ໄດ້ແລ້ວໂລໂກ້ ຈໍາປາສັກ ເອັຟຊີ ລຸຍເປບຊີ ລາວລີກ 1 ລະດູການ 2022 ມີ 4 ຄວາມໝາຍ

197

ສະຫະພັນບານເຕະແຂວງຈໍາປາສັກ ປະກາດໃຊ້ ໂລໂກ້ປະຈໍາ ສະໂມສອນກີລາບານເຕະແຂວງຈໍາປາສັກ ຫຼື ຈໍາປາສັກ ເອັຟຊີ ທີ່ກຽມສົ່ງເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ເຊິ່ງໂລໂກ້ດັ່ງກ່າວແມ່ນໂລໂກ້ຊະນະເລີດ ຫຼັງຈາກທີ່ມີມີການຄັດເລືອກຈາກຜູ້ອອກແບບເຖິງ 140 ແບບສົ່ງເຂົ້າປະກວດ ກ່ອນທີ່ໂລໂກ້ດັ່ງກ່າວຈະເປັນໂລໂກ້ຊະນະເລີດ ເພາະມີຄວາມງົດງາມ ແລະ ເຕັມໄປດ້ວຍຄວາມໝາຍ.

ກອງປະຊຸມຄັດເລືອກສັນຍາລັກປະຈຳສະໂມສອນບານເຕະຈຳປາສັກ ຈັດຂຶ້ນເມື່ອທ້າຍອາທິດ ທີ່ຜ່ານມາ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແກ້ວລັດຕະນະ ສີຫາວົງ ປະທານສະຫະພັນບານເຕະແຂວງຈໍາປາສັກ ແລະ ທ່ານ ສົມບູນ ເຮືອງວົງສາ ຮອງປະທານສະຫະພັນບານເຕະແຂວງຈຳປາສັກ ພ້ອມດ້ວຍຄະນະສະຫະພັນ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ກ່ອນຈະປະກາດຢ່າງເປັນທາງການວ່າ ໂລໂກດັ່ງກ່າວ ມີຄວາມໝາຍດັ່ງນີ້:
1.ດອກຈໍາປາ: ເປັນດອກໄມ້ປະຈໍາຊາດ
2.ຜະສາດຫີນວັດພູຈໍາປາສັກ: ເປັນສູນລວມຈິດໃຈຂອງຊາວແຂວງຈໍາປາສັກ
3.ປາຂ່າ: ຫຼື ເອີ້ນວ່າ ປາໂລມານໍ້າຈືດ ແຫ່ງແມ່ນໍ້າຂອງເປັນອີກ 1 ຄວາມພາກພູມໃຈຂອງຊາວແຂວງຈໍາປາສັກ.
4.ສັນຍາລັກສີ: ຂາວ, ຟ້າ ແລະ ແດງ ເປັນສີປະຈໍາທຸງຊາດລາວ, ສ່ວນສີເຫຼືອງ ເປັນສີແຫ່ງຄວາມສຸກ, ຄວາມຫວັງ ແລະ ຄວາມມີຊີວິດຊີວາແຈ່ມໃສ

ໂດຍ: ຫຼ້າ MKP ຄັດຈາກ: F.C.Champasak; ຮູບຈາກ: F.C.Champasak