3 ດາວດັງ ເອັຟຊີ ຈັນທະບູລີ ເລືອກ ມາສເຕີ 7 ລຸຍລາວລີກ1 ຄືນສະໜາມຫຼັງພັກເກືອບ 1 ປີ

52

ແຟນບານລຸ້ນກັນມ່ວນແນ່ນອນ ເມື່ອ 3 ນັກເຕະປະສົບການສູງຂອງ ເອັຟຊີ ຈັນທະບູລີ ແຊັມລີກສູງສຸດຂອງ ສປປ ລາວ 5 ສະໄໝຢ່າງ ພຸດດາວີ ພົມມະສານ, ຣາຟາເອລ ( Rafael ) ນັກເຕະຈາກບຣາຊິນ ແລະ ສຸກທະວີ ສູນດາລາ ເລືອກຫຼິ້ນໃຫ້ກັບ ມາສເຕີ 7 ເອັຟຊີ ລຸຍການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2022.

ດັ່ງທີ່ຮູ້ວ່າ ເອັຟຊີ ຈັນທະບູລີ ( ລາວໂຕໂຢຕ້າ ເອັຟຊີ ຊື່ເກົ່າ ) ບໍ່ເຂົ້າຮ່ວມ ເປບຊີ ລາວລີກ 1 ລະດູການນີ້ 2022 ເຮັດໃຫ້ນັກເຕະທີ່ມີຄຸນນະພາບພາຍໃນທີມຕ້ອງຫາທີມໃໝ່ ແລະ ກໍເປັນທີ່ຈັບຕາຂອງຫຼາຍໆ ຈົນຫຼ້າສຸດເມື່ອວັນທີ 7 ກຸມພາ 2022 ພຸດດາວີ ພົມມະສານ ກອງກາງ, ຣາຟາເອລ ( Rafael ) ກອງໜ້າຊາວບຣາຊິນ ແລະ ສຸກທະວີ ສູນດາລາ ຜູ້ຮັກສາປະຕູ ໄດ້ລົງຊ້ອມໃຫ້ກັບນັກເຕະຂອງ ມາສເຕີ 7 ເອັຟຊີ ເປັນມືທໍາອິດ (ເບິ່ງຂໍ້ມູນນັກເຕະໄດ້ທີ່ວີດີໂອລຸ່ມນີ້)

ຂະນະທີ່ ສຸກທະວີ ສູນດາລາ ເປີດເຜີຍກັບທີມງານພວກເຮົາວ່າ: 3 ຄົນພວກເຮົາແມ່ນຕັດສິນໃຈໄປຫຼິ້ນໃຫ້ກັບ ມາສເຕີ 7 ເອັຟຊີ ລຸຍລາວລີກ 1 ປີນີ້ ເຊິ່ງການທີ່ຂ້ອຍເລືອກໄປທີມນີ້ ກໍເພາະມີລຸ້ນອ້າຍທີ່ຢູ່ ອະຄາເດມີ ດຽວກັນຄື ເອສະຣາ ມາກ່ອນ ແລະ ທີ່ສຳຄັນຄິດວ່າເປັນທີມທີ່ເໝາະສົມສຳລັບຂ້ອຍ ແນ່ນອນເປົ້າໝາຍຕໍ່ໄປຄືຈະພະຍາຍາມດືງປະທິພາບຂອງໂຕເອງອອກມາໃຫ້ຫຼາຍສຸດ ຫຼັງພັກເກືອບ 1 ປີ ແລະ ເອົາຟອມເກັ່ງຂອງຕົວເອງອອກມາເພື່ອຊ່ວຍ ມາສເຕີ 7 ເອັຟຊີ ເປັນແຊັມໃນປີນີ້ໃຫ້ໄດ້.

ສໍາລັບ ມາສເຕີ 7 ເອັຟຊີ ຜົນງານທີ່ຜ່ານມາໃນລີກສູງສຸດຂອງ ສປປ ລາວ ເຄີຍຍາດໄດ້ອັນດັບ 2 ເຖິງ 2 ລະດູການຊ້ອນກໍຄືປີ 2019 ແລະ 2020 ເປັນຮອງພຽງ ເອັຟຊີ ຈັນທະບູລີ ເທົ່ານັ້ນທີ່ເປັນແຊັມໃນ 2 ປີທີ່ຜ່ານມາ ເຊິ່ງແນ່ນອນໃນປີ 2022 ລາວລີກ 1 ລະດູການ 2022 ມີ 7 ທີມເຂົ້າຮ່ວມຊີງໄຊ ປະຕິເສດບໍ່ໄດ້ວ່າ ມາສເຕີ 7 ເອັຟຊີ ກໍເປັນອີກ 1 ຕົວເຕັງແຊັມ ເພາະການຊ້ອມມື້ທໍາອິດກໍເຫັນວ່າມີນັກເຕະຄຸນນະພາບຫຼາຍຄົນນອກຈາກ 3 ນັກເຕະໃໝ່ຈາກ ເອັຟຊີ ຈັນທະບູລີ ແລ້ວກໍຍັງໄດ້ ແກ້ວວຽງເພັດ ລິດທິເດດ ກອງໜ້າຫົວໜ້າທີມ ແລະ ສາຍຊົນ ຂຸນສໍານານ ກອງຫຼັງຈອມປັ່ນຟຣີຄິກ ທີ່ກັບຄືນມາຮ່ວມທີມອີກຄັ້ງ ເພາະປີ 2021 ແມ່ນໄປຫຼິ້ນໃຫ້ກັບ ຊ້າງນ້ອຍ ເອັຟຊີ.

ຂ່າວ: ຫຼ້າ MKP; ຮູບຈາກ: ໜຶ່ງ