ຂີງ ຊ່ວຍຫລຸດອາການ ປວດຊາຂໍ້ມືໄດ້

324

ບອກເລີຍວ່າ ການພິມ ຫຼື ໃຊ້ເມົ້າເປັນເວລາດົນ ມັກເຮັດໃຫ້ຂໍ້ມືເຄື່ອນໄຫວໃນທ່າເດີມຊໍ້າໆ ຈົນເສັ້ນປະສາດບໍລິເວນຫນ້າຂໍ້ມືຖືກົດທັບ ສົ່ງຜົນໃຫ້ມີອາການປວດຊາທີ່ຂໍ້ມືເຖິງປາຍນິ້ວ ຫາກອາການຮຸນແຮງຫລາຍຈະເຮັດໃຫ້ກ້າມເນື້ອມືອ່ອນແຮງ ແກ້ອາການປ່ວຍໂດຍວິທີປະຄົບມືດ້ວຍນໍ້າຂີງກັນ ເນື່ອງຈາກຂີງເປັນສະຫນຸນໄພລິດຮ້ອນ ຊ່ວຍກະຕຸ້ນການໄຫລວຽນເລືອດບໍລິເວນເສັ້ນປະສາດຈຶ່ງຊ່ວຍບັນເທົາອາການຊາໃນເບື້ອງຕົ້ນໄດ້


ໂດຍການກຽມຂູດຂີງ ເຮັດໃຫ້ເປັນຝ່ອຍຫໍ່ດ້ວຍຜ້າຂາວບາງ ຜູກຜ້າໃຫ້ແນ້ນຈາກນັ້ນຕົ້ມນໍ້າສະອາດ 8 ຖ້ວຍ, ດ້ວຍໄຟແຮງຈົນຝົດ ໃສ່ຫໍ່ຂີງລົງໃນຫມໍ້ ຈີ່ໄຟແລ້ວຕົ້ມຕໍ່ 30 ນາທີ ຍົກລົງຈາກເຕົາພັກໄວ້ໃຫ້ອຸ່ນ


ວິທີໃຊ້: ຈຸ່ມຜ້າຂົນຫນູຜືນນ້ອຍລົງໃນນໍ້າຂີງ ຕົ້ມບິດຜ້າໃຫ້ຫມາດ ແລ້ວນໍາມາພັນຂໍ້ມືຂ້າງທີ່ມີອາການປວດຊາ ພັນຜ້າແຫ້ງທັບອີກຊັ້ນເພື່ອຮັກສາຄວາມອຸ່ນແລ້ວຈຶ່ງແກະອອກ ເຮັດວັນລະ 2-3 ສາມາຫລຸດອຸ່ນນໍ້າຂີງທີ່ເຫລືອມາໃຊ້ໄດ້ອີກໃນວັນຕໍ່ໄປ ທີ່ສໍາຄັນຄວນພັກ ແລະ ບໍລິຫານຂໍ້ມືລະຫວ່າງທໍາງານໄປດ້ວຍ ເພື່ອແກ້ປັນຫາທີ່ຕົ້ນຕໍ


ຂໍ້ມູນຈາກ: นิตยสารชีวจิต
ຮຽບຮຽງ: ເມລີ
ພາບຈາກ: Google