ອີໂວ້ ມອບຮັບຕໍາແໜ່ງຜູ້ອໍານວຍການໃຫຍ່ ພ້ອມເຊັນສັນຍາສະໜັບສະໜູນຄູ່ຮ່ວມຕ່າງໆປະຈໍາປີ 2022

103

ບໍລິສັດ ອີໂວ້ ສ້າງຂຶ້ນໃນປີ 2015 ເລີ່ມຈາກກຸ່ມຄົນນ້ອຍໆທີ່ຮັກມັກໃນກີລາ ໂດຍສະເພາະແມ່ນກີລາບານເຕະ ແລະ ໄດ້ຫຼິ້ນນໍາກັນ ຈິ່ງເກີດຄວາມຄິດຢາກມີຜະລິດຕະພັນເຄຶ່ອງກີລາຂອງຄົນລາວ ແລະ ຄ່ອຍໆພັດທະນາມາຈົນເຖິງທຸກມື້ນີ້.

ຫຼ້າສຸດເມື່ອວັນທີ 18 ກຸມພາ 2022 ຈິ່ງໄດ້ມີການແຕ່ງຕັ້ງ ທ່ານ ສີສະຫວັນ ມ່າຢົງເຊີນ ເປັນຜູ້ອໍານວຍການໃຫຍ່ ໂດຍມີ ທ່ານ ວັນນະກອນ ພົມມະຈັກ ເປັນຜູ້ອຳນວຍການຝ່າຍພັດທະນາຜະລິດຕະພັນ ແລະ ການຜະລິດ ແລະ ທ່ານ ບູ້ສະໄໝ ບຸດທະວົງ ເປັນຮອງຜູ້ອໍານວຍການຝ່າຍພັດທະນາຜະລິດຕະພັນ ແລະ ການຜະລິດ.

ທ່ານ ສີສະຫວັນ ມ່າຢົງເຊີນ ກ່າວຫຼັງຈາກທີ່ມາຮັບຕໍາແໜ່ງ ຜູ້ອໍານວຍການໃຫຍ່ ຂອງອີໂວ້ ວ່າ: ຕະຫຼອດຫຼາຍປີຜ່ານມາພວກເຮົາໄດ້ເປັນສ່ວນໜຶ່ງໃນວົງການກີລາລາວ ໃນຫຼາກຫຼາຍຮູບແບບ ແລະ ຫຼາຍປະເພດກີລາ ພ້ອມທັງສ້າງວຽກເຮັດງານທໍາໃຫ້ຫຼາຍກວ່າ 100 ຄົນ. ປັດຈຸບັນ ອີໂວ້ ມີ 7 ສາຂາໃນ 5 ແຂວງທົ່ວປະເທດຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ແຂວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ໂດຍມີຫຼາຍກວ່າ 10.000 ທີມທີ່ໃຊ້ການບໍລິການນໍາພວກເຮົາ ແລະ ຜະລິດຫຼາຍກວ່າ 500.000 ຜືນ;

“ ເປົ້າໝາຍຄືສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ ຂະຫຍາຍສາຂາໃຫຍ່ໃນນະຄອນຫຼວງວຽງຈັນໃຫ້ໄດ້ 2 ສາຂາ ແລະ ສາຂາຕ່າງແຂວງເພີ່ມ 5 ສາຂາ ພ້ອມທັງສ້າງເດີນບານໂຕແທນຈໍາໜ່າຍໃຫ້ໄດ້ 10 ເດີ່ນຄວບຄຸມທົ່ວນະຄອນຫຼວງ; ສຶກສາຄວາມເປັນໄປໄດ້ໃນການສົ່ງອອກຕ່າງປະເທດ, ພັດທະນາການຜະລິດຕະພັນແບຣນອີໂວ້ ໃຫ້ຫຼາກຫຼາຍຂຶ້ນ ແລະ ສືບຕໍ່ສະໜັບສະໜູນວົງການກີລາຕ່າງໆ ”, ຜູ້ອໍານວຍການໃຫຍ່ອີໂວ້ ກ່າວ.

ສ່ວນການເຊັນສັນຍາສະໜັບສະໜູນ ວົງການກີລາຕ່າງໆໃນ ສປປ ລາວ ລະຫວ່າງ ອີໂວ້ ກັບ ພາກສ່ວນອື່ນໆມີດັ່ງນີ້:
1.ສັນຍາສະໜັບສະໜູນ ສະຫະພັນແລ່ນ-ລານແຫ່ງຊາດລາວ

2.ສັນຍາສະໜັບສະໜູນ ທີມບານເຕະ Lao All Star
3.ສັນຍາສະໜັບສະໜູນ ທີມບານເຕະ ວຽງຈັນ ເອັຟຊີ

4.ສັນຍາສະໜັບສະໜູນ ທີມບານເຕະ ຈໍາປາສັກ ເອັຟຊີ

5.ສັນຍາສະໜັບສະໜູນ ທີມດີຣັນ ( ERUN )

6.ສັນຍາສະໜັບສະໜູນ ທີມອີໂວ້ ( E-Sport )

7.ສັນຍາສະໜັບສະໜູນ Influencer

ນອກນັ້ນ, ກໍຍັງເຊັນສັນຍາກັບ ອະທິສັກ ຣັຕະນະວົງ ( Sack Cells ), ອັດສະວິນ ເພັດສັງຫານ ( ບ໊ອບບີ່ ), ຄໍາພຸດ ສົມບູນ ( ຕູ້ພຸດ ), ພູມຊະນະ ສີຣິວົງສາ ( ເຈ້ຍ ປາຊີຟິກ ), ອານຸສອນ ໄຊສາ ແລະ ວິລະພອນ ພຸດທະວົງ ( ບີ່ ).