ອີກໜຶ່ງສະໂມສອນ! ຈໍາປາສັກ ເອັຟຊີ ເປີດຕົວແລ້ວ ພ້ອມກັບຜູ້ສະໜັບສະໜູນ ອີໂວ້

118

ເປີດໂຕຢ່າງເປັນທາງການ ສະໂມສອນ ບານເຕະ ແຂວງຈຳປາສັກ ( ຈໍາປາສັກ ເອັຟຊີ ) ພ້ອມແລ້ວທີ່ຈະລຸຍ ເປບຊີ ລາວລີກ 1 ລະດູການ 2022

ຂະນະທີ່ ບໍລິສັດ ອີໂວ ຈຳກັດ ສະໜັບສະໜູນ ຊຸດແຂ່ງຂັນ ຊຸດຊ້ອມ ຊຸດເດີນທາງ ແລະ ຊຸດຕ່າງໆ ໃຫ້ກັບທີມ

ຫຼ້າສຸດເມື່ອວັນທີ 10 ມີນາ 2022 ໄດ້ມີພີທີເຊັນສັນຍາໂດຍທ່ານ ວິລິສັກ ດວງຈະເລີນ ປະທານ ສະໂມສອນ ຈຳປາສັກ ແລະ ທ່ານ ຫັດສະດາ ແກ້ວບົວດອນ ປະທານ ອີໂວ ສາຂາ ຈຳປາສັກ ຮ່ວມເຊັນສັນຍາ ຕາມການລາຍງານຂອງ EVO

ຂະນະທີ່ ອີໂວ ມີສິດຈຳໜ່າຍຊຸດແຂ່ງຂັນ ສະໂມສອນຈຳປາສັກ ເອັຟຊີ ແຕ່ພຽງຜູ້ດຽວ