໂດຍມີຄະນະສະຫະພັນບານເຕະແຫ່ງຊາດລາວ, ຄະນະສະຫະພັນບານເຕະຄົນພິການແຫ່ງຊາດລາວ ແລະ ຜູ້ສະໜັບສະໜູນເຂົ້າຮ່ວມຢ່າງພ້ອມພຽງ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ພິຈິກາ ບຸນກວ້າງ ກ່າວໃນພິທີດ້ວຍຄວາມຕື້ນຕັ້ນໃຈວ່າ: ເຫດຜົນທີ່ເລືອກໃນການອັດສີດທີມຊາດລາວ ຢູ 23 ຄັ້ງນີ້ກໍ່ເນື່ອງມາຈາກນ້ອງນັກເຕະແມ່ນສູ້ສຸດຂີດຈົນສາມາດທະລຸເຂົ້າຮອບ 4 ທີມສຸດທ້າຍ ກ່ອນທີ່ຈະຄວ້າອັນດັບ 3 ຮ່ວມກັບ ຕີມໍ ເລັສເຕີ ເຊິ່ງມັນເປັນການສະແດງອອກວ່າຄົນລາວ ບໍ່ໜ້ອຍໜ້າຊາດໃດໃນໂລກ, ແຕ່ສິ່ງອື່ນໃດທີ່ຈະຕ້ອງມີກໍຄືກໍາລັງໃຈຈາກຄົນອ້ອມຂ້າງເປັນຕົ້ນແມ່ນ ພໍ່ແມ່ພີ່ນ້ອງ, ໝູ່ຄູ່ ລວມເຖິງກອງເຊຍທຸກຄົນທີ່ຮ່ວມກັນເຊຍ ແລະ ໃຫ້ກໍາລັງໃຈນັກເຕະ ກັບ ຄະນະຂອງທີມທຸກໆຄົນ.

“ ເຊິ່ງມື້ທີ່ທີມຊາດລາວ ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໂບໄດ້ໂພສທາງເພຈ໌ບຸກສ່ວນຕົວວ່າ ເອື້ອຍຈະອັດສີດ ຢູ 23 ລາວ ຈໍານວນ 40 ລ້ານ ເຊິ່ງຈາກເຫດດັ່ງກ່າວໄດ້ຮັບຄວາມສົນໃຈຈາກຊາວລາວ ແລະ ປະເທດເພື່ອນບ້ານກໍຄື ໄທ ແລະ ຫວຽດນາມ ຈົນເຮັດໃຫ້ວົງການບານເຕະລາວກັບມາມີສີສັນອີກຄັ້ງໜຶ່ງ ໂດຍສະເພາະແມ່ນບໍລິສັດພາຍໃນຂອງ ສປປ ລາວ ກໍໃຫ້ຄວາມສົນໃຈຈິ່ງໄດ້ສົມທົບທຶນຈົນຮອດ 100 ລ້ານກີບໃນການມອບໃຫ້ກັບ ຢູ 23 ລາວ ຄັ້ງນີ້ເປັນຕົ້ນແມ່ນ ບໍລິສັດ ບຸນມາ ອະສັງຫາ ລິມະຊັບ ກໍພ້ອມອັດສີດເຖິງວ່າຈະຊະນະ ຫຼື ເສຍ ແລະ ເອກະພົນ ການພິມ ກໍມາຊ່ວຍໃນການຕິດປ້າຍຕ່າງທົ່ວນະຄອນຫຼວງວຽງຈັນ, ນອກນັ້ນ, ກໍຍັງມີ ບໍລິສັດ VND ຈຳກັດ ແລະ ຮ້ານດາວິນາ ດີຊາຍ ເຟີນີເຈີ ກໍພ້ອມກັນຊ່ວຍອັດສີດເຊັ່ນດຽວກັນ ລວມເຖິງກໍຍັງມີ ໂຮງແຮມແລນມາກ ແລະ ໂຮງງານນໍ້າດື່ມວັງວຽງ ກໍຍັງມີສ່ວນຮ່ວມນໍາອີກດ້ວຍ ຂໍຂອບໃຈ ” ທ່ານ ນາງ ພິຈິກາ ກ່າວ.

ສໍາລັບ ເງິນລາງວັນຈໍານວນ 100 ລ້ານກີບ ແມ່ນໄດ້ຮວບຮວມຈາກຫຼາຍ ບໍລິສັດຮ້າງຮ້ານຕ່າງໆລວມມູນຄ່າ 100.000.000 ກີບ, ເຊິ່ງໃນພິທີກໍຍັງມີ ບໍລິສັດ ບຸນມາສີແສງຄຳອາສັງຫາລິມະຊັບ ຈຳກັດຜູ້ດຽວ ຂຶ້ນມອບໃຫ້ຈໍານວນ 20 ລ້ານກີບ, ສ່ວນ ບໍລິສັດ VND ຈຳກັດ ແລະ ຮ້ານດາວິນາ ດີຊາຍ ເຟີນີເຈີ ພາກສ່ວນລະ 5.000.000 ກີບອີກດ້ວຍ.