7 ສະໜຸນໄພດັບຮ້ອນ! ອາກາດຮ້ອນໆຕ້ອງຮູ້ໄວ້

242

ອາກາດເລີ່ມຮ້ອນຂຶ້ນມາແລ້ວ ຕາມລະດູການ, ຫຼາຍຄົນຄົງຄິດເຫັນສິ່ງເຢັນໆ ຄວາມເຢັນສົດຊື່ນ ເພື່ອຄາຍຮ້ອນກັນ ເຊິ່ງຫຼາຍຄົນກໍມີວິທີຄ່າຍຄວາມຮ້ອນທີ່ແຕກຕ່າງກັນ ບໍ່ວ່າຈະໄປທີ່ເຢັນໆດ ອາບນໍ້າ ຫຼື ກິນອາຫານທີ່ເຢັນໆແບບນີ້ກໍຊ່ວຍໄດ້

ແລະມື້ນີ້ເຮົາຈະນໍາເອົາພວກສະໜຸນໄພທີ່ຊ່ວຍຄາຍຮ້ອນໄດ້ດີມາໃຫ້ລອງຮັບປະທານ ຫຼື ລອງເອົາສູດນີ້ໄປເບິ່ງວ່າຈະສາມາດຊ່ວຍຄາຍຄວາມຮ້ອນນັ້ນໄດ້ບໍ່

1 ຜັກຫວານ: ສ່ວນໃບຂອງຜັກນີ້ມີລົດຊາດຫວານເຢັນ ແກ້ກະຫາຍ ດັບພິດຮ້ອນໃນຮ່າງກາຍ


2 ຫວ້ານກາບຫອຍ: ສ່ວນໃບ ມີລົດເຢັນ ດັບພິດໄຂ້ ລະບາຍຄວາມຮ້ອນໃນຮ່າງກາຍ


3 ໝາກບວບງູ (ໝາກລອຍ) ໝາກອ່ອນ ກິນເປັນຢາບໍາລຸງ ແກ້ກະຫາຍນໍ້າ ເມັດເນື້ອໃນ ຫຼຸດໄຂ້ ແກ້ຮ້ອນໃນ


4 ໝາກກ້ວຍ ຢວກກ້ວຍ ລົດຊາດເຢັນຝາດ ດັບພິດຮ້ອນໃນຮ່າງກາຍແກ້ໄຂ້ ຂັບເມືອກໃນລໍາໄສ້


5 ຜັກໜອກ ທັງຕົ້ນເປັນຢາດັບພິດຮ້ອນໃນຮ່າງກາຍ ຫຼຸດອາການບວມ ບໍາລຸງສະໝອງ ເພີ່ມຄວາມຈໍາ


6 ສາຍບົວ ກ້ານບົວ ລົດຊາດຝາດ ບໍາລຸງຫົວໃຈ ແກ້ໄຂ້ ແກ້ອາການເຈັບທ້ອງ


7 ຜັກປັງ ທັງຕົ້ນ ຊ່ວຍຫຼຸດໄຂ້ ລະບາຍຄວາມຮ້ອນ ແກ້ຜື່ນຄັນ
ເປັນພືດຜັກທີ່ຫຼາຍຄົນເຄີຍເຫັນ ແລະ ກໍກິນຢູ່ແມ່ນບໍ່ ຮ້ອນໆແບບນີ້ ລອງນໍາມາປຸງແຕ່ງເມນູອາຫານຮັບປະທານໄດ້ເລີຍເດີ້
ຈາກ: นิตยสารชีวจิต