ປະທານປະເທດ ຢ້ຽມຢາມ 3 ໂຮງງານອຸດສາຫະກຳຢູ່ແຂວງຜົ້ງສາລີ

143

ໃນວັນທີ 8 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງມາເຄື່ອນໄຫວຢຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ.

ການລົງຢ້ຽມຢາມໃນຄັ້ງນີ້ ທ່ານ ປະທານປະເທດ ໄດ້ໄປຢ້ຽມຢາມໂຮງງານປຸງແຕ່ງເຫລົ້າຂຽວ ຕັ້ງຢູ່ບ້ານຂຸນສຸກຫລວງ ເມືອງຜົ້ງສາລີ, ເຊິ່ງເຫລົ້າຂຽວ ບ້ານຂຸນສຸກ ເປັນສິນຄ້າທ່າແຮງປະເພດໜຶ່ງທີ່ມີຕົ້ນກຳເນີດ ແລະ ມີຊື່ສຽງມາເປັນເວລາຫລາຍປີ ແລະ ເປັນພູມປັນຍາທີ່ເປັນມໍລະດົກຕົກທອດກັນມາຫລາຍເຊັ່ນຄົນ ຈາກຄົນຮຸ້ນກ່ອນສືບທອດກັນມາ, ປະຊາຊົນໃນເມື່ອກ່ອນໄດ້ປູກເຂົ້າ, ສາລີ ມາຜະລິດເປັນເຫລົ້າ ໂດຍການເຮັດແປ້ງເຫລົ້າຈາກວັດຖຸດີບທຳມະຊາດ, ຜະ ລິດເຫລົ້າຕາມຄວາມເຂົ້າໃຈ, ເພື່ອຮັບໃຊ້ພາຍໃນຄອບຄົວ ແລະ ເປັນຂອງຝາກຂອງຕ້ອນ

ກາງປີ 2016 ໄດ້ເລີ່ມກໍ່ສ້າງໂຮງງານລົງທຶນທັງໝົດ 900 ລ້ານກີບ ແລະ ສໍາເລັດການກໍ່ສ້າງໃນທ້າຍປີ 2018 ແຕ່ວ່າ ໂຮງງານເລີ່ມດໍາເນີນຜະລິດເຫຼົ້າຂຽວ ເປັນປົກກະຕິ ໃນຕົ້ນເດືອນມັງກອນ ປີ 2020.

ຈາກນັ້ນມາໂຮງງານໄດ້ຮັບອະນຸຍາດນໍາໃຊ້ກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ໃນກາງປີ 2020 ຮອດປັດຈຸບັນທາງໂຮງງານ ສາມາດຜະລິດເຫລົ້າສໍາເລັດຮູບໄດ້ 4 ຂະໜາດ ເຊິ່ງນຳໃຊ້ວັດຖຸດິບຈາກສາລີຫຼາຍເຖິງ 6,950 ໂຕນ/ປີ, ສາມາດຜະລິດເຫລົ້າໄດ້ 300 ລິດ/ວັນ ແລະ 3.000 ລິດ/ປີ ແລະ ປີ 1 ສ້າງລາຍຮັບໄດ້ສະເລ່ຍ 3 ຕື້ກວ່າກີບ. ສ່ວນຕະຫລາດຈໍາໝ່າຍແມ່ນພາຍໃນ 100% ປັດຈຸບັນທາງໂຮງງານ ໄດ້ເຊັນສັນຍາກັບຮ້ານຊັບພະສິນຄ້າໄດ້ຈໍານວນ 8 ສາຂາພາຍໃນທົ່ວປະເທດ.

ຈາກນັ້ນ, ກໍ່ໄດ້ເດີນທາງໄປຢ້ຽມຢາມກຸມການຜະລິດຊາກໍແມນ, ເຊິ່ງກຸ່ມດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນວັນທີ 26 ກຸມພາ 2015 ໃນເບື່ອງຕົ້ນ ມີຜູ້ສະໝັກໃຈເຂົ້າກຸ່ມ 45 ຄົນ, ມາຮອດປັດຈຸບັນ ມີສະມາຊິກພາຍໃນກຸ່ມ 6 ຄອບຄົວ 25 ຄົນ, ຍິງ 15 ຄົນ, ມີກອງທຶນ 3.300.000 ກີບ. ໄລຍະຜ່ານມາກຸ່ມຜະລິດຊາດັ່ງກ່າວ ຍັງໄດ້ຮັບການຢັ້ງຢືນເປັນກຸ່ມຜະລິດຊາ ຈາກອົງ ການກ່ຽວຂ້ອງ ເປັນກະສິກຳອິນຊິລາວ, ກະສິກຳອີນຊີສາກົນ, ກາໝາຍໂອດອບ ແລະ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດ (GI) ໃນປີ 2020 ແລະມີຕະຫລາດສົ່ງອອກຫຼັກແມ່ນ ສປ ຈີນ ແລະ ເອິຮົບຈໍານວນໜຶ່ງ.

ພ້ອມນັ້ນ, ທ່ານປະທານປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມໂຮງງານປຸງແຕ່ງຊາ ແສງຄໍາ ລາວລີ, ທີ່ຕັ້ງຢູ່ບ້ານ ຈ່າພູ, ເມືອງ ຜົ້ງສາລີ ໃນປີ 2014 ໄດ້ສ້າງເປັນໂຮງຂົ້ວຊາແບບຄອບຄົວ ແລະ ເຫັນວ່າພໍ່ຄ້າຊາວຈີນ ມີຄວາມສົນໃຈຫລາຍຂຶ້ນ ຈົນມາຮອດ ປີ 2018 ເປັນຕົ້ນມາ ຈຶ່ງໄດ້ສ້າງຕັ້ງເປັນໂຮງງານປຸງແຕ່ງຊາແສງຄຳ ລາວລີ ປັດຈຸບັນສາມາດຜະລິດໄດ້ຕົວຈິງ 3 ໂຕນ/ວັນ ສະເລ່ຍປີໜຶ່ງສາມາດຜະລິດໄດ້ 45-50 ໂຕນ/ປີ ສ້າງລາຍຮັບສະເລ່ຍ 2-3 ຕື້ກີບ/ປີ, ຕະຫລາດທີ່ສົ່ງອອກມີ ປະເທດ ໄທ ແລະ ສປ ຈີນ.