8 ເຕັກນິກການຕີກ໊ອຟ ສາມາດປ້ອງກັນອາການບາດເຈັບໄດ້ເປັນຢ່າງດີ

191

ແນ່ນອນວ່າການຫຼິ້ນກີລາຄວາມສ່ຽງທີ່ຈະຕ້ອງມີອາການບາດເຈັບເປັນສິ່ງຫຼີກໄດ້ຍາກ ໂດຍສະເພາະກີລາກ໊ອຟ ກໍເປັນອີກກີລາໜຶ່ງທີ່ໃຊ້ຮ່າງກາຍເກືອບທຸກສ່ວນ ເຮັດໃຫ້ມີໂອກາດຈະໄດ້ຮັບບາດເຈັບສູງເປັນຕົ້ນແມ່ນ ຂໍ້ມື, ບ່າໄຫຼ, ແຂນ, ລໍາຕົວ ແລະ ຂາ ເນື່ອງຈາກຕ້ອງໃຊ້ແຮງໃນການຍົກໄມ ຫຼື ເຫຼັກກ໊ອຟທີ່ມີຄວາມໜັກ ລວມທັງຕ້ອງໃຊ້ແຮງມະຫາສານໃນການຕີລູກກ໊ອຟໃຫ້ພຸ່ງໄປໄກໄດ້ເທົ່າທີ່ຈະເຮັດໃຫ້ອີກດ້ວຍ.

ດັ່ງນັ້ນ, ມື້ນີ້ທາງທີມງານເສດຖະກິດ-ການຄ້າ ຮ່ວມກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ໄດ້ສ້າງຄໍລໍ້າເຕັກນິກການຕີກ໊ອຟ ເພື່ອເປັນອີກຊ່ອງທາງໃນການຮຽນຮູ້ ແລະ ເຕັກນິກການຕິີກ໊ອຟໃຫ້ໄດ້ປະສິດທິພາບ ແລະ ປອດໄພ ຕາມປະສົບການຂອງນັກກ໊ອຟມືອາຊີບທີ່ໄດ້ພົບພໍ້ ແລະ ໄດ້ແນະນໍາມາ ເຊິ່ງມື້ນີ້ຈະໄປເບິ່ງ 8 ເຕັກນິກການຕີກ໊ອຟ ສາມາດປ້ອງກັນອາການບາດເຈັບໄດ້ເປັນຢ່າງດີຄື:
1.ວາງແຜນ: ການວາງແຜນຝຶກຊ້ອມຕີກ໊ອຟລ່ວງໜ້າເປັນສິ່ງສໍາຄັນ ຕັ້ງແຕ່ລັກສະນະການຝຶກຊ້ອມກ໊ອຟ, ປະລິມານການຝຶກຊ້ອມ, ຈົດບັນທຶກການຝຶກຊ້ອມ ແລະ ຫຼີກລ່ຽງການຝຶກຊ້ອມທີ່ໜັກເກີນໄປ ຫຼື ໜ້ອຍເກີນໄປ ຖ້າຫາກຫຼິ້ນເພື່ອອອກກໍາລັງກາຍຄວນຢູ່ທີ 3-5 ວັນຕໍ່ອາທິດ.
2.ກິນໃຫ້ເໝາະສົ້ມ: ກິນອາຫານຖືກຕ້ອງຕ້ອງຊ່ວຍໃຫ້ຮ່າງກາຍແຂງແຮງ, ຄວນບໍລິໂພກອາຫານໃຫ້ຫຼາກຫຼາຍ, ອຸດົມໄປດ້ວຍໂປຣຕິນ, ຜັກ, ໝາກໄມ້ ແລະ ຄາໂບໄຮເດຣດ, ສ່ວນສິ່ງທີ່ຕ້ອງຫຼີກລ່ຽງກໍເປັນອາຫານສໍາເລັດຮູບ ແລະ ນໍ້າຕານ.
3.ອົບອຸ່ນຮ່າງກາຍທຸກຄັ້ງກ່ອນຫຼິ້ນ: ຈະຊ່ວຍຫຼຸດ ຫຼື ປ້ອງກັານການບາດເຈັບ ແນະນໍາໃຫ້ອົບອຸ່ນຮ່າງກາຍແບບແອໂຣບິກ ເພື່ອເພີ່ມອັດຕາການເຕັ້ນຂອງຫົວໃຈ ແລະ ການໝູນວຽນຂອງເລືອດ.

4.ຮັກສາຄວາມຊຸມຊື່ນຂອງຮ່າງກາຍ: ຈະຊ່ວຍໃຫ້ຮ່າງກາຍ ແລະ ຈິດໃຈມີປະສິດທິພາບ ຄວນຈໍາກັດປະລິມານການດື່ມແອລກໍຮໍ ແລະ ຄາເຢອີນ ຄວນດື່ມນໍ້າ ຫຼື ເຄື່ອງດື່ມໃຫ້ເໝາະສົມກັບສະພາບອາກາດ, ສະພາວະ ແລະ ການຝຶກຊ້ອມ.
5.ການຝຶກຊ້ອມຄືຫົວໃຈສໍາຄັນ ໃນການປ້ອງກັນການບາດເຈັບ ແລະ ເຮັດໃຫ້ຕີໄດ້ຢ່າງມີປະສິດທິພາບ, ຄວນວາງເປົ້າໝາຍການຝຶກຊ້ອມ ດ້ວຍການຈັດປະລິມານໃນການຊ້ອມ, ໄລຍະເວລາ ແລະ ຄວາມຖີ່ໃນການຊ້ອມ ລວມເຖິງຄວາມໜັກໜ່ວງໃນການຊ້ອມ ທີ່ສໍາຄັນຄວນລະມັດລະວັງໃນຂະນະຝຶກຊ້ອມບໍ່ໃຫ້ເກີດການບາດເຈັບ.
6.ສ້າງຄວາມແຂງແຮງໃຫ້ກ້າມເນື້ອ: ຈັດການໆຝຶກຊ້ອມໃນປະເພດເສີມສ້າງຄວາມແຂງແຮງຄື ການຍົກນໍ້າໜັກທີ່ເໝາະສົມ ເພື່ອກຽມພ້ອມກ້າມຊີ້ນໃຫ້ແຂງແຮງ, ພັດທະນາຄວາມແຂງແຮງ ແລະ ເພີ່ມພາລະກໍາລັງ ໃຫ້ສອດຄ້ອງກັບທັກສະການຫຼິ້ນກ໊ອຟ ແລະ ສະມັດຕະພາບຂອງຮ່າງກາຍ.

7.ນອນຫຼັບພັກຜ່ອນໃຫ້ພຽງພໍ: ຫຼີກຫຼ່ຽງການໃຊ້ມືຖື ກ່ອນເຂົ້ານອນ ເພາະແສງສີຈາກໂທລະສັບ ຫຼື ອຸປະກອນຕ່າງໆສົ່ງຜົນຕໍ່ຄຸນນະພາບຂອງການນອນ, ຄວນນອນໃນຫ້ອງທີ່ມືດ ແລະ ປະສະຈາກສິ່ງລົບກວນ ໂດຍສະເພາະຫຼີກລ່ຽງເຄື່ອງດືື່ມຄາເຟອີນ ກ່ອນເຂົ້ານອນ ແລະ ຄວນນອນຫຼັບພັກຜ່ອນໃຫ້ຄົບ 8 ຊົ່ວໂມງ ເພື່ອຫຼຸດການເຈັບປ່ວຍ ແລະ ຄວາມສ່ຽງໃນການບາດເຈັບ.
8.ການເດີນທາງແບບຮູ້ທັນ: ຖ້າຫາກຮູ້ວ່າການເດີນທາງໄກຄວນຫຼີກລ່ຽງການດື່ມແອລກໍຮໍ ເພາະຈະເຮັດໃຫ້ຮ່າງກາຍອິດເມື່ອຍ, ປັບຕົວໃຫ້ເຂົ້າກັບເວລາໃໝ່ກ່ອນອອກເດີນທາງ, ພະຍາຍາມເຄື່ອນໄຫວເລື້ອຍໆໃນລະຫວ່າງການເດີນທາງ ແລະ ຄວນເດີນທາງໃຫ້ຮອດສະໜາມທີ່ແຂ່ງຂັນກ່ອນແຂ່ງທຸກຄັ້ງ ເພື່ອໃຫ້ມີເວລາໃນການປັບຕົວ.