ບິລລີ ສົມຫວັງໄດ້ມາຫຼິ້ນໃຫ້ກັບສະໂມສອນໃນອາຊຽນ ພ້ອມໂອກາດຮັບໃຊ້ທີມຊາດລາວ ຫຼາຍຂຶ້ນ

96

ຄວາມຫວັງຂອງ ບິລລີ ເກດແກ້ວພົມພອນ ນັກເຕະຊາວຝຣັ່ງ ເຊື້ອສາຍລາວ ທີ່ຫວັງມາຫຼິ້ນໄດ້ໃຫ້ກັບສະໂມສອນໃນລີກອາຊຽນ ເພື່ອຫວັງໄດ້ຮັບໃຊ້ທີມຊາດລາວ ຫຼາຍຂຶ້ນ ເປັນຈິງແລ້ວ ເມື່ອຫຼ້າສຸດວັນທີ 28 ມັງກອນ 2022 ບິລລີ ໄດ້ເຊັນສັນຍາກັບສະໂມສອນ Sri Pahang FC ສະໂມສອນໃນລີກສູງສຸດຂອງປະເທດມາເລເຊຍ. (ເບິ່ງຂ່າວເພີ່ມຕື່ມທີ່ວີດີໂອ)

ສໍາລັບ ບິລລລີ ມີພໍ່ແມ່ເປັນຊາວລາວອາໄສຢູ່ປະເທດຝຣັ່ງ ຖືເປັນນັກເຕະເຊື້ອສາຍລາວ ທີ່ປະສົບຜົນສໍາເລັດຫຼາຍທີ່ສຸດ ໂດຍສະເພາະໃນລີກຝຣັ່ງ ແລະ ຫຼິ້ນຕໍາແໜ່ງກອງໜ້າ ເຊິ່ງປີທີ່ຍິ່ງໃຫຍ່ທີ່ສຸດຂອງ ບິລລີ ຄືໄດ້ຫຼິ້ນໃຫ້ກັບ ອອງເຊ (Angers) ທີ່ເລື່ອນຂຶ້ນໄປຫຼິ້ນໃນລີກສູງສຸດຂອງປະເທດຝຣັ່ງ ຄັ້ງທໍາອິດໃນຮອບ 21 ປີ ເຊິ່ງໄດ້ຮັບໂອກາດລົງແຂ່ງຂັນ 53 ນັດຍິງໄປ 6 ປະຕູ ໃນລະຫວ່າງປີ 2015-2018 ກ່ອນຈະຍ້າຍໄປຫຼິ້ນໃຫ້ກັບ USL ສະໂມສອນໃນລີກ 2 ຂອງປະເທດຝຣັ່ງ ຈົນເຖິງຕົ້ນປີ 2022.

ສ່ວນຜົນງານໃນທີມຊາດ ບິລລີ ແມ່ນໄດ້ຮັບໃຊ້ທີມຊາດລາວ ຄັ້ງທໍາອິດເຂົ້າຮ່ວມການແຂ່ງຂັນບານເຕະ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ເຊິ່ງກໍໄດ້ສະແດງທັກສະຂອງນັກເຕະລະດັບອາຊີບ ທີ່ຫຼິ້ນໃນລີກຝຣັ່ງ ມາຫຼາຍປີໃຫ້ເຫັນ ຈົນມີສະໂມສອນໃນອາຊີຫຼາຍທີມໃຫ້ຄວາມສົນໃຈ ຈົນໃນທີ່ສຸດ ບິລລີ ກໍເລືອກມາຫຼິ້ນໃຫ້ກັບ Sri Pahang FC ສະໂມສອນໃນລີກສູງສຸດຂອງປະເທດມາເລເຊຍ.
ຂ່າວ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ; ຮູບຈາກ: Sri Pahang FC