ອົບຮົມເຕັກນີກການປາດຢາງພາລາໃຫ້ຊາວກະສິກອນ ເມືອງຮຸນ

275

ສຳລັບຢາງພາລາຖືວ່າເປັນຕົ້ນໄມ້ອຸດສາຫະກຳທີ່ມີລາຄາດີໂດຍການປາດເອົາຢາງໄປຂາຍ ເຊິ່ງປູກເທື່ອດຽວເກັບກ່ຽວໄດ້ຫຼາຍປີ ແລະປະຊາຊົນລາວກໍນິຍົມກັນປູກຢ່າງແຜ່ຫຼາຍ ແຕ່ເໜືອເຖິງໃຕ້ ແຕ່ການປູກ, ການເກັບກ່ຽວຂອງປະຊາຊົນລາວຍັງບໍທັນເປັນມືອາຊີບເທົ່າທີ່ຄວນ ຍັງຂາດເຕັກນິກວິຊາການ ດັ່ງນັ້ນ ທັງພາກລັດເອງ ແລະບໍລິສັດທີ່ກ່ຽວຂ້ອງຈິ່ງຕ້ອງທະຍອຍຈັດຊຸດອົບຮົມໃຫ້ ເພື່ອເພີ່ມທັກສະໃຫ້ຊາວສວນໄດ້ຜົນຜະລິດຫຼາຍຂຶ້ນ.

ຫຼ້າສຸດນີ້ ສະພາການຄ້າ ແລະອຸດສາຫະກຳແຂວງ ອຸດົມໄຊ ໄດ້ຮ່ວມກັບສູນເຕັກນິກຮ່ວມມືລາວ-ຈີນໄດ້ຈັດຊຸດຝຶກອົບຮົມ ແນະນຳ ປຶ້ມຄູ່ມື ການລົງທຶນທຸລະກິດຢາງພາລາທີ່ມີຄວາມຍືນຍົງ, ເປັນມິດກັບສິ່ງແວດລ້ອມ ແລະ ການວາງແຜນ ແບບມີສ່ວນຮ່ວມໃນການປັບປຸງແຜນວຽກຂອງ 4 ບໍລິສັດ ກຸ່ມເປົ້າຫມາຍ ຢູ່ ແຂວງອຸດົມໄຊ ເພື່ອໃຫ້ແກ່ຊາວກະສິກອນ ກຸ່ມ 6, ບ້ານຈັນໄຕ, ເມືອງຮຸນ, ແຂວງອຸດົມໄຊ ໄດ້ມີທັກສະການປາດຢາງທີ່ດີຍິ່ງຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປາລິນາ ທອງອຸທຸມ ຜູ້ປະສານງານໂຄງການສົ່ງເສີມການລົງທຶນຢາງພາລາທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງ, ມີ ທ່ານ ສົມໃຈ ຖາວອນ ຫົວຫນ້າຄະນະປະສານງານໂຄງການອັອກຟາມ, ອົງການປົກຄອງບ້ານ, ວິຊາການ ແລະປະຊາຊົນ ບ້ານຈັນໄຕ ກຸ່ມ 6 ເຂົ້າຮ່ວມ.

ການຝຶກອົບຮົມ ວິທະຍາກອນ ຈາກສູນເຕັກນິກຮ່ວມມື ລາວ-ຈີນ ໄດ້ແນະນຳກ່ຽວກັບເຕັກນິກການປາດຢາງພາລາທີ່ຖືກຕ້ອງ ເພື່ອໃຫ້ນ້ຳຢາງທີ່ມີຄຸນນະພາບ ເຊັ່ນ: ມາດຖານການປາດເອົານ້ຳຢາງ ແລະ ການວາງແຜນການນຳໃຊ້ເປືອກໄມ້, ທິດ ແລະ ຄວາມຊັນຂອງເສັ້ນປາດ, ການກະກຽມ ແລະ ການປາດເອົານ້ຳຢາງ, ການຝົນມີດ, ຄວາມຕ້ອງການຂັ້ນພື້ນຖານສຳລັບການສຳລັບເຕັກນິກການປາດ ແລະ ອື່ນໆ


ພ້ອມນີ້ ຍັງໄດ້ນຳພາການປະຕິບັດຕົວຈິງໃນການປາດຢາງ ແລະ ເຕັກນິກຕ່າງໆ ເພື່ອໃຫ້ປະຊາຊົນມີຄວາມຊຳນານໃນການປາດ ໄດ້ຢາງທີ່ມີຄຸນນະພາບ ແລະ ລາຄາດີ. ພ້ອມນີ້ ຍັງໄດ້ມີການສອບຖາມກ່ຽວກັບບັນຫາຕ່າງໆທີ່ປະຊາຊົນໄດ້ພົບພໍ້ ເພື່ອນຳໄປປຶກສາຫາລື ຊອກຫາວິທີການແກ້ໄຂ ໃນຕໍ່ຫນ້າ. ຊຸດຝຶກອົບຮົມ ຈັດໂດຍ: ສະພາການຄ້າ ແຂວງອຸດົມໄຊ ໂດຍທຶນສະຫນັບສະຫນູນຂອງອົງການອັອກຟາມ ປະຈຳລາວ.

ຈາກ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງ ອຸດົມໄຊ.