ທີມນ້ອງໃໜ່ ກະຊວງສາທາລະນະສຸກ ພ້ອມແລ້ວສໍາລັບລຸຍ ລາວລີກ 2 ຫວັງຕິດ 1 ໃນ 5

84

ທີມນ້ອງໃໜ່ ກະຊວງສາທາລະນະສຸກ ພ້ອມແລ້ວສໍາລັບເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ປະຈໍາປີ 2022 ຫຼັງມີການຄັດເລືອກນັກເຕະໄດ້ແລ້ວ 30 ຄົນ ໃນນັ້ນກໍມີນັກເຕະຈາກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີມາຊ່ວຍເສີມຄວາມແຂງແກ່ນ ເພື່ອຫວັງຕິດ 1 ໃນ 5 ໃຫ້ໄດ້.

ທ່ານ ກິດສະດາ ທອງເຄນ ຫົວໜ້າຄູຝຶກຂອງທີມກະຊວງສາທາລະນະສຸກ ໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ພວກເຮົາລວມຕົວກັນຄັດໄດ້ນັກເຕະ 30 ຄົນ ແລະ ຝຶກຊ້ອມມາແລ້ວ 3 ອາທິດ ແນ່ນອນມາຮອດປັດຈຸບັນພວກເຮົາມີຄວາມພ້ອມທີ່ຈະແຂ່ງ ເພາະພວກເຮົາຈະມີນັກເຕະ ທີມຊາດໃນຮຸ່ນອາຍຸບໍ່ເກີນ 23 ປີມາເສີມທີມອີກ 2 ຄົນເປັນກອງໜ້າ ຖ້າຕິດຕາມເບິ່ງນໍາກັນ ສໍາລັບ ຮູບເກມຂອງພວກເຮົາແມ່ນພໍໃຈໃນ 80%, ສ່ວນອີກ 20% ທີ່ຕ້ອງປັບປຸງຄືຈັງຫວະສຸດທ້າຍໃນການຈົບປະໃຫ້ໄດ້ເທົ່ານັ້ນ ເຊິ່ງໃນນັ້ນພວກເຮົາໝັ້ນໃຈວ່າຈະຕິດ 1 ໃນ 5 ຂອງການແຂ່ງຂັນລາຍການນີ້ ເພາະວ່າປີນີ້ມີການຈໍາກັດອາຍຸ ແລະ ແນ່ນອນທຸກໆທີມມີໂອກາດ.

ເບິ່ງຜົນງານຂອງທີມ ກະຊວງສາທາລະນະສຸກ ໄດ້ທີ່ຄລິບລຸ່ມນີ້

ຂອບໃຈຮູບຈາກ: ກະຊວງສາທາລະນະສຸກ FC