ທັກສະພື້ນຖານທີ່ນັກເຕະຈະຕ້ອງມີ ຕາມຫຼັກການໃນການຄັດເລືອກນັກກີລາຂອງ ອາຈານ ເວີນສະຫວັນ

108

ເປັນອີກໜຶ່ງຄວາມຮູ້ ແລະ ສິ່ງທີ່ນັກເຕະຈະຕ້ອງມີນັ້ນກໍຄື ທັກສະພື້ນຖານໃນການຫຼິ້ນບານເຕະ ໂດຍສະເພາະນັກເຕະທີ່ຈະເຂົ້າຮ່ວມຄັດເລືອກຈະຕ້ອງມີ ຕາມຫຼັກການຂອງ ທ່ານ ປ.ອ ເວີນສະຫວັນ ສີວິໄຊ ຄູຝຶກຊາວລາວ ລະດັບ A ລາຍເຊັນ ທີ່ຈະຕ້ອງມີໃນແຕ່ລະຕໍາແໜ່ງ ເພື່ອເຮັດໃຫ້ການຄັດເລືອກມີປະສິດທິພາບ.

ທ່ານ ປ.ອ ເວີນສະຫວັນ ສີວິໄຊ ປັດຈຸບັນແມ່ນຮັບໜ້າທີ່ເປັນຫົວໜ້າຄູຝຶກຂອງ Ai-Sport FC ສະໂມສອນທີ່ຈະເຂົ້າຮ່ວມລາວລີກ 2 ໃນປີ 2022 ໃຫ້ສໍາພາດກັບທີມງານພວກເຮົາວ່າ: ຫຼັກການໆຄັດເລືອກນັກກີລາຂອງຂ້າພະເຈົ້າ ເຊິ່ງຫຼັກໆທີ່ນັກກີລາຈະຕ້ອງມີດັ່ງນີ້:
-ຜູ້ຮັກສາປະຕູ: (ເບິ່ງຄລິບລຸ່ມນີ້)
-ກອງຫຼັງ: (ເບິ່ງຄລິບລຸ່ມນີ້)
-ກອງກາງ: (ເບິ່ງຄລິບລຸ່ມນີ້)
-ກອງໜ້າ: (ເບິ່ງຄລິບລຸ່ມນີ້)

ສະຫຼຸບແລ້ວທັງໝົດນີ້ນັກເຕະຈະຕ້ອງມີທັກສະພື້ນຖານສາກ່ອນ ໃນການຈັບບານ, ສົ່ງບານ ແລະ ການເຄື່ອນທີ່ ເຊິ່ງໃນການຄັດເລືອກຈະສາມາດຮູ້ໄດ້ເລີຍວ່າ ນັກເຕະສາມາດຫຼິ້ນໄດ້ ພາຍໃນ 25 ນາທີທີ່ນັກເຕະລົງແຂ່ງຂັນ.
ສໍາລັບ ທ່ານ ເວີນສະຫວັນ ສີວິໄຊ ເກີດ 22 ມີນາ 1966 ເຊິ່ງເປັນ 1 ໃນ 5 ຄູຝຶກບານເຕະ ໃນປະເທດລາວ ທີ່ສາມາດເສັງຜ່ານຄູຝຶກລະດັບ A ລາຍເຊັນ ແລະ ເປັນອີກຄູຝຶກຊາວທີ່ມີປະສົບການຫຼາຍທີ່ສຸດໃນວົງການບານເຕະລາວ ໂດຍສະເພາະແມ່ນເຄີຍຄຸມທີມຊາດລາວ ນັບຕັ້ງແຕ່ຊຸດເຍົາວະຊົນ ຈົນເຖິງຊຸດໃຫຍ່, ສ່ວນຜົນງານໃນສະໂມສອນຜົນງານໂດດເດັ່ນສຸດຄືພາ ສະຖາບັນການທະນາຄານ ໄດ້ຮອງແຊັມການແຂ່ງຂັນບານເຕະຊີງຂັນລັດຖະມົນຕີກະຊວງສຶກສາ ແລະ ກີລາ ຫຼື ມະຫາວິທະຍາໄລລີກ ໃນປີ 2014, ຕໍ່ຈາກນັ້ນກໍພາ SHB VIENTIANE ຄວ້າອັນດັບ 3 ໃນການແຂ່ງຂັນບານເຕະລາວລີກ 2015 ແລະ ຜົນງານຫຼ້າສຸດຄືພາ STT FC ຄວ້າຮອງແຊັມບານເຕະ ຄອນມານໂດ ລາວລີກ 2 ປະຈໍາປີ 2020.
ຂ່າວ: ຫຼ້າ MKP; ຮູບ: ສົງການ