ຜົນສໍາເລັດການແຂ່ງຂັນກ໊ອຟ ເພື່ອສົ່ງເສີມການທ່ອງທ່ຽວສີຂຽວທີ່ນະຄອນຫຼວງພະບາງ

131

ການແຂ່ງຂັນກ໊ອຟ ເພື່ອສົ່ງເສີມການທ່ອງທ່ຽວສີຂຽວທີ່ແຂວງຫຼວງພະບາງ ຊີງຂັນທ່ານເຈົ້າແຂວງ ຫຼວງພະບາງ ສໍາເລັດໃນວັນທີ 5 ກຸມພາ 2022 ທີ່ສະໜາມກ໊ອຟແຂວງຫຼວງພະບາງ ເຊິ່ງພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ໃນນາມຄະນະທີ່ປຶກສາສະໂມສອນກ໊ອຟອາວຸໂສລາວ, ທ່ານ ປອ ຄໍາຂັນ ນະພາວົງ ຮອງປະທານໃຫຍ່ກຸ່ມບໍລິສັດໂຄລາວ ທັງເປັນປະທານສະໂມສອນກ໊ອຟອາວຸໂສລາວ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກີລາກ໊ອຟແຫ່ງຊາດລາວ ພ້ອມດ້ວຍນັກກ໊ອຟພາຍໃນແຂວງ ແລະ ຕ່າງແຂວງເກືອບ 100 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຮສ ປອ ກອງສີ ແສງມະນີ ປະທານສະຫະພັນກີລາກ໊ອຟແຫ່ງຊາດລາວ ກ່າວໃນພິທີເປີດວ່າ: ການແຂ່ງຂັນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເຊິ່ງນອກຈາກຈະເປັນການຊີງຂັນທ່ານເຈົ້າແຂວງຫຼວງພະບາງ ແລ້ວຍັງເປັນການສົ່ງເສີມການທ່ອງທ່ຽວສີຂຽວທີ່ແຂວງຫຼວງພະບາງ ລວມທັງຍັງເປັນການສ້າງຂະບວນການແຂ່ງຂັນກ໊ອຟ ທີ່ແຂວງຫຼວງພະບາງ ແລະ ໃຫ້ນັກກ໊ອຟໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ.

ສໍາລັບ ຜົນການແຂ່ງຂັນມີດັ່ງນີ້:
-ຊະນະເລີດຮຸ່ນອາວຸໂສ 71 ປີຂຶ້ນໄປ: ທ່ານ ດຣ ບຸນກອງ ສີຫາວົງ
-ຊະນະເລີດຮຸ່ນອາວຸໂສ 60-70 ປີ: ທ່ານ ໂອໂລ
-ຊະນະເລີດສາຍ ກ: ທ່ານ ສັນຕິ ສີທຸມພະລັດ

-ຊະນະເລີດສາຍ ຂ: ທ່ານ ຕຸ້ຍ ຄໍາວັນດີ
-ຊະນະເລີດສາຍ ຄໍ: ທ່ານ ວັນໄຊ
-ຊະນະເລີດສາຍບໍ່ມີແຕ້ມຕໍ່: ທ່ານ ພັດສິນໄຊ ພິລາສຸກ

ລາງວັນດີເດັ່ນ:
-ຕີໃກ້ທຸງຂຸມ 2: ທ່ານ ຫຼ້າຄໍາດີ ເຮືອງປະເສີດ 0,45 ແມັດ
-ຕີໃກ້ທຸງຂຸມ 7: ທ່ານ ບົ່ງຫວ່າງ ຫວ່າງເຈຍຊາ 1,20 ແມັດ
-ຕີິໃກ້ທຸງຂຸມ 13: ທ່ານ ໄພທູນ ຄໍານົ່ງສຸກ 0,50 ແມັດ
-ຕີໃກ້ທຸງຂຸມ 17: ທ່ານ ຈີລະສັກ ວົງປະດິດ 1 ແມັດ

ຂ່າວ-ຮູບ: ຫຼ້າ MKP