Ai-Sport ສູນຈໍາໜ່າຍເຄື່ອງກີລາພິມລາຍ ມອບເສືື້ອແຂ່ງຊຸດໃໝ່ໃຫ້ກັບ ທີມສື່ມວນຊົນລາວສາຍກີລາ ຈໍານວນ 45 ຊຸດ ແລະ ຖົງມືຜູ້ຮັກສາປະຕູ 1 ຄູ່ລວມມູນຄ່າ 6 ລ້ານກີບ ເມື່ອວັນທີ 18 ກຸມພາ 2022.
ພິທີດັ່ງກ່າວ ຈັດຂຶ້ນທີ່ສະໜາມກີລາຫຍ້າທຽມ ມຊ ( ໜ້າໂຮງຮຽນສາທິດ ຊັ້ນປະຖົມ ) ໂດຍໃຫ້ກຽດມອບໂດຍທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຂາຍເຄື່ອງກິລາພິມລາຍ Ai-sport ແລະ ຕາງໜ້າຮັບໂດຍ ທ່ານ ບົວລະພັນ ທັນພິລົມ ອະດີດຫົວໜ້າບັນນາທິການ ໜັງສືພິມປະຊາຊົນ ທັງເປັນປະທານກິຕິມະສັກ ກຸ່ມສື່ມວນລາວຊົນສາຍກິລາ, ທ່ານ ສຸກສາຄອນ ສີປະເສີດ ຫົວໜ້າສູນໂຄສະນາຂ່າວສານ ສສກ ແລະ ສື່ມວນຊົນຈາກແຕ່ລະສໍານັກໃນນະຄອນຫຼວງວຽງຈັນ ພ້ອມດ້ວຍນັກກີລາຂອງທີມ Ai-sport ເຂົ້າຮ່ວມຢ່າງພ້ອມພຽງ.
ຫຼັງຈາກນັ້ນກໍມີການຈັດການແຂ່ງຂັນບານເຕະມິດຕະພາບລະຫວ່າງທັງສອງທີມ ຜ່ານການແຂ່ງຂັນປາກົດວ່າ: ສະເໝີກັບ 7-7.
ຂ່າວ: ຫຼ້າ MKP; ຮູບ: ຈອນນີ້