10 ສະໂມສອນແຈ້ງເຈດຈໍານົງຮ່ວມ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ

108

ເປັນທີ່ແນ່ນອນແລ້ວວ່າ ການແຂ່ງຂັນບານເຕະ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ຈະມີເຖິງ 10 ສະໂມສອນເຂົ້າຮ່ວມແຂ່ງຂັນ ຕາມການຢືນຢັນຂອງ ສະຫະພັນບານເຕະນະຄອນຫຼວງວຽງຈັນ ເມື່ອທ້າຍອາທິດ ຜ່ານມາ ແລະ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ເປັນທີ່ຮຽບຮ້ອຍ.

ດັ່ງທີ່ຮູ້ນໍາກັນແລ້ວວ່າ ການແຂ່ງຂັນບານເຕະ ລາວລີກ 2 ຂອງ ສປປ ລາວ ນັບແຕ່ປີ 2021 ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ມອບໝາຍໜ້າທີ່ໃຫ້ກັບແຕ່ລະແຂວງໃນທົ່ວປະເທດຈັດການແຂ່ງຂັນລີກ 2 ຂຶ້ນໃນແຕ່ລະແຂວງຂອງໃຜລາວ ເພື່ອໃຫ້ແຕ່ລະແຂວງໄດ້ມີການເຄື່ອນໄຫວ, ພັດທະນາບານເຕະພາຍໃນແຂວງ ແລະ ທີ່ສໍາຄັນກໍຄືຫາທີມແຊັມ ຫຼື ຮອງແຊັມຂຶ້ນມາຫຼິ້ນໃນ ເປບຊີ ລາວລີກ 1 ຫຼື ລີກສູງສຸດຂອງ ສປປ ລາວ ໃນປີຕໍ່ໄປນັ້ນເອງ.

ຄວາມເຄື່ອນໄຫວຂອງລາວລີກ 2 ທີ່ນະຄອນຫຼວງວຽງຈັນ ສະຫະພັນບານເຕະນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຈັດກອງປະຊຸມເພື່ອເຜີຍແຜ່ຂໍ້ຕົກລົງຂອງສະຫະພັນວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ 18 ຄົນ ໃນຕອນເຊົ້າວັນທີ 20 ມັງກອນ 2022 ທີ່ຫ້ອງປະຊຸມສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຮອງປະທານ ສຕ.ນວ

ເຊິ່ງການເຜີຍແຜ່ຂໍ້ຕົກລົງໃຫ້ຄະນະຮັບຜິດຊອບຈັດການແຂ່ງຂັນທັງໝົດ 18 ຄົນແມ່ນມີໜ້າທີ່ຮັບຜິດຊອບເປັນຜູ້ຄວບຄຸມການແຂ່ງຂັນ, ຜູ້ຊ່ວຍຈັດການແຂ່ງຂັນ, ຜູ້ປະເມີນກຳມະການຕັດສິນ, ແພດປະຈຳສະໜາມ, ວຽກປ້ອງກັນພາຍໃນສະໜາມ, ວຽກຄວບຄຸມສະໜາມ, ວຽກສື່ມວນຊົນ, ຮັບຜິດຊອບເດັກເກັບບານ ແລະ ວຽກພິທີການຕ່າງໆ ລາຍການດັ່ງກ່າວ ຄາດວ່າຈະມີຂຶ້ນ ໃນຕົ້ນເດືອນມີນາ 2022 ໂດຍກຳນົດ 10 ສະໂມສອນເຂົ້າຮ່ວມ.
ສໍາລັບ ປັດຈຸບັນກໍມີ 10 ສະໂມສອນ ແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນຕາມການກຳນົດເປັນທີ່ຮຽບຮ້ອຍແລ້ວ ປະກອບມີ:

1.ສະໂມສອນ ໄອສະປອດ ເອັຟຊີ
2.ເມືອງຫາດ ຢູໄນເຕັດ
3.ເອັສອີຊີ ຢູໄນເຕັດ
4.ແຄນລາວ ເອັຟຊີ
5.ທີນິຕີ້ ເອັຟຊີ

6.ກະຊວງສາທາລະນະສຸກ
7.ເອັສທີທີ ເອັຟຊີ
8.HBT 941 ເອັຟຊີ
9.ວຽງຈັນ ເອັຟທີ
10.ເຄພີເອັສ ເອັຟຊີ