ເອີ້ນ ແລະ ໃຊ້ຊື່ຄຳນຳໜ້າພະສົງໃຫ້ຖືກຕ້ອງ ຕາມສູນກາງອົງການພຸດທະສາສະໜາສຳພັນ ລາວ

173

ການໃສ່ຄຳນຳໜ້າຂອງພະສົງໃນປັດຈຸບັນຖືວ່າມີຫຼາຍໄປຕາມຂັ້ນຜູ້ໃຫຍ່ ນັ້ນມັນບົ່ງບອກເຖິງຊັ້ນຕຳແໜ່ງຂອງພະສົງ ໂດຍການເອີ້ນຈາກຍາດໂຍມ ແລະ ການແທນໂຕເອງຂອງພະສົງເອງ ປົກກະຕິແລ້ວຕາມແນວທາງພຸດທະສາສະໜາ ພະສົງຖືວ່າເປັນຜູ້ທີ່ລະ ຄືປາສະຈາກຍົດຕຳແໜ່ງ. ( ກ່າວຕາມຫຼັກຂອງພະພຸດທະສາສະໜາ)

ດັ່ງນັ້ນ, ທາງສູນກາງອົງການພຸດທະສາສະໜາສຳພັນ ແຫ່ງສປປ ລາວ ກໍ່ໄດ້ອອກແຈ້ງການເລກທີ 01/ອພສ ລົງວັນທີ 17 ມັງກອນ 2022 ກ່ຽວກັບການປ່ຽນແປງຊື່ເອີ້ນນຳໜ້າບຸກຄະລາກອນສົງ ພ້ອມດ້ວຍກາຈ້ຳປະທັບຊື່ ໃນຄະນະບໍລິຫານງານພຣະສົງ.

ໂດຍຕາມແຈ້ງການລະບຸວ່າ: ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ນ້ອມນະມັດສະການແຈ້ງມາຍັງ ພຣະອາຈານ ປະທານ ອພສ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດຊາບວ່າ: ໃນກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວ ປະເທດ ສະໄໝທີ VIII ກອງປະຊຸມໄດ້ມີການຮັບຮອງກ່ຽວກັບການປັບປຸງບາງມາດຕາ ຂອງທໍາມະນູນສົງລາວ ທີ່ເຫັນວ່າຍັງບໍ່ສອດຄ່ອງກັບສະພາບການປັດຈຸບັນ

ດັ່ງນັ້ນ ຈິ່ງຂໍນ້ອມນະມັດສະການໃຫ້ຊາບວ່າ:
1. ໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດຕາມ ມາດຕາ 36 ໃຫ້ໃຊ້ຊື່ເອີ້ນນຳໜ້າຕາມທີ່ເຄີຍ ປະຕິບັດມາວ່າ ພຣະອາຈານໃຫຍ່ ຫຼື ພຣະອາຈານ ຕາມຄວາມເໜາະສົມ.
2. ໃຫ້ຍົກເລີກ ການນຳໃຊ້ກາຈ້ຳປະທັບຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ໃຫ້ໃຊ້ຊື່ເອີ້ນນຳໜ້າຕາມທີ່ເຄີຍ ປະຕິບັດມາວ່າ ພຣະອາຈານໃຫຍ່ ຫຼື ພຣະອາຈານ ຕາມຄວາມເໜາະສົມ.