ໄອ-ສະປອດ ສະໜັບສະໜູນຊຸດແຂ່ງໃຫ້ HBT 941 ເອັຟຊີ ລຸຍລາວລີກ 2 ທີ່ນະຄອນຫຼວງວຽງຈັນ

94

ພິທີມອບເຄື່ອງດັ່ງກ່າວຈັດຂຶ້ນວັນທີ 14 ມີນາ 2022 ທີ່ຄ້າຍທະຫານ 941 ໂດຍຕ່າງໜ້າມທອບແມ່ນ ທ່ານ ນາງ ວາດສະຫນາ ສີໂນໄລ ຕາງໜ້າຈາກ ໄອ-ສະປອດ, ສ່ວນຕາງໜ້າຝ່າຍຮັບແມ່ນທ່ານ ສະຫາຍ ຮອ ເດດນະຄອນ ວິຍະກອນ ຜູ້ຮັບຜິດຊອບ ນັກກິລາ HBT 941 ໂດຍມີ ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານ ໄອ-ສະປອດ ແລະ ພາກສ່ວນທີ່ກ່ຽວຂ້ອງຕະຫຼອດ ຮອດນັກກິລາ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ໄພລະຄອນ ບຸນວິຊຽນ ກ່າວວ່າ: ສໍາລັບ ຈຸດປະສົງໃນການລົງມອບເຄື່ອງຄັ້ງນີ້ ກໍເພື່ອຊຸກຍູ້ໃຫ້ອ້າຍນ້ອງນັກກີລາ HBT 941 ທີ່ຈະເຂົ້າຮ່ວມແຂ່ງຂັນລາຍການ ລາວລີກ 2 ປະຈໍາປີ 2022 ທີ່ສະຫະພັນນະຄອນຫຼວງວຽງຈັນ ຈັດຂຶ້ນໃນໝໍ່ໆນີ້, ສ່ວນເຄື່ອງທີ່ນຳມາມອບແມ່ນເຄື່ອງກີລາ 58 ຊຸດ ລວມມູນຄ່າ 10.659.000 ກີບ.

ຂະນະດຽວກັນ ສະຫາຍ ຮອ ເດດນະຄອນ ວິຍະກອນ ຍັງໄດ້ກ່າວຂອບໃຈ ແລະ ຮູ້ບຸນຄຸນ ມາຍັງທ່ານ ໄພລະຄອນ ບຸນວິຊຽນ ທີ່ມີນ້ຳໃຈອັນປະເສີດ ແລະ ເຫັນໄດ້ຄວາມໝາຍ, ຄວາມສຳຄັນ ຂອງພວກເຮົາ ທັງນີ້ກໍ່ເພື່ອຫັດແໜ້ນຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະໄດ້ນຳໃຊ້ເຄື່ອງທີ່ໄດ້ຮັບໃນຄັ້ງນີ້ໃຊ້ໃຫ້ເກີດປະໂຫຍດສູງສຸດ.
ຂ່າວ: ຫຼ້າ MKP; ຮູບ: ໄອ-ສະປອດ