ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ຕໍ່ 9 ເອກະສານ

132

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ ປີ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 21 ແລະ ປິດລົງໃນຕອນແລງຂອງວັນທີ 22 ກຸມພາ 2022 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານ ທ່ານອື່ນໆ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ຕໍ່ 9 ເອກະສານ ແລະ ໄດ້ຕົກລົງ ແລະ ມີທິດຊີ້ນຳ ດັ່ງນີ້:


1. ບົດສະຫຼຸບຕີລາຄາການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2022 ຂອງລັດຖະບານ, ເຊິ່ງກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບລາຍງານດັ່ງກ່າວ ແລະ ມອບໃຫ້ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ປັບປຸງເນື້ອໃນ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ຄົບຖ້ວນ, ສົມບູນ ຂຶ້ນຕື່ມ ເປັນຕົ້ນ: ໃຫ້ຂະແໜງການຄົ້ນຄວ້າແກ້ໄຂຂໍ້ຄົງຄ້າງ ທີ່ຕິດພັນກັບຂອບເຂດສິດ, ພາລະບົດບາດ ຂອງຕົນ ໃຫ້ຂາດຕົວ, ບັນຫາໃດທີ່ຕິດພັນກັບຂະແໜງການອື່ນ ຂໍໃຫ້ຂະແໜງທີ່ເປັນເຈົ້າພາບ ເປັນໃຈກາງໃນການປະສານສົມທົບແກ້ໄຂ, ຖ້າຫາກບັນຫາໃດ ເກີນສິດ ຫຼື ພົວພັນກັບຫຼາຍຂະແໜງການ ທີ່ຜ່ານການປຶກສາຫາລືຮ່ວມກັນບໍ່ສາມາດເອກະພາບໄດ້ ແມ່ນໃຫ້ສະເໜີຫາ ທ່ານ ນາຍົກລັດຖະມົນຕີ ຫຼື ທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳແຕ່ລະຂົງເຂດ ເພື່ອມີທິດຊີ້ນໍາໃນການຈັດຕັ້ງປະຕິບັດ; ພ້ອມກັນນີ້ ກໍສຸມໃສ່ຄົ້ນຄວ້ານິຕິກຳ ຕໍ່ຂົງເຂດວຽກງານ ທີ່ເຫັນວ່າຍັງບໍ່ມີການຄຸ້ມຄອງລະອຽດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານ. ນອກຈາກນີ້ ກໍໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແລ້ວລາຍງານຄວາມຄືບໜ້າ, ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດ ກ່ອນວັນທີ 15 ຂອງແຕ່ລະເດືອນ ເພື່ອໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະຫຼຸບສັງລວມລາຍງານຕໍ່ກອງປະຊຸມລັດຖະບານ.


2. ລາຍງານການຄົ້ນຄວ້າຮ່າງແຜນການລົງທຶນຂອງລັດ ປະຈຳປີ 2022, ເຊິ່ງກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນການລົງທຶນຂອງລັດ ປະຈຳປີ 2022 ແລະ ໄດ້ຊີ້ນຳໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບກະຊວງການເງິນ ແລະ ຂະແໜງການກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ປັບປຸງຄືນເນື້ອໃນຈຳນວນໜຶ່ງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ແນໃສ່ການນຳໃຊ້ງົບປະມານຢ່າງມີປະສິດທິຜົນສູງສຸດ ໂດຍສະເພາະແມ່ນກ່ຽວກັບ ໂຄງການແກ້ໄຂຜົນກະທົບຈາກໄພພິບັດ ແລະ ໃຫ້ຄົ້ນຄວ້າແຈ້ງການນຳໃຊ້ເງິນເກີນແຜນ ເພື່ອໃຫ້ຂະແໜງການ ແລະ ທ້ອງ ຖິ່ນຈັດຕັ້ງປະຕິບັດ ຖືກຕາມເປົ້າໝາຍ ແລະ ເປັນເອກະພາບ. ພາຍຫຼັງປັບປຸງສຳເລັດແລ້ວ ໃຫ້ລາຍງານຄືນລັດຖະບານ ເພື່ອນໍາສົ່ງໃຫ້ສະພາແຫ່ງຊາດ ພິຈາລະນາຮັບຮອງ.

3. ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ);
4. ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ;
5. ຮ່າງດຳລັດວ່າດ້ວຍ ສະຖາບັນການເງິນຈຸລະພາກ (ສະບັບປັບປຸງ);
6. ຮ່າງຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ (2021-2030) ແລະ ວິໄສທັດຮອດປີ 2035 ສະບັບປັບປຸງ;
7. ຮ່າງຍຸດທະສາດ ການພັດທະນາການບິນພົນລະເຮືອນ 2021-2025 ວິໄສທັດຮອດ 2030.

ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກຳທັງ 5 ສະບັບ ທີ່ໄດ້ກ່າວມານັ້ນ ແລະ ໄດ້ຊີ້ນໍາໃຫ້ຄະນະຮັບຜິດຊອບຮ່າງນິຕິກໍາດັ່ງກ່າວ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕື່ມຕາມການປະກອບຄຳເຫັນ ຂອງບັນດາທ່ານສະມາຊິກລັດຖະບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ສຳລັບຮ່າງກົດໝາຍ, ພາຍຫຼັງປັບປຸງສໍາເລັດແລ້ວ ສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ເພື່ອສະເໜີຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX. ສ່ວນຮ່າງດໍາລັດ ແລະ ຮ່າງຍຸດທະສາດ ພາຍຫຼັງປັບປຸງສໍາເລັດແລ້ວ ນຳໄປຜ່ານທ່ານຮອງນາຍົກທີ່ຮັບຜິດຊອບຊີ້ນຳວຽກດັ່ງກ່າວ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.

8. ການສ້າງລະບົບຄຸ້ມຄອງຕົວຕົນທາງ ດີຈິຕອນ (DIGITAL ID), ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສ້າງລະບົບ ດັ່ງກ່າວ, ມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອໃຫ້ລະບົບ ສາມາດຮອງຮັບການເຊື່ອມຈອດກັບບັນດາປະເທດໃກ້ຄຽງ ແລະ ສາກົນໄດ້ ແລະ ຮັບປະກັນຄວາມປອດໄພ, ໂປ່ງໃສ, ວ່ອງໄວ ແລະ ການກໍານົດໜ້າວຽກຂອງຂະແໜງການໃນແຕ່ລະໄລຍະ ກໍໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ. ນອກນັ້ນ ກໍໃຫ້ກວດກາຄືນບັນດານິຕິກໍາ ທີ່ໄດ້ປະກາດນໍາໃຊ້ໃນໄລຍະຜ່ານມາ ເພື່ອໃຫ້ສອດຄ່ອງກົມກຽວກັນ.
ພາຍຫຼັງປັບປຸງສໍາເລັດແລ້ວ, ໃຫ້ສົມທົບກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະເໜີທ່ານນາຍົກລັດ ຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ


9. ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ, ນໍ້າງື່ມ ແລະ ນໍ້າເທີນ-ນໍ້າກະດິງ, ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນຄຸ້ມຄອງອ່າງຮັບນໍ້າ ສະບັບດັ່ງກ່າວ ໂດຍມອບໃຫ້ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບາງເນື້ອໃນ, ບາງປະໂຫຍກ ແລະ ບາງຄຳສັບໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ, ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໄດ້ຢ່າງມີປະສິດທິຜົນ ໂດຍສະເພາະແມ່ນກົນໄກປະສານງານ, ການແບ່ງຄວາມຮັບຜິດຊອບ ທີ່ກຳນົດໃນແຜນງານຕ່າງໆ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນຳໄປຜ່ານທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານ ດັ່ງກ່າວ ມີຄຳເຫັນ ແລະ ສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.