ຊ້າງນ້ອຍ ເອັຟຊີ ບໍ່ຕ້ອງແຂ່ງຮອບເພລອ໊ອຟແລ້ວໄດ້ເຂົ້າຮອບແບ່ງກຸ່ມ AFC CUP 2022 ແບບໂຊກຊ່ວຍ

63

ຊ້າງນ້ອຍ ເອັຟຊີ ສະໂມສອນໃນລີກສູງສຸດຂອງ ສປປ ລາວ ກັບ Visakha FC ທີມອັນດັບ 3 ໃນລີກສູງສຸດຂອງກໍາປູເຈຍ ລະດູການ 2021 ໂຊກເຂົ້າຂ້າງເມື່ອສາມາດເລື່ອນເຂົ້າໄປຫຼິ້ນຮອບແບ່ງກຸ່ມການແຂ່ງຂັນບານເຕະ AFC CUP 2022 ທັນທີ ຫຼັງຈາກທີ່ 2 ທີມຈາກ ມຽນມາ ປະກອນຖອນຕົວ.

ກ່ອນໜ້ານີ້ ຊ້າງນ້ອຍ ເອັຟຊີ ຈະຕ້ອງລົງແຂ່ງຂັນຮອບເພລອ໊ອຟພົບກັບ Visakha FC ທີມອັນດັບ 3 ໃນລີກສູງສຸດຂອງກໍາປູເຈຍ ໃນລະດູການ 2021 ເພື່ອເອົາທີມຊະນະເທົ່ານັ້ນເຂົ້າໄປຫຼິ້ນໃນຮອບແບ່ງກຸ່ມ ໃນການແຂ່ງຂັນ AFC CUP 2022 ແຕ່ຫຼ້າສຸດ www.the-afc.com ເວັບໄຊທ໌ທາງການຂອງສະຫະພັນບານເຕະອາຊີ ( AFF ) ປະກາດຢ່າງເປັນທາງການວ່າ: Shan United FC ແລະ Hantharwady United FC ເຊິ່ງເປັນ 2 ສະໂມສອນຈາກມຽນມຽນ ທີ່ໄດ້ສິດເຂົ້າຮອບແບ່ງກຸ່ມ G ແລະ I ປະກາດຖອນຕົວຈາກ AFC CUP 2022.

ເຮັດໃຫ້ຝ່າຍຈັດການແຂ່ງຂັນປະກາດ 2 ທີມຈາກຮອບເພລອ໊ອຟທີ່ຢູ່ໃນໂຊນອາຊຽນ ກໍຄືສາຍດຽວກັນກັບ 2 ທີມທີ່ຖອນຕົວໄປເຂົ້າມາແທນທີໃນສິດດັ່ງກ່າວກໍຄື: ໃຫ້ Visakha FC ຈະເຂົ້າຮອບແບ່ງກຸ່ມ G ແບບອັດຕະໂນມັດຮ່ວມກັບ Bali United FC ທີມຈາກລີກສູງສຸດຂອງອິນໂດເນເຊຍ, Kedah Darul Aman FC ຈາກມາເລເຊຍ ແລະ Kaya FC ຈາກຟິລິບປິນ.

ສ່ວນ ຊ້າງນ້ອຍ ເອັຟຊີ ແມ່ນເຂົ້າໄປຫຼິ້ນໃນຮອບແບ່ງກຸ່ມໆ I ຮ່ວມກັບ Viettel FC ຈາກລີກສູງສຸດຂອງປະເທດຫວຽດນາມ, Hougang United ຈາກສິງກະໂປ ແລະ Phnom Penh Crown ຈາກກໍາປູເຈຍ ໂດຍຈະແຂ່ງຂັນແບບພົບກັນໝົດແບບແຂ່ງຂັນໃນບ້ານ ແລະ ນອກບ້ານ ເຊິ່ງ ຊ້າງນ້ອຍ ເອັຟຊີ ພົບກັບ Viettel FC ທີມຈາກຫວຽດນາມ ໃນວັນທີ 24 ມິຖຸນາ 2022 (ເບິ່ງຄລິບເພີ່ມຕື່ມໄດ້ທີ່ວີດີໂອລຸ່ມນີ້ )