ທີມລາວລີກ 1 ປີນີ້ມີພັນທະແຂ່ງ 3 ຮອບໃນລີກ, 1 ຮອບໃນບານເຕະຊີງຂັນ ສຕລ ແລະ ຢູ 15 ກັບ ຢູ 18

49

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ມອບພັນທະໃຫ້ກັບ 7 ສະໂມສອນ ໃນການແຂ່ງຂັນບານເຕະເປບຊີ ລາວລີກ 1 ໃນລະດູການ 2022 ນອກຈາກຈະແຂ່ງຂັນໃນລີກແລ້ວ ຈະຕ້ອງສົ່ງທີມເຂົ້າຮ່ວມການແຂ່ງຂັນບານເຕະຊີງຂັນ ສຕລ, ຮຸ່ນອາຍຸ 15 ປີ ແລະ ຮຸ່ນອາຍຸ 18 ປີ.

ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ສໍາພາດກັບສື່ມວນຊົນ ເມື່ອທ້າຍອາທິດ ທີ່ຜ່ານມາວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ແມ່ນຖືກໂຈະເຮັດໃຫ້ທຸກໆແຜນວຽກໃນປີດັ່ງກ່າວ ຈະຕ້ອງສືບຕໍ່ມາປະຕິບັດໃນປີ 2022 ໂດຍສະເພາະແມ່ນ ລາວລີກ 1 ມີທີມເຂົ້າຮ່ວມແຂ່ງຂັນ 7 ສະໂມສອນ ( 3 ສະໂມສອນຈາກຕ່າງແຂວງຄື ຫຼວງພະບາງ, ວຽງຈັນ ເອັຟຊີ ແລະ ຈໍາປາສັກ ເອັຟຊີ ) ຄາດວ່າຈະສາມາດແຂ່ງຂັນໄດ້ພາຍໃນເດືອນມີນາ ແລະ ຈະໃຫ້ສໍາເລັດໃນເດືອນຕຸລາ 2022 ແນ່ນອນທາງ ສຕລ ໄດ້ມອບພັນທະໃຫ້ກັບສະໂມສອນທີ່ເຂົ້າຮ່ວມ ລາວລີກ 1 ຄື:

1.ຈະຕ້ອງແຂ່ງຂັນໃນລີກ 3 ຮອບໄດ້ແກ່ ຮອບຂາໄປ, ຮອບຂາກັບ ແລະ ຮອບ 3
2.ຈະຕ້ອງເຂົ້າຮ່ວມແຂ່ງຂັນບານເຕະຊີງຂັນ ສຕລ ຫຼື LFF ປະຈໍາປີ 2022
3.ຈະຕ້ອງສົ່ງທີມຊຸດເຍົາວະຊົນຮຸ່ນອາຍຸບໍ່ເກີນ 15 ປີ ແລະ 18 ປີ ເຂົ້າຮ່ວມການແຂ່ງຂັນຂອງ ສຕລ (ເບິ່ງຄລິບເພີ່ມຕື່ມໄດ້ລຸ່ມນີ້)

ສ່ວນຫົວໜ້າຄູຝຶກຂອງແຕ່ລະທີມແມ່ນຈະຕ້ອງແມ່ນຄູຝຶກລະດັບ B ລາຍເຊັນຂຶ້ນໄປ ຈິ່ງຈະສາມາດເຮັດໜ້າທີ່ໃຫ້ກັບສະໂມສອນໃນລະດັບລາວລີກ 1 ໄດ້, ສ່ວນສະໜາມແຂ່ງຂັນແຂ່ງຂັນແມ່ນໃຊ້ຢູ່ 5 ແຫ່ງຄື:
1.ສະໜາມບານເຕະແຂວງຫຼວງພະບາງ
2.ສະໜາມບານເຕະທີ່ແຂວງວຽງຈັນ
3.ສະໜາມບານເຕະກີລາແຫ່ງຊາດ ຫຼັກ 16 ໃນນະຄອນຫຼວງວຽງຈັນ

4.ສະໜາມກີລາກອງທັບ ໃນນະຄອນຫຼວງວຽງຈັນ
5.ສະໜາມກີລາບານເຕະແຂວງຈໍາປາສັກ.
ຂ່າວ-ຮູບ: ຫຼ້າ MKP